ລັດຢືນຢັນອະຫິວາໝູລະບາດຢູ່ 7 ບ້ານສາລະວັນໝູຕາຍແລ້ວເກືອບພັນ

ການລະບາດຂອງພະຍາດອະຫິວາຢູ່ 7 ໝູ່ບ້ານຂອງເມືອງຕຸ້ມລານແຂວງສາລະວັນ, ພຽງໄລຍະເວລາບໍ່ເຖິງເດືອນເຮັດໃຫ້ໝູຕາຍແລ້ວເກືອບພັນໂຕ, ຂະນະກົມລ້ຽງສັດ ແລະການປະມົງກະຊວງກະສິກຳ ແລະປ່າໄມ້ໄດ້ອອກມາແຈ້ງການເລັ່ງເຝົ້າລະວັງແລະສະກັດກັ້ນ, ຫ້າມບໍ່ໃຫ້ມີການເຄື່ອນຍ້າຍເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກສູ່ເມືອງອື່ນ, ພ້ອມທັງ ເນັ້ນໃຫ້ທ້ອງຖິ່ນໂຄສະນາເຜີຍແຜ່ຜົນຮ້າຍ ແລະ ວິທີການປ້ອງກັນໃຫ້ແກ່ປະຊາຊົນຢ່າງຖືກວິທີ.
African swine fever: ASF
African swine fever

ຕໍ່ສະພາບດັ່ງກ່າວ ແລະແຈ້ງການສະບັບນີ້, ທີມຂ່າວເສດຖະກິດ-ສັງຄົມ ໄດ້ມີ ໂອກາດສາພາດທ່ານ ສີແສງ ຂຸນສີ ຮອງຫົວຫນ້າກົມລ້ຽງສັດ ແລະການປະມົງກະຊວງກະສັດ ແລະປ່າໄມ້ຜ່ານທາງ ່ໂທລະສັບຈຶ່ງໄດ້ຮູ້ວ່າ: ການລະບາດຂອງພະຍາດອະຫິວາຫມູ່ໃນແຂວງສາລະວັນ ຄັ້ງນີ້ໄດ້ກວດພົບຈໍານວນ 8 ຕົວ ຢ່າງ ໃນວັນທີ 17 ມິຖຸນາ ອັນສົ່ງຜົນໃຫ້ຫມູ່ ຂອງປະຊາຊົນລົ້ມຕາຍແລ້ວ 9 ຮ້ອຍ ກວ່າໂຕ ໃນຈໍານວນ 7 ບ້ານ ຂອງເມືອງຕຸ້ມລານ, ປະກອບມີບ້ານສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະບ້ານນາຮອງໃຫຍ່ ໂດຍ ສາເຫດຫຼັກເກີດຈາກຮ້ານອາຫານຂອງຄົນຫວຽດນາມໃນເຂດນັ້ນໄດ້ລັກລອບ ນໍາຜະລິດຕະພັນຫມູເຂົ້າມາປຸງແຕ່ງ ແລະ ໄດ້ນຳເສດອາຫານໄປເກືອຫມູ ຈຶ່ງເຮັດໃຫ້ການລະບາດຂອງພະຍາດດັ່ງກ່າວແຜ່ລາມໄວ ແລະເພື່ອເປັນຄວບຄຸມ ການສະກັດກັ້ນ, ກົມໄດ້ແຈ້ງໃຫ້ທ້ອງຖິ່ນຕັ້ງຈຸດດ່ານກວດກາສັດຕະວະແພດຊົ່ວຄາວ ກວດຢຶດຫມູ ແລະຜະລິດຕະພັນຫມູທີ່ເຄື່ອນຍ້າຍຈາກເຂດລະບາດ ພ້ອມທັງຈັດຕັ້ງ ສິດພົ່ນຢາຂ້າເຊື້ອພະຫະນະທີ່ອອກຈາກ ເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດ ແຜ່ລາມໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນ, ລວມທັງໃຫ້ຈັດຕັ້ງກັນລົງໂຄສະນາເຜີຍແຜ່ລາມໄປສູບ້ານອື່ນ ຫຼື ສະຖານທີ່ອື່ນ, ລວມທັງໃຫ້ຈັດຕັ້ງກັນລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຄວາມອັນຕະລາຍຮ້າຍແຮງຂອງພະຍາດໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງແນໃສ່ຊຸກຍູ້ລະດົມໃຫ້ ເຂົາເຈົ້າສະຫມັກໃຈເຂົ້າຮ່ວມປະຕິບັດ ມາດຕະການຕອບໂຕ້ພະຍາດທີ່ລັດວາງ ອອກຢ່າງພ້ອມພຽງ.

ທ່ານ ສີແສງ ຂຸນສີ ໃຫ້ຮູ້ອີກວ່າ: ໃນການຢັບຢັ້ງເຊື້ອພະຍາດດັ່ງກ່າວຫາກຖືກແທ້ແມ່ນຂ້າທໍາລາຍຫມູທັງຫມົດຖິ້ມ, ແຕ່ເນື່ອງຈາກວ່າລັດຖະບານລາວບໍ່ມີ ງົບພຽງພໍທີ່ຈະຊົດເຊີຍຄືນໃຫ້ກັບພໍ່ແມ່ປະຊາຊົນ, ດັ່ງນັ້ນ ສິ່ງທີ່ເຮັດໄດ້ໃນຕອນ ນີ້ພຽງແຕ່ຊຸກຍູ້ລະດົມໃຫ້ປະຊາຊົນ ແລະ ນາພາຂ້າທໍາລາຍຫມູທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອເປັນວົງແຄບຢູ່ຄອບຄົວຂອງເຂົາເຈົ້າ ຫຼື ຄອບຄົວໃກ້ຄຽງທີ່ສ່ຽງ ຫຼື ໄດ້ຮັບຜົນກະທົບດ້ວຍຄວາມສະຫມັກໃຈ ເພື່ອຕັດວົງຈອນຂອງເຊື້ອພະຍາດ ແລະກໍາຈັດຫມູຕາຍ ແລະຫມູຖືກຂ້າດ້ວຍການເຜົາ ຫຼື ຝັງໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ໃຫ້ນຳເອົາໝູທີ່ເຈັບ ຫຼື ຕາຍໄປບໍລິໂພກ, ຖິ້ມລົງຫ້ວຍນ້ຳລຳເຊ ຫຼື ຕາມທຳມະຊາດຢ່າງເດັດຂາດ, ພ້ອມດຽວກັນນັ້ນກໍໃຫ້ນຳພາປະຊາຊົນເຮັດອະນາໄມ ແລະຂ້າເຊື້ອຄອກສັດ ໂດຍການສີດພົ່ນຢາຂ້າເຊື້ອ ຫຼື ໂຮຍປູນຂາວໃຫ້ທົ່ວເຖິງໃນບໍລິເວນບ້ານທີ່ໝູອາໄສຢູ່ ຫຼື ບ່ອນທີ່ໝູຍ່າງໄປມາແຕ່ລະມື້

 

ຂ່າວຈາກ: Socio-Economic News

Contribute