ຫັນຈາກການເຮັດໄຮ່ ມາລ້ຽງງົວເປັນອາຊີບສ້າງລາຍຮັບກວ່າ 50 ລ້ານກີບຕໍ່ປີ

ການສ້າງເສດຖະກິດຄອບຄົວຂອງພໍ່ແມ່ປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ສ່ວນໃຫຍ່ ແມ່ນການປູກຝັງ-ລ້ຽງສັດ ເຂົາເຈົ້າເຄີຍມີມູນເຊື້ອມາແຕ່ດົນນານບວກກັບເງື່ອນໄຂສະພາບແວດລ້ອມຂອງທ້ອງຖິ່ນ, ຍາມໃດພັກ-ລັດກໍ່ໄດ້ຊູກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນຫັນມາລ້ຽງສັດໃຫ້ກາຍເປັນອາຊິບຕົ້ນຕໍ ໃນການສ້າງລາຍຮັບໃຫ້ແກ່ຄອບ ໂດຍສະເພາະແມ່ນການລ້ຽງງົວຄືກັບຄອບຄົວຂອງທ່ານ ເຢຍໄກ່ ໄຊຢີລີ ຢູ່ບ້ານມົກແຫວນ, ເມືອງປາກແບງ, ແຂວງອຸດົມໄຊ ເຊິ່ງເປັນຄອບຄົວໜື່ງທີ່ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ແລະ ໄດ້ຮັບການຊຸກຍູ້ສົ່ງເສີມຈາກຂະແໜງການທີ່ກ່ຽວຂ້ອງ ເປັນທຶນຮອນເພື່ອນຳໃຊ້ເຂົ້າໃນການລ້ຽງ.
Raising Cattle
Photo By: Farming trendy

ທ່ານ ເຢຍໄກ່ ໄຊຢີລີ ໄດ້ໃຫ້ຮູ້ວ່າ: ໃນເມື່ອກ່ອນຄອບຄົວຂອງຕົນເອງແມ່ນເຮັດອາຊິບການຖ່າງປ່າເຮັດໄຮ່ ປູກເຂົ້າ, ປູກພຶດ, ຜັກຈຳນວນໜື່ງ ແລະ ລ້ຽງສັດ ປີກເພື່ອເປັນສະບຽງອາຫານຊີວິດການເປັນຢູ່ແມ່ນພົບຄວາມຫຍຸ້ງຍາກຂາດເຂີນ ໂດຍສະເພາະແມ່ນການຂາດເຂົ້າກິນ ຍ້ອນສະພາບດິນຟ້າອາກາດບໍ່ອຳນວຍຄວາມສະດວກ ເຮັດໃຫ້ຜົນຜະລິດ ບໍ່ໄດ້ຕາມຄາດໝາຍ. ມາຮອດຊຸມປີ 2014-2015 ຈື່ງໄດ້ຫັນມາລ້ຽງງົວໃນເບື້ອງຕົ້ນມີງົວພຽງແຕ່ 10 ກວ່າໂຕ ຜ່ານການລ້ຽງເຫັນວ່າໄດ້ຮັບຜົນຈື່ງໄດ້ສືບຕໍ່ລ້ຽງຂະຫຍາຍການລ້ຽງ ແລະ ໄດ້ມີການປູກຫຍ້າເພື່ອເປັນອາຫານສັດ. ຕໍ່ມາກໍ່ໄດ້ນຳງົວອອກຂາຍໂດຍສະເລ່ຍ 6-8 ໂຕຕໍ່ປີ ສ້າງລາຍຮັບໃຫ້ຄອບຄົວໄດ້ຫຼາຍກວ່າ 50 ລ້ານກີບຕໍ່ປີ. ມາຮອດປະຈຸບັນຄອບຄົວຂອງທ່ານ ເຢຍໄກ່ ມີງົວທັງໝົດປະມານ 70 ໂຕ. ລາວໃຫ້ຮູ້ອິກວ່າ: ພາຍຫຼັງໄດ້ຫັນມາລ້ຽງງົວ ຊີວິດການເປັນຢູ່ຂອງຄອບຄົວເຫັນວ່ານັບມື້ນັບດີຂື້ນ. ມີເງີນແຮເກັບໄວ້ໃນຄອບຄົວສາມາດຕັ້ງເຮືອນເຄີ່ງຖາວອນ 1 ຫຼັງ, ມີໂຮງສີເຂົ້າ, ຊື້ພາຫະນະ ແລະ ເຄື່ອງຮັບໃຊ້ໃນຊີວິດປະຈຳວັນທີ່ຈຳເປັນຕ່າງໆ. ສຳຫຼັບຕໍ່ໜ້າແມ່ນຈະສຶບຕໍ່ຂະຫຍາຍກິດຈະກຳການລ້ຽງໃຫ້ຫຼາຍຂຶ້ນອິກຕື່ມ ໂດຍສະເພາະແມ່ນຂະຫຍາຍການປູກຫຍ້າລ້ຽງງົວ. 

ຂໍ້ມູນຈາກ ໜັງສືພີມ ເສດຖະກິດ-ສັງຄັມ

Contribute