ເມືອງໄຊເສດຖາ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ເມືອງໄຊດສເຖາ ແຂວງອັດຕະປືຂຸ້ນຂ້ຽວເກັບກ່ຽວເຂົ້ານາປີໃຫ້ສຳເລັດ

 ປັດຈຸບັນ ຂະບວນການເກັບກ່ຽວມຽ້ນມັດເຂົ້ານາປີ ຂອງກະສິກອນ ໃນທົ່ວເມືອງໄຊເສດຖາ ແຂວງອັດຕະປື ແມ່ນດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະໃນເຂດທີ່ມີໂຄງການຊົນລະປະທານ ເຊິ່ງເປັນເຂດທີ່ມີການປັກດໍາກ່ອນໝູ່.
 ທ່ານ ວົງຂັນ ວົງປະເສີດ ຫົວໜ້າໜ່ວຍງານປູກຝັງ-ລ້ຽງສັດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ປີນີ້ທົ່ວເມືອງ ມີແຜນປູກເຂົ້ານາປີ ໃນເນື້ອທີ່ທັງໝົດ 5.792 ເຮັກຕາ, ມາຮອດປັດຈຸບັນ ກະສິກອນເກັບກ່ຽວໄດ້ແລ້ວ 1.448 ເຮັກຕາ ຫລື ເທົ່າກັບ 25% ຂອງເນື້ອທີ່ທັງໝົດ, ສະມັດຕະພາບຜົນຜະລິດຄາດວ່າຈະໄດ້ 3-4 ໂຕນຕໍ່ເຮັກຕາ ແລະ ຄາດວ່າຜົນຜະລິດເຂົ້ານາປີ ປີນີ້ຈະໄດ້ຕາມສະມັດຕະພາບທີ່ວາງໄວ້ ເນື່ອງຈາກຊາວກະສິກອນສ່ວນໃຫຍ່ໄດ້ນໍາໃຊ້ແນວພັນເຂົ້າປັບປຸງ ເຊິ່ງມີເຂົ້າທ່າດອກຄຳ 1, ເຂົ້າທ່າດອກຄຳ 8, ເຂົ້າທ່າດອກຄຳ 11, ເຂົ້າໂພນງາມ, ເຂົ້າ 450 ປີ, ເຂົ້າ ກຂ 10, ກຂ 26 ແລະ ເຂົ້າພື້ນເມືອງອີກຈຳນວນໜ້ອຍໜຶ່ງ.

 ແນວໃດກໍຕາມ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ຍັງໄດ້ສຶບຕໍ່ເອົາໃຈໃສ່ຊຸກຍູ້ປະຊາຊົນເກັບກູ້ພືດລະດູຝົນ ຢ່າງເປັນປົກກະຕິ ແລະ ພ້ອມສຸມໃສ່ວາງແຜນການຜະລິດລະດູແລ້ງທີ່ຈະມາເຖິງ. ທັງນີ້ກໍເພື່ອກະກຽມຄວາມພ້ອມທາງດ້ານສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຜະລິດໃຫ້ໄດ້ຫລາຍກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ .

Contribute