ກະເພົາຂິວຂາວ / American Mint
APA 6th ed. ກະເພົາຂິວຂາວ / American Mint. (2021, February 15). Retrieved from https://www.phakhaolao.la/kb/0001040
MLA 8th ed. ກະເພົາຂິວຂາວ / American Mint. Pha Khao Lao, 15 February 2021, https://www.phakhaolao.la/kb/0001040.
Chicago 17th ed. Pha Khao Lao. 2021. "ກະເພົາຂິວຂາວ / American Mint." Published February 15, 2021. https://www.phakhaolao.la/kb/0001040.
Bystropogon graveolens Blume
Bystropogon suaveolens (L.) L'Hér.
Gnoteris cordata Raf.
Gnoteris villosa Raf.
Hyptis congesta Leonard
Hyptis ebracteata R.Br.
Hyptis graveolens Schrank
Hyptis plumieri Poit.
Marrubium indicum Blanco
Mesosphaerum suaveolens (L.) Kuntze
Schaueria graveolens (Blume) Hassk.
Schaueria suaveolens (L.) Hassk.
ອັງກິດ: Wild spikenard, Mild spikenard bushtea ແລະ Pugnet west Indian spikenard.
ຈີນ: 色白子.
ອິນເດຍ: bhustrena, bhustrna, bilatti tulas, darp tulas, ganga tulasi, jungli tulas, nattapoochedi, sirna tulasi; ແລະ walayati tulsi.
ຈັດເປັນໄມ້ຟຸ່ມ ຫຼື ໄມ້ລົ້ມລຸກອາຍຸຫຼາຍປີ. ລຳຕົ້ນຕັ້ງຊື່, ສູງປະມານ 1.5 ມ, ແຕກກິ່່ງກ້ານຈຳນວນຫຼາຍ, ລັກສະນະເປັນ 4 ຫຼ່ຽມ, ມີຂົນສີຂາວກະຈາຍທົ່ວລຳຕົ້ນ, ມີກິ່ນຂີ້ວ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່, ກ້ວາງ 2-5 ຊມ, ຍາວ 2.5-6 ຊມ, ໂຄນໃບຮູບຫົວໃຈ, ຂອບໃບເປັນແຂ້ວເລື່ອຍ, ປາຍໃບແຫຼມ, ແຜ່ນໃບມີຂົນປົກຄຸມທັງສອງດ້ານ. ກ້ານໃບຍາວ 0.5-3 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍກິ່ງ. ກ້ານຊໍ່ດອກຍາວ 0.5-1 ຊມ, ມີຂົນປົກຄຸມຢ່າງໜາແໜ້ນ. ດອກຍ່ອຍມີ 2-5 ດອກ, ຮູບປາກເປີດ, ສີມ່ວງ. ດິ້ວປະດັບດອກຂະໜາດນ້ອຍ, ສີຂຽວ. ກາບດອກເຊື່ອມຕິດກັນ, ປາຍແຍກເປັນ 5 ແສກ, ຮູບແຖບ ຫຼື ຮຽວແຫຼມ, ຍາວ 5-5.5 ຊມ, ດ້ານນອກມີຂົນຍາວປົກຄຸມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ໂຄນກີບສີຂາວ, ປາຍແຍກເປັນ 2 ປາກ, ມີຂົນ, ປາກດ້ານເທິງແຍກອອກເປັນ 2 ແສກ, ຮູບບ່ວງ, ກ້ວາງ 2-2.5 ມມ, ຍາວ 2.5-3 ມມ, ປາກດ້ານລຸ່ມມີ 3 ແສກຄື ກີບດ້ານຂ້າງຮູບຮີ, ກ້ວາງ 2-2.5 ມມ, ຍາວ 1-1.5 ມມ, ກີບກາງລັກສະນະຮູບໄຂ່, ກ້ວາງ 0.5-1 ມມ. ເກສອນເພດຜູ້ມີ 4 ອັນ, ແຍກເປັນ 2 ຄູ່, ຄວາມຍາວບໍ່ເທົ່າກັນ, ກ້ານເກສອນບໍ່ຕິດກັນ, ຖົງລະອອງຈັບດ້ານຫຼັງ, ຮູບໝາກໄຂ່ຫຼັງ. ເຕົ້າໄຂ່ຈັບເທິງ, ຄໍເຕົ້າໄຂ່ຍາວ 3-5 ມມ. ໝາກແຫ້ງ, ລັກສະນະຄືແຄບຊູນ, ຮູບຂອບຂະໜານ, ຍາວ 1.2-1.5 ມມ, ຜິວດ້ານນອກຍັບຍໍ້, ໝາກແຫ້ງບໍ່ແຕກ, ມີຂົນປົກຄຸມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີດຳ. ແກ່ນມີ 4 ແກ່ນ, ຮູບເກືອບກົມ, ກ້ວາງ 2-3 ມມ, ຍາວ 3-5 ມມ, ສີນ້ຳຕານເຂັ້ມ.
ອາຫານ:
- ໃບ ແລະ ຍອດອ່ອນ: ສາມາດນຳມາປຸງແຕ່ງຣົດຊາດ ແລະ ກິ່ນອາຫານໄດ້.
ສັບພະຄຸນ:
- ຮາກ: ຕົ້ມດື່ມຊ່ວຍຈະເລີນອາຫານ ແລະ ຊ່ວຍຂັບປະຈຳເດືອນຂອງແມ່ຍິງ.
- ຕົ້ນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ, ປ້ອງກັນເບົາຫວານ (ໃບ ຫຼື ຕົ້ນສົດ 1 ກຳມືຕົ້ມກັບນ້ຳ 3 ແກ້ວ, ຄ້ຽວໃຫ້ຮອດ 30 ນາທີ ແລ້ວນຳມາແບ່ງດື່ມເຊົ້າແລງ) ແລະ ຊ່ວຍຂັບເຫື່ອໃນຄົນທີ່ເປັນຫວັດ.
- ໃບ: ນຳມາຕຳພອກແກ້ພະຍາດຜິວໜັງ, ຊົງດື່ມເປັນຢາແກ້ໄຂ້, ແກ້ອາການເຈັບທ້ອງ ແລະ ນຳມາບົດເປັນຢາຂ້າເຊື້ອ.
- ຍອດອ່ອນ: ຮັກສາອາການຊັກ, ພະຍາດໄຂຂໍ້ອັກເສບ (ໃບ,ປາຍຍອດ), ແກ້ຫວັດ, ຊ່ວຍຂັບເຫື່ອ ແລະ ມີສັບພະຄຸນຊ່ວຍຂັບນ້ຳນົມ.
- ທັງຕົ້ນ: ຂ້າເຊື້ອໄວຣັສໄຂ້ຫວັດໃຫຍ່, ໄຂ້ຫວັດນົກ (ຍົກເວັ້ນຮາກ) ແລະ ເປັນຢາພອກແກ້ອາການເຈັບທ້ອງ.
- ນ້ຳມັນຫອມ: ຊ່ວຍຫຼຸດນ້ຳຕານໃນເລືອດ, ເພີ່ມການເຕັ້ນຂອງຫົວໃຈ, ເຮັດໃຫ້ກ້າມກ້ຽງຫົດຕົວ ແລະ ມາຍຕົວໄດ້ດີ, ຊ່ວຍຢັບຢັ້ງເຊື້ອຈຸລິນຊີຊາໂມເນລລາ, ຢັບຢັ້ງເຊື້ອໄວຣັສຕ່າງໆ ເຊັ່ນ: ໄຂ້ຫວັດໃຫຍ່, ຊ່ວຍເສີມພູມຄຸ້ມກັນ, ຊ່ວຍຕ້ານການຈະເລີນເຕີບໂຕຂອງແບັກທີເຣຍແກມລົບ ແລະ ແກມບວກ ແລະ ຊ່ວຍຮັກສາແຜ.
ນ້ຳມັນຫອມລະເຫີຍ: ທັງຕົ້ນສາມາດນຳມາສະກັດນ້ຳມັນຫອມລະເຫີຍເພື່ອນຳໄປໃຊ້ປະໂຫຍດຕ່າງໆ. ເຊິ່ງມີອົງປະກອບຂອງເຄມີດັງນີ້: -bergamotene, a-copaene, a-guaiene, a-fenchol, a-humulene, a-thujene, a-terpinene, a-terpineol, a-phellandrene, a-pinene, borneol, b-bourbonene, b-caryophyllene, b-pinene, camphene, camphor, caryophyllene oxide, d-3-carene, g-terpinene, fenchone, linalool, myrcene, p-cymene, sabinene, terpinolene, terpinen-4-ol, thymol, 1,8-cineole, (Z)- b-ocimene ແລະ (E)- b-ocimene.
ສິນຄ້າ: ນຳມັນຫອມລະເຫີຍສາມາດນຳມາຜະລິດເປັນຢາ, ສາມາດນຳມາປະສົມກັບ Patchouli ເພື່ອຂາຍສົ່ງອອກ. ນອກຈາກນີ້ແລ້ວຍັງສາມາດນຳມາຜະລິດເປັນຜະລິດຕະພັນນ້ຳຫອມ, ປະສົມເຂົ້າໃນເຄື່ອງສຳອາງຕ່າງໆເພື່ອເປັນນສິນຄ້າ.
ສານສຳຄັນທີ່ພົບ: ໄດ້ແກ່ amyrin, aromadendrene, azulene, bergamotol, betulinic acid, cadinol, caryophyllene, citronellol acetate, elemene, eugenol, fenchone, friedelin, fucosterol, germacrene, hyptadienic acid, linalool, lupeol, oleanolic acid, rimuene, sabinene, terpinolene, ursolic acid ແລະ valencene.