ເຄືອເຂົາງົວສັ້ນ / Cattle Horn Climbing

ເຄືອເຂົາງົວສັ້ນ / Cattle Horn Climbing

Use
Medicine
Oil Extract
Ornamental
Scientific Name / Family
Alyxia reinwardtii Blume / Apocynaceae
Synonyms
Alyxia aromatica Reinw. ex A.DC.
Alyxia calcicola Markgr.
Alyxia cinerea Bakh.f.
Alyxia flavescens Pierre ex Pit.
Alyxia forbesii King & Gamble
Alyxia gynopogon Wall.
Alyxia jasminae Tsiang & P.T.Li
Alyxia kerrii Mabb.
Alyxia kurzii Burkill
Alyxia lucida Wall.
Alyxia lucida var. meiantha Stapf
Alyxia nitens Kerr
Alyxia odorata Wall. ex G.Don
Alyxia oleifolia var. tenuifolia Ridl.
Alyxia pisiformis Pierre ex Pit.
Alyxia pumila Hook.f.
Alyxia quinata Miq.
Alyxia reinwardtii var. cinerea (Bakh.f.) Markgr.
Alyxia reinwardtii var. insularis Markgr.
Alyxia reinwardtii var. latifolia (Blume) Bakh.f.
Alyxia reinwardtii var. lucida (Wall.) Markgr.
Alyxia reinwardtii var. meiantha (Stapf) Markgr.
Alyxia reinwardtii var. obovatula Markgr.
Alyxia reinwardtii var. pumila (Hook.f.) Markgr.
Alyxia stellata var. latifolia Blume
Alyxia winckelii Bakh.f.
Gynopogon breviflorus Kurz
Gynopogon flavescens Pierre
Gynopogon pisiformis Pierre
Gynopogon pumilus (Hook.f.) K.Schum.
Gynopogon reinwardtii (Blume) Koord.
Pulassarium breviflorum (Kurz) Kuntze
Pulassarium flavescens Pierre
Pulassarium odoratum (Wall. ex G.Don) Kuntze
Pulassarium pisiforme Pierre
Pulassarium pumilum (Hook.f.) Kuntze
Pulassarium quinatum (Miq.) Kuntze
Other Names
ໄທ: ລູດ, ຊະລູດ, ຊະນູດ, ຂີ້ຕຸ່ນ, ຊ້າງຕຸ່ນ, ນູດ ແລະ ຊະຣູດ.
ຈີນ: 长花链珠藤 (chang hua lian zhu teng).
Conservation Status
Near Threatened
Botanical Description

ລຳຕົ້ນເປັນລຳເລືອຂະໜາດນ້ອຍ, ມີຂໍ້, ຜິວກ້ຽງ, ເປືອກຕົ້ນເປັນສີດຳ, ທຸກພາກສ່ວນມີຢາງສີຂາວ. ໃບດ່ຽວ, ອອກຮອບຂໍ້ 3 ໃບ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 2.5-4 ຊມ, ຍາວ 3.5-9 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ມົນ, ຜິວໃບດ້ານເທິງລຽບ, ເຄືອບມັນ, ແຜ່ນໃບໜາຄ້າຍຄືໜັງ, ແຂງ. ກ້ານໃບແປ, ຍາວ 3-4 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ. ດອກຍ່ອຍມີ 4-10 ດອກ, ມີກິ່ນຫອມ, ສີເຫຼືອງ. ໃບປະດັບດອກຮູບຂອບຂະໜານ, ຍາວປະມານ 1 ມມ, ປາຍແຫຼມ. ກາບດອກມີ 5 ກາບ, ເມື່ອບານເຕັມທີຈະມີເສັ້ນຜ່າສູນກາງປະມານ 1 ມມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 7 ມມ, ປາຍແຍກເປັນ 5 ແສກ, ມີຂົນປົກຄຸມ. ເກສອນເພດຜູ້ມີ 5 ອັນ, ຈັບຫຼອດກີບດອກ, ກ້ານເກສອນມີຂະໜາດສັ້ນຫຼາຍ. ເຕົ້າໄຂ່ມີ 2 ຫ້ອງ ແຍກຈາກກັນ, ຮວງຮັບເປັນທໍ່ຍາວ. ໝາກຮູບຮີ, ຍາວປະມານ 1 ຊມ, ໝາກແຫ້ງຈະແຂງ.

Description of Use

ສັບພະຄຸນ: 

  • ຮາກ: ຊ່ວຍຮັກສາພິດໄຂ້, ຂັບເສມຫະ, ຂັບລົມ, ແກ່ອາການໃຈສັ່ນ ຫຼື ງຸດງິດໄດ້ອີກດ້ວຍ.
  • ເຄືອ: ແກ້ລົມ, ແກ້ວຽນຫົວ, ແກ້ອາການອ່ອນເພຍ, ຕົ້ມດື່ມແກ້ລົງຂາວ, ແກ້ເໜັບຊາ, ແກ້ບຳລູງເສັ້ນ, ແກ້ອາການເມື່ອຍ, ແກ້ພິດໃນເລືອດ ແລະ ນ້ຳຢາງເຫຼືອງ. 
  • ເປືອກຊັ້ນໃນ: ເປັນຢາບຳລຸງກຳລັງ, ບຳລຸງຈິດໃຈໃຫ້ຊຸ່ມຊື່ນ, ຊ່ວຍຂັບພາຍລົມ, ຊ່ວຍແກ້ອາການປຸ້ນທ້ອງ, ເຈັບທ້ອງ, ຊ່ວຍບຳລຸງແມ່ຖືພາ, ຊ່ວຍແກ້ພິການ, ຮັກສາອາການເຈັບບວມ, ໃຊ້ຮ່ວມກັບສະໝູນໄພອື່ນຊ່ວຍແກ້ອາການວຽນຫົວ, ໜ້າມືດຕາລາຍ, ໃຈສັ່ນ, ປວດຮາກ, ແກ້ອາການຈຸກແໜ້ນໃນທ້ອງ, ຊ່ວຍຄາຍກ້າມກ້ຽງຂອງລຳໄສ້ ແລະ ມົດລູກ.
  • ເນື້ອໄມ້: ຊ່ວຍບຳລຸງຫົວໃຈ, ເປັນຢາຂັບລົມ, ຊ່ວຍແກ້ອາການເຈັບທ້ອງ ແລະ ປຸ້ນທ້ອງ.
  • ໃບ ແລະ ໝາກ: ເປັນຢາຮັກສາໄຂ້, ແກ້ຮ້ອນໃນ, ແກ້ສະອຶກ, ໃຈສັ້່ນ, ແກ້ບີພິການ ແລະ ແກ້ແຜຊ້ຳເຮື້ອ.
  • ດອກ: ຮັກສາອາການໄຂ້ລະເມີ.

ນ້ຳມັນຫອມ: ເປືອກຕົ້ນ ຫຼື ດອກນຳມາສະກັດເປັນນ້ຳຫອມ, ນ້ຳຢາປັບຜ້ານຸ້ມ, ໃຊ້ປຸງກິ່ນໃນອາຫານ ຫຼື ເຄື່ອງໃຊ້ສອຍຕ່າງໆ ເຊັ່ນ: ທູບ, ເຄື່ອງປຸ່ງ ແລະ ນ້ຳຫອມ.

ພືດປະດັບ: ຖືກນິຍົມນຳມາປູກເປັນພືດປະດັບເນື່ອງຈາກມີກິ່ນຫອມ.

ສານທີ່ພົບ: ເປືອກພົບສານ alyxialactone, coumarin, irridoid glycoside ແລະ saponin.

ໝາຍເຫດ: ປັດຈຸບັນຖືກນຳມາປັກຊຳຂາຍໃນລາຄາຂັ້ນຕຳ 192.000 ກີບ.

Contribute