ໄອເດຍໃໝ່ ຂະໜົມປັງຈິ້ງຫຼີດ

ເຂົ້າໜົມປັງຈິ້ງຫຼີດ ແຫຼ່ງໂປຣຕິນທົດແທນອາຫານທາງເລືອກໃນໂລກອະນາຄົດ
phakhaolao.la
phakhaolao.la

     

      ວັດທະນະທຳການນຳເອົາແມງໄມ້ມາບໍລິໂພກໂດຍການນຳມາເຮັດອາຫານປະເພດຕ່າງໆ ໂດຍສະເພາະແມງຈິ້ງຫຼີດ, ບໍ່ມີພຽງໃນປະເທດລາວເທົ່ານັ້ນ ບັນດາປະເທດເພື່ອນບ້ານ, ບັນດາປະເທດໃນອາເມລິກາ, ເອີຣົບ,  ອາຟິກກາ, ປະເທດຕາເວັນອອກກາງ ກໍມີວັດທະນາທຳການບໍລິໂພກແມງໄມ້ໂດຍການນຳມາປຸງແຕ່ງດ້ວຍວິທີທີ່ຕ່າງຈາກບ້ານເຮົາ.

    ເຊິ່ງຫຼ້າສຸດ Roberts Bakery ໃນ Norwich ປະເທດອັງກິດ  ໄດ້ຄິດໄອເດຍການນຳເອົາແມງຈິ້ງຫຼີດມາເປັນສ່ວນປະສົມເຂົ້າໜົມປັງ ໂດຍການນຳເອົາແປ້ງຈິ້ງຫຼີດຂອງ Eat Grub ເຊິ່ງເປັນແບນຊັ້ນນຳໃນເລື່ອງອາຫານຈາກແມງໄມ້ມາອົບເຂົ້າໜົ້ມປັງ ໂດຍວິທີການເຮັດເຂົ້າໜົມປັງຂອງ Robert Bakery ແມ່ນນຳເອົາຈິງຫຼີດຈຳນວນ 336 ໂຕ ແລະ ດ້ວຍການນຳເອົາຈິງຫຼີດແຫ້ງມາບົດກັບແປ້ງປະສົມກັບແປ້ງສາລີ ແລະ ທັນຍາພືດ ຫຼັງຈາກນັ້ນກໍນຳເຂົ້າເຕົາອົບ ຈຶ່ງອອກມາເປັນເຂົ້າໜົມປັງ ທີ່ໜ້າຮັບປະທານ, ນອກນີ້ເຂົ້າໜົມປັງທີ່ມີສ່ວນປະສົມຂອງແມງໄມ້ຈະມີໂປຣຕິນສູງກວ່າເຂົ້າໜົ້ມປັງສູດປົກກະຕິທົ່ວໄປ

     ນັກວິທະຍາສາດຊາວອາເມລິກາໄດ້ກ່າວວ່າ: ຈິ້ງຫຼີດຄືໜຶ່ງໃນແມງໄມ້ທີ່ເປັນສຸດຍອດອາຫານ ( super foods) ຢ່າງແທ້ຈິງ ທີ່ເປັນແຫຼ່ງໂປຣຕິນ ແລະ ສານອາຫານສູງ ທັງຊ່ວຍເສີມສ້າງສຸຂະພາບໃຫ້ແຂງແຮງ ໂດຍຜົນການວິໄຈລ່າສຸດພົບວ່າ​: ການກິນຈິງຫຼີດ ຊ່ວຍຫຼຸດການອັັກເສບໃນຮ່າງກາຍອີກດ້ວຍ

source

www.independent.co.uk

www.standard.co.uk

Environman

Contribute