ກ້ານຖີນແດງ / Cucur Atap

ກ້ານຖີນແດງ / Cucur Atap

Use
Income
Medicine
Oil Extract
Ornamental
Scientific Name / Family
Baeckea frutescens L. / MYRTACEAE
Synonyms
Baeckea chinensis Gaertn.
Baeckea cochinchinensis Blume
Baeckea cumingiana Schauer
Baeckea ericoides Schltdl.
Baeckea sinensis Gaertn.
Baeckea stenophylla F.Muell.
Baeckea sumatrana Blume
Drosodendron rosmarinus (Lour.) M.Roem.
Neuhofia rosmarinifolia Stokes
Other Names
lao: ກ້ານຖີນແດງ ແລະ ສຽວນ້ອຍ.
ໄທ: ສົນຫາງສິງ, ສົນດົງ, ສົນຫີນ, ສຽວນ້ອຍ, ສົນຫອມ, ສົນຂີ້ໄກ່, ປໍຮ່ວງຣຸ, ສົນນ້ອຍ, ສົນສ້ອຍ, ສົນນາ, ສົນ, ກ້ານຖິນແດງ ແລະ ສົນເທດ.
ຈີນ: 剛歌 ແລະ 劉思.
False Ru, Cucur Atap, Chuchur Atap, Ujan Atap, Timor Tasek, China Maki, Rempah Gunong, Da Eng, 岗松
Conservation Status
Least Concern
Botanical Description

ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 5 ມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ມີຄວາມແຂງແຮງທົນທານ, ມີຂະໜາດນ້ອຍ, ລຳຕົ້ນເປັນສີເທົາອົມສີນ້ຳຕານ, ເປືອກແຕກເປັນຂຸຍ, ເນື້ອໄມ້ເປັນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ,  ຮູບແຖບ ຫຼື ຮູບເຂັມ, ຢູ່ຮ່ວມກັນເປັນກະຈຸກ, ກ້ວາງ 0.4-0.6 ມມ, ຍາວ 5-8 ມມ, ຜິວໃບທາງດ້ານເທິງເປັນຮ່ອງ, ຜິວໃບທາງດ້ານລຸ່ມງໍເລັກນ້ອຍ, ລັກສະນະຄືກັນໃບແປກ, ມີກິ່ນຫອມ. ກ້ານໃບສັ້ນ ຫຼື ບໍ່ມີກ້ານໃບ. ຊໍ່ດອກແບບກະຈຸກສັ້ນ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອຍຍ່ອຍມີ 2-3 ດອກ, ດອກມີຂະໜາດນ້ອຍ, ມີເສັ້ນຜ່າສູນກາງ 2-3 ມມ, ສີຂາວ. ກາບດອກແຍກອອກເປັນ 2 ກາບຫຸ່ມຕິດໂຄນກີບດອກໄວ້, ຮູບຖ້ວຍ, ຍາວປະມານ 3 ມມ, ປາຍມົນ. ກີບດອກມີ 5 ກີບ, ແຕ່ລະກີບຍາວບໍ່ເກີນ 2 ມມ. ເກສອນເພດຜູ້ມີ 8-10 ອັນ, ມີຢ່າງຢູ່ປາຍ, ເປັນຕ່ອມ. ເຕົ້າໄຂ່ມີ 3 ຫ້ອງ, ຄໍເຕົ້າໄຂ່ຍາວ 1-1.5 ມມ, ປາຍຮວງຮັບຮູບກົມ. ຖານຮອງດອກເປັນຮູບຖ້ວຍ, ຍາວປະມານ 1 ມມ. ໝາກດ່ຽວ, ຮູບຖ້ວຍ, ຂະໜາດປະມານ 1.5 ມມ, ກາບດອກ ແລະ ເກສອນເພດແມ່ຕິດທົນຈົນເປັນໝາກ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນມີຈຳນວນຫຼາຍ, ຮູບໝາກໄຂ່ຫຼັງ, ມີຂະໜາດປະມານ 0.5 ມມ.

Description of Use

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາແກ້ອາການເຈັບກະເພາະ, ຊ່ວຍຂັບລົມ, ແກ້ອາການເຈັບຂໍ້ (ຮາດສົດ 30 ກຼາມຕົ້ມດື່ມ).
  • ລຳຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ອາການໜ້າມືດ, ວຽນຫົວ, ແກ້ອາການເຈັບຫຼັງ, ເຈັບແອວ, ໃຊ້ເປັນຢາຂັບປັດສະວະ, ແກ້ປັດສະວະກະປິບກະປອຍ, ແກ້ຖົງປັດສະວະອັກເສບ, ຊ່ວຍຂັບໜິ້ວໃນທາງເດີນປັດສະວະ (ລຳຕົ້ນ, ຮາກ, ທັງຕົ້ນ) ແລະ ໃຊ້ເປັນຢາແກ້ພິດຮ້ອນໃນ, ແກ້ໄຂ້ຫວັດຕົວຮ້ອນ, ຫຼຸດໄຂ້, ແກ້ອາການໄອ (ຮາກ, ໃບ, ຕົ້ນ).
  • ໃບ: ນຳມາຕົ້ມດື່ມເປັນຢາບຳລຸງທາດ, ບຳລຸງຫົວໃຈ, ແກ້ອາການຮ້ອນໃນຂາດນ້ຳ, ບັນເທົາອາການເປັນລົມແດດ, ຊ່ວຍຂັບລົມ, ໃຊ້ຕຳພອກຮັກສາພະຍາດຜິວໜັງ, ຂີ້ກາກ, ຜື່ນຄັນ, ແກ້ອອກຫຶດ, ໃຊ້ເປັນຢາແກ້ປວດ, ແກ້ບວມຊ້ຳ, ຟົກຊ້ຳດຳຂຽວ (ໃບສົດ 30 ກຼາມນຳມາຕຳໃຫ້ແລກແລ້ວນຳມາຊົງກັບນ້ຳຮ້ອນຕອງເອົານ້ຳປະສົມກັບນ້ຳຕານເລັກນ້ອຍ), ຮັກສາແຜ່ໄຟໄໝ້, ນ້ຳຮ້ອນລວກ(ນຳໃບແຫ້ງມາບົດໃຫ້ລະອຽດປະສົມກັບນ້ຳມັນໝາກພ້າວ ຫຼື ນ້ຳມັນຈາກໃບຊາທາບໍລິເວນທີ່ເປັນແຜ), ນຳມາຊົງເປັນຊາດື່ມແກ້ໄຂ້ ແລະ ບັນເທົາອາການປວດເມື່ອຍຕາມຮ່າງກາຍ.

ນ້ຳມັນຫອມລະເຫີຍ: ໃບສາມາດນຳໄປສະກັດເປັນນ້ຳມັນຫອມລະເຫີຍໄດ້.

ເປັນສິນຄ້າ: ນ້ຳມັນຫອມລະເຫີຍທີ່ສະກັດໄດ້ຈາກໃບສາມາດນຳມາຜະລິດນ້ຳຫອມ, ຢາທາກັນຍຸງ ຫຼື ສະບູເພື່ອເປັນສິນຄ້າສົ່ງອອກໄດ້.

ພືດປະດັບ: ຖືກນິຍົມນຳໄປປູກເປັນໄມ້ປະດັບທົ່ວໄປຕາມໜ້າບ້ານ, ຮ້ານອາຫານ ຫຼື ສວນສາທາລະນະລັດຕ່າງໆ.

Contribute