ໄວໜຸ່ມຕົ້ນແບບດ້ານການປູກຝັ່ງ ອາຍຸພຽງ 19 ປີ

ຊົມເຊີຍ ອາຍຸພຽງ 19 ປີ ບຸກບືນຮຽນຮູ້ດ້ວຍຕົນເອງຈົນກາຍເປັນຕົວແບບດ້ານການປູກຝັງ
phakhaolao.la
phakhaolao.la

ໃນວາລະກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ໃນວັນທີ 18 ພະຈິກ 2020 ທີ່ຜ່ານມາ, ທ. ວິໄລພອນ ອິນທະວົງ, ອາຍຸ 19 ປີ ຢູ່ບ້ານໄຮ່ຢ່ອນ ເມືອງທຸລະຄົມ ໄດ້ຮັບອະນຸຍາດໃຫ້ຂຶ້ນປະກອບຄຳເຫັນ ແລະ ນຳສະເໜີບົດຮຽນການປູກໝາກແຕງຫວານ ໃນຖານະທີ່ເປັນຄອບຄົວຕົວແບບປູກໝາກແຕງຫວານ

ທ. ວິໄລພອນ ອິນທະວົງ ໄດ້ນຳສະເໜີໃຫ້ຮູ້ວ່າ: ຄອບຄົວຂອງຕົນມີທັງໝົດ 5 ຄົນ, ມີອາຊີບເຮັດນາປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດໃນຄອບຄົວພໍແຕ່ກຸ້ມກິນ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ຕົນເອງເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ.ແຕ່ວ່າສະພາບການດຳ ລົງຊີວິດຂອງຄອບຄົວຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕໍ່າ, ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ.

ໃນປີ 2017 ເວລາທີ່ຍັງເປັນນັກຮຽນຢູ່ຊັ້ນ ມ6 ຕົນ ເອງໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການໝາກແຕງຫວານ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ໂດຍໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ, ຊອກເອົາບົດຮຽນ ແລະ ປະສົບການພ້ອມທັງລົງມືເຮັດຕົວຈິງ. ການລົງທືນໃນເບື້ອງຕົ້ນ ແມ່ນນຳໃຊ້ທືນປະມານ 2 ລ້ານກີບເຊີ່ງເປັນທຶນທີ່ໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ )ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ, ເປັນໂຄງໄມ້ແບບປະຖົມປະຖານລົງມືທົດລອງປູກແຕ່ການທົດລອງປູກໃນຄັ້ງທີ 1 ຫາ ຄັ້ງທີ 4 ແມ່ນບໍ່ປະສົບຜົນສຳ ເລັດ ຈິ່ງໄດ້ຢຸດການປູກໄປໄລຍະໜຶ່ງ ຍ້ອນທຶນຮອນບໍ່ພຽງ ພໍ.

ມາຮອດປີ 2018 ພາຍຫຼັງຮຽນຈົບ ມ 7 ຄອບຄົວມີຄວາມຂາດເຂີນ ພໍ່ແມ່ບໍ່ມີທຶນສົ່ງເສີມໃຫ້ຮຽນຕໍ່, ຕົນເອງ ຈຶ່ງມີແນວຄິດປະກອບອາຊີບທາງກະສິກຳ ແລະ ຫາລາຍໄດ້ເພື່ອຫຼຸດຜ່ອນການໃຊ້ຈ່າຍຂອງພໍ່ແມ່. ຈິ່ງໄດ້ເລີ່ມຊອກຮຽນຮູ້ດ້ວຍຕົນເອງແບບເອົາຈິງເອົາຈັງ, ບວກໃສ່ການຊອກຮຽນຮູ້ນຳຜູ້ມີສົບປະການໃນການປູກໝາກແຕງຫວານ ໂດຍໄປເບິ່ງຕົວຈິງຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ໄປຈັງຫວັດອຸດອນ, ປະເທດໄທ 1 ຄັ້ງ ດ້ວຍທຶນຂອງຕົນເອງ ແລ້ວນໍາເອົາບົດຮຽນທີ່ໄດ້ມາເຮັດຕົວຈິງ ເຮັດໃຫ້ການທົດລອງປູກຄ່ອຍໆ ໄດ້ຮັບຜົນດີຂຶ້ນ ແລະ ປະສົບຜົນສຳເລັດເປັນຄັ້ງທຳອິດໃນທ້າຍປີ 2018, ຜົນຜະລິດໃນຄັ້ງທຳອິດໄດ້ໝາກແຕງປະມານ 700 ກິໂລ ຂາຍໄດ້ເງິນປະມານ 9ລ້ານກີບ (ຂາຍທົ່ວໄປ).

ເນື່ອງຈາກຄອບຄົວຂອງຕົນເຫັນວ່າການປູກໝາກແຕງຫວານສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີສົມຄວນ ແລະ ເປັນທີ່ຕ້ອງການຂອງຕະຫລາດ, ມາຮອດຕົ້ນປີ 2019 ຕົນເອງພ້ອມດ້ວຍພໍ່ແມ່ຈິ່ງຕັດສີນໃຈລົງທຶນເຮັດເຮືອນຮົ່ມທີ່ເປັນໂຄງເຫຼັກຖາວອນຕື່ມອີກ 8 ຫຼັງ, ມູນຄ່າທັງໝົດ 50 ລ້ານກີບ, ນຳໃຊ້ເນື້ອທີ່ພຽງແຕ່ 1.5 ໄລ່ (2.400 ຕາແມັດ) ເພື່ອສ້າງໂຮງເຮືອນປູກໝາກແຕງຫວານ.

 

ຂ່າວ ວິທະຍຸກະຈາຍສຽງແຫ່ງຊາດລາວ

Contribute