ມອບຮັບແນວພັນເຂົ້າໃຫ້ພາກໃຕ້ ແລະ ພາກກາງ

phakhaolao.la
phakhaolao.la

ໃນທ້າຍອາອິດທີ່ຜ່ານມາກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງນິກກະສິກຳ ໄດ້ຈັດພິທີມອບຮັບແນວພັນເຂົ້າລຸ້ນ 3 ໃຫ້ບັນດາພະແນກກະສິກຳປ່າໄມ້ແຂວງພາກໃຕ້ ແລະ ພາກກາງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ໂດຍເລີ່ມຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ເຂົ້າຮ່ວມໃນພິທີມອບຮັບໃນຄັ້ງນີ້ ໂດຍທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານສົມລິດ ວິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳປາສັກ ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ຍິງ 7 ທ່ານ ເຊິ່ງແນວພັນເຂົ້າທີ່ນຳມາມອບໃນຄັ້ງນີ້ມີ 69 ໂຕນ ມູນຄ່າ 414 ລ້ານກີບ 

ຫຼັງຈາກນັ້ນກໍໄດ້ສືບຕໍ່ມອບ ໃຫ້ແຂວງເຊກອງ ຈຳນວນ 10 ໂຕນ ມູນຄ່າ 60 ລ້ານກີບ, ແຂວງສາລະວັນຈຳນວນ 100 ໂຕນ ມູນຄ່າ 600 ລ້ານກີບ , ແຂວງ ສະຫວັນນະເຂດຈຳນວນ 151 ໂຕນ 906 ລ້ານກີບ, ແຂວງ ຄຳມ່ວນ 81 ໂຕນ ມູນຄ່າ 486 ລ້ານກີບ , ແຂວງ ບໍລິຄຳໄຊ ຈຳນວນ 30 ໂຕນ ມູນຄ່າ 180 ລ້ານ

ການມອບຮັບແນວພັນເຂົ້າ ທ່າດອກຄຳ 8 ໃນຄັ້ງນີ້ ມີທັງໝົດ 6 ແຂວງ, ເຂົ້າແນວພັນທັງໝົດ 441 ໂຕນ ມູນຄ່າທັງໝົດ 2. 646 000 000 ແລະ ໄດ້ນຳໄປມອບຕໍ່ໃຫ້ປະຊາຊົນຄອບຄົວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອໃຫ້ຊາວກະສິກອນໄດ້ເຮັດການຜະລິດໃນລະດູແລ້ງໃຫ້ທັນຕາມລະດູການ
 

ຂ່າວ

Contribute