ພືດລະດັບຕະກຸນໃໝ່ ສຳລັບປະເທດລາວ

ລາຍງານພົບ ພືດລະດັບຕະກຸນໃໝ່ ສຳລັບປະເທດລາວ, ຈາກການສຳຫຼວດພື້ນທີ່ປ່າສະຫງວນແຫ່ງຊາດ ພູຈອມວອຍ

ຊົມເຊີຍນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດລາວ SOULIVANH LANORSAVANH, VICHITH LAMXAY, KEOOUDONE SOUVANNAKHOUMMANE, KHAMFA CHANTHAVONGSA & SOMCHANH BOUNPHANMY
phakhaolao.la
phakhaolao.la

ເມື່ອວັນທີ່ 25 ຕຸລາ ທີ່ຜ່ານມາ ນັກຄົ້ນຄວ້າຈາກ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ມະຫາວິທະຍາໄລ Udon Thani Rajabhat ປະເທດໄທ ໄດ້ລາຍງານການຄົ້ນພົບພືດໃໝ່ໃນລະດັບຕະກຸນ Akaniaceae, ສະກຸນ Bretschneidera, ຊະນິດ Bretschneidera sinensis ທີ່ເຂດປ່າສະຫງວນຂອງ ແຂວງບໍລິຄຳໄຊ, ເຊິ່ງໃນຊ່ວງ 2-3 ປີທີ່ຜ່ານມາກໍໄດ້ມີການຄົ້ນພົບດອກພືດໃໝ່ 2 ຊະນິດທີ່ປ່າສະຫງວນແຫ່ງຊາດພູຈອມວອຍເຊັ່ນດຽວກັນ

ຈາກການຄົ້ນພົບດັ່ງກ່າວໄດ້ສະແດງໃຫ້ເຖິງຄວາມອຸດົມສົມ ທາງດ້ານຊີວະນາໆພັນ, ແຫຼ່ງນໍ້າ ແລະ ຊັບພະຍາກອນທຳມະຊາດໃນພູຈອມວອຍ ຕະຫຼອດເຖິງທິວທັດອັນງົດງາມ ເຊິ່ງເໝາະແກ່ການພັດທະນາເປັນແຫຼ່ງທ່ອງທ່ຽວ, ພັກຜ່ອນ ແລະໂອກາດສຳລັບການສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖີ່ນອິກດ້ວຍ.

phakhaolao.la
ພູຈອມວອຍ, Cr.Duangkhae Keonoy

 

ອ້າງອີງ https://www.researchgate.net/publication/355509114_Akaniaceae_a_new_family_record_for_Lao

 

Contribute