ຮ່ວມມືສ້າງຖານຜະລິດເຂົ້າເປັນສິນຄ້າສູ່ຕະຫຼາດ

ກຸ່ມຊາວນາຜູ້ຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມແນວພັນເຂົ້າຮຸ່ນທີ 3 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມມືຈັບຄູ່ທຸລະກິດກັບຜູ້ປະກອບການສີເຂົ້າ ເພື່ອເຮັດສັນຍາຊື້ຂາຍເຂົ້າເປືອກ ເພື່ອສ້າງຖານການຜະລິດເຂົ້າເປັນສິນຄ້າ ແລະ ເຊື່ອມໂຍງການຜະລິດເຂົ້າສູ່ຕະຫຼາດ ຕາມກົນໄກຕ່ອງໂສ້ການຜະລິດເປັນສິນຄ້າໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ພຽງພໍກັບຄວາມຕ້ອງການຂອງສັງຄົມ
https://v2.vientianemai.net/archives/10579
vientianemai

ພິທີເຊັນສັນຍາຊື້-ຂາຍເຂົ້າ ລະຫວ່າງຜູ້ປະກອບການໂຮງສີເຂົ້າ ແລະ ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມແນວພັນເຂົ້າຮຸ່ນທີ 3 ຈັດຂຶ້ນວັນທີ 16 ຕຸລາ 2020 ຢູ່ຫ້ອງການບ້ານສິມມະໂນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານຄຳແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ, ທ່ານ ສົມໝາຍ ອຸ່ນສີດາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ ພ້ອມດ້ວຍຜູ້ປະກອບການໂຮງສີເຂົ້າ ແລະ ກຸ່ມຊາວນາເຂົ້າຮ່ວມ

ທ່ານ ອານຸສອນ ພົມມະລືຊາ ຜູ້ປະສານງານໂຄງການຜະລິດເຂົ້າເປັນສິນຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ນວ ກ່າວວ່າ: ປັດຈຸບັນ ທີມງານຜູ້ປະສານງານໂຄງການຜະລິດກະສິກຳເປັນສິນຄ້າ ໄດ້ສຳເລັດການເຊັນສັນຍາເກັບຊື້ຜົນຜະລິດເຂົ້າເປັນສິນຄ້າ 11 ກຸ່ມ ແລະ ກຸ່ມຜະລິດແນວພັນເຂົ້າ 9 ກຸ່ມ ໃນ 2 ເມືອງຄື: ເມືອງປາກງື່ມ ແລະ ເມືອງໄຊທານີ, ສຳລັບເມືອງຫາດຊາຍຟອງ ມີກຸ່ມຜະລິດເຂົ້າເປັນສິນຄ້າທີ່ເຮັດສັນຍາເກັບຊື້ເຂົ້າເປືອກ 6 ກຸ່ມຄື: ກຸ່ມບ້ານສິມມະໂນ ບ້ານຖິ່ນແຖນ ບ້ານນາລ້ອງ ໜອງພົງ ບ້ານທ່າພະ ແລະ ກຸ່ມບ້ານຄວາຍແດງ ໂດຍແຕ່ລະກຸ່ມໄດ້ມີການຈັບຄູ່ເຊັນສັນຍາ ກັບບັນດາຜູ້ປະກອບການໂຮງສີເຂົ້າຄື: ໂຮງສີເຂົ້າໄວຍາກິດ ເຊັນສັນຍາກັບກຸ່ມບ້ານນາລ້ອງ ແລະ ກຸ່ມສິມມະໂນ, ໂຮງສີເຂົ້າບຸນໜັກ ເຊັນສັນຍາກັບກຸ່ມຄວາຍແດງ, ບໍລິສັດພັນເພັດ ເຊັນສັນຍາກັບກຸ່ມທ່າພະ ແລະ ໜອງພົງ, ແລະ ໂຮງສີເຂົ້າສຸທັດ ເຊັນສັນຍາກັບກຸ່ມຖິ່ນແຖນ

ສຳລັບກຸ່ມຜະລິດເຂົ້າເປັນສິນຄ້າສະເພາະກຸ່ມບ້ານນາລ້ອງ ເນື້ອທີ່ການຜະລິດເຂົ້ານາປີມີ 42,48 ເຮັກຕາເນື້ອທີ່ນາແຊງ 54,96 ເຮັກຕາ ຄາດຄະເນຜົນຜະລິດນາປີ 203,8 ໂຕນ, ຜົນຜະລິດນາແຊງ 197,9 ໂຕນ. ກຸ່ມບ້ານຖິ່ນແຖນ ເນື້ອທີ່ການຜະລິດນາປີ 56,86 ເຮັກຕາ, ເນື້ອທີ່ນາແຊງ 80,68 ເຮັກຕາ ຄາດຄະເນຜົນຜະລິດນາປີ 276,85 ໂຕນ, ຜົນຜະລິດນາແຊງ 305,58 ໂຕນ. ກຸ່ມສິມມະໂນ ເນື້ອທີ່ການຜະລິດນາປີ 37,12 ເຮັກຕາ, ເນື້ອທີ່ນາແຊງ 50,86 ເຮັກຕາ ຄາດຄະເນຜົນຜະລິດນາປີ 190,68 ໂຕນ, ນາແຊງ 50,86 ໂຕນ ຄາດຄະເນຜົນຜະລິດນາປີ 190,68 ໂຕນ ນາແຊງຜົນຜະລິດ 217,896 ໂຕນ ເຊິ່ງລວມທັງ 6 ກຸ່ມ ສາມາດຄາດຄະເນການຂາຍຢ່າງໜ້ອຍໄດ້ບໍ່ຫຼຸດ 60% ຂອງການຜະລິດທັງໝົດ

 

News Vientiane Mai

Contribute