ຜູ້ຕອບແບບສອບຖາມ93%ຈາກ 3 ປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ຮົງກົງສະໜັບສະໜູນໃຫ້ລັດຖະບານປິດຕະຫຼາດຊື້ຂາຍສັດປ່າ

ການຄ້າຂາຍສັດປ່າ ເປັນໄພຂົ່ມຂູ່ໂດຍກົງອັນດັບ 2 ຕໍ່ຊີວະນາໆພັນໃນທົ່ວໂລກ ຮອງຈາກການທຳ­ລາຍຖິ່ນອາໄສຂອງສັດປ່າ
https://vientianemai.net/archives/2253
vientianemai.net

ວັນທີ 7 ເມສາ 2020 ກົງກັບວັນສາທາລນະສຸກໂລກ ປັດຈຸບັນທີ່ໂລກຂອງເຮົາ ກຳລັງປະເຊີນກັບພາວະສຸກເສີນດ້ານສາທາລະນະສຸກທີ່ຮ້າຍນແຮງທີ່ສຸດ ອົງການກອງທຶນອະນຸຮັກສັດປ່າໂລກ (WWF) ໄດ້ເຜີຍແຜ່ບົດລາຍງານຈາກການສຳຫຼວດທີ່ພົບວ່າມີຫຼາຍກ່ວາ 90% ຂອງຜູ້ຕອບແບບສອບຖາມໃນ 3 ປະເທດອາຊີຕາເວັນອອກສຽງໃຕ້ລວມເຖິງຮົງກົງ ເຫັນດີໃຫ້ການສະໜັບສະໜູນແນວຄິດທີ່ນຳພາໂດຍລັດຖະບານ ຕໍ່ການປິດຕະຫຼາດຍຊື້-ຂາຍສັດປ່າທີ່ຜິດກົດໝາຍ ແລະ ບໍມີການຄຸ້ມຄອງຢ່າງຖືກຕ້ອງ.

ການແຜ່ລະບາດຂອງພະຍາດ COVID-19 ເປັນການເຊື່ອມໂຍງກັນລະຫວ່າງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ຜູ້ທີ່ຕິດພະຍາດຈາກສັດ ແລ້ວສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້ອີກ ຕະຫຼາດຊື້ຂາຍສັດປ່າ ຖືວ່າເປັນແຫຼ່ງທີີ່ມີຄວາມສ່ຽງຫຼາຍ ຈາກຜົນສຳຫຼວດໃນເດືອນມີນາ 2020 ຈາກຈຳນວນຜູ້ຮ່ວມແບບສຳຫຼວດ 5000 ຄົນ ຈາກເຂດການປົກຄອງພິເສດຮົງກົງ ຍີ່ປຸ່ນ ມຽນມາ ໄທ ແລະ ຫວຽດນາມ ພົບວ່າ 82% ມີຄວາມກັງວົນຫຼາຍຕໍ່ການລະບາດຂອງພະຍາດຕິດຕໍ່ນີ້ ໃນນີ້ 93% ຂອງຜູ້ຕອບແບບສອບຖາມຈາກ 3 ປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ຮົງກົງ ຢາກສະໜັບສະໜູນໃຫ້ລັດຖະບານປິດຕະຫຼາດຊື້ຂາຍສັດປ່າທີ່ຜິດກົດໝາຍ ແລະ ບໍ່ມີການຄຸມຄອງຢ່າງຖືກຕ້ອງ.

ຕົ້ນກຳເນີດ ຫຼື ແຫຼ່ງທີ່ມາທີ່ແທ້ຈິງຂອງພະຍາດ COVID-19 ຍັງເປັນຂໍ້ສົງໄສ ແຕ່ອົງການອະນາໄມໂລກໄດ້ຢືນຢັນວ່າ ເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ເພື່ອຕອບໂຕ້ກັບພະຍາດລະບາດນີ້ ໃນວັນທີ 24 ກຸມພາທີ່ຜ່ານມາ ລັດຖະບານຈີນໄດ້ປະກາດສັ່ງຫ້າມການຊື້ຂາຍ ແລະ ກິນສັດປ່າເປັນອາຫານ ຜົນສຳຫຼວດຂອງ WWF ຍັງໃຫ້ຮູ້ອີກວ່າ ຄົນສ່ວນໃຫຍ່ຈາກປະເທດອື່ນໆໃນທົ່ວຂົງເຂດພາກພື້ນ ເຫັນດີໃຫ້ການສະໜັບສະໜູນມາດຕະການໃນຮູບແບບດຽວກັນ ຕໍ່ການປິດຕະຫຼາຍຊື້ຂາຍສັດປ່າ ນີ້ຖືວ່າເປັນການສຳຫຼວດຄວາມຄິດເຫັນຂອງສັງຄົມຄັ້ງທຳອິດ ກ່ຽວກັບການເຊື່ອມໂຍງກັນລະຫວ່າງ COVID-19 ແລະ ການຄ້າຂາຍສັດປ່າໃນທົ່ວພາກພື້ນອາຊີ.

ທ່ານ Christy Williams ຜູ້ອຳນວຍການ WWF ປະຈຳອາຊີປາຊີຟິກ ກ່າວວ່າ: ຈີນໄດ້ປະຕິບັດຫຼາຍມາດຕະການ ເຊິ່ງເປັນບາດກ້າວທີ່ດີ ລວມເຖິງການຫ້າມລ່າ ຊື້ຂາຍ ເຄື່ອນຍ້າຍ ແລະ ການກິນສັດປ່າ ປັດຈຸບັນ ຫວຽດນາມກໍກຳລັງດຳເນີນການໃນຮູບແບບທີ່ຄ້າຍຄືກັນ. ລັດຖະບານໃນປະເທດສະມາຊິກອາຊຽນ ຄວນພິຈາລະນາຕໍ່ມາດຕະການປິດຕະຫຼາດຊື້ຂາຍສັດປ່າທີ່ມີຄວາມສ່ຽງສູງ ແລະ ຢຸດຕິຂະບວນການຄ້າຂາຍສັດປ່າ ເພື່ອອະນຸຮັກສັດປ່າ ແລະ ຊ່ວຍປ້ອງກັນການເກີດຂຶ້ນຊ້ຳຮອຍອີກ ຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ທີ່ອາດກໍ່ບັນຫາການຢຸດສະງັກ ຄວາມວຸ່ນວາຍດ້ານເສດຖະກິດສັງຄົມ ດັ່ງທີ່ພວກເຮົາກຳລັງປະເຊີນຢູ່ໃນທົ່ວໂລກ.

ສະເພາະຢູ່ ສປປ ລາວ ທ່ານ Francois Guegan ຫົວ­ໜ້າຝ່າຍການອະ­ນຸຮັກ WWF-Laos ໄດ້ໃຫ້ຮູ້ວ່າ: ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 05/ນຍ ປີ 2018 ຖືວ່າເປັນການແກ້ໄຂບັນຫາກ່ຽວກັບການຄ້າຂາຍສັດປ່າທີ່ຜິດກົດໝາຍໃນລາວໄດ້ດີທີ່ສຸດ ແລະ ເຮັດໃຫ້ການຊົມໃຊ້ຜະລິດຕະພັນທີ່ເຮັດຈາກສັດປ່າ ການຄ້າຂາຍສັດປ່າຫຼຸດລົງ ຄຳສັ່ງດັ່ງກ່າວ ຖືກນຳມາຈັດຕັ້ງປະຕິບັດໂດຍກົມກວດກາປ່າໄມ້ ຮ່ວມກັບພາກສ່ວນກ່ຽວຂ້ອງ ໃນບັນດາເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ເພື່ອຮັບປະກັນໃຫ້ປະຊາຊົນລາວມີຄວາມປອດໄພ ແລະ ການແຜ່ລະບາດຂອງພະຍາດຕິດຕໍ່ຈາກສັດສູ່ຄົນນີ້ ຈະບໍ່ເກີດຂຶ້ນອີກ ການຄ້າຂາຍສັດປ່າ ໂດຍສະເພາະສັດລ້ຽງລູກດ້ວຍນົມ ສັດປີກ ສັດເລືອຄານ ແລະ ອື່ນໆທີ່ມີຄວາມສ່ຽງສູງຕໍ່ການແຜ່ເຊື້ອພະຍາດສູ່ຄົນ ຈຳຕ້ອງຖືກປິດລົງ ແລະ ຢຸດຕິທັນທີ ຜົນການສຳຫຼວດໂດຍຜ່ານ GlobeScan ຍັງເຜີຍໃຫ້ຮູ້ວ່າ 9% ຂອງຄົນບາງກຸ່ມ ຫຼືຄົນທີ່ພວກເຂົາຮູ້ຈັກ ເຄີຍຊື້ສັດປ່າໃນ 12 ເດືອນຜ່ານມາ ຈາກຕະ­ຫຼາດຊື້ຂາຍສັດປ່າ ແຕ່ 84% ຄິດວ່າຈະບໍ່ກັບໄປຊື້ ຫຼື ຊົມໃຊ້ຜະ­ລິດຕະພັນທີ່ເຮັດຈາກສັດປ່າໃນອະນາຄົດ ຫຼັງຈາກການແຜ່ລະບາດຂອງCOVID-19.

ທ່ານ Marco Lambertini ຜູ້ອຳນວຍການໃຫຍ່ WWF ສາກົນ ໃຫ້ຮູ້ວ່າ: ປະຊາຊົນໃນເຂດອາຊີ ທີ່ອາໄສຢູ່ໃນປະເທດທີ່ມີຕະຫຼາດຄ້າຂາຍສັດປ່າຫຼາຍທີ່ສຸດ ໄດ້ສະແດງອອກເຖິງການສະໜັບສະໜູນຕໍ່ການຢຸດກິນສັດປ່າ ແລະ ປິດຕະຫຼາດຄ້າຂາຍສັດປ່າທີ່ຜິດກົດໝາຍ ຈາກຜົນການສຳຫຼວດຄົນສ່ວນໃຫຍ່ ມີຄວາມກັງວົນ ແລະ ພ້ອມສະໜັບສະໜູນລັດຖະບານຂອງຕົນ ໃນການປ້ອງກັນວິກິດດ້ານສາທາລະນະສຸກຂອງໂລກໃນອະນາຄົດ ທີ່ອາດມີມາຈາກຕະຫຼາດສັດປ່າ ເຖິງເວລາແລ້ວທີ່ຈະເຊື່ອມຕໍ່ຜົນກະທົບຈາກການຄ້າ-ຂາຍສັດ­ປ່າ ທີ່ມີຕໍ່ຄວາມເສື່ອມໂຊມດ້ານສິ່ງແວດລ້ອມ ແລະ ຄວາມສ່ຽງອື່ນໆຕໍ່ສຸຂະພາບຂອງຄົນເຮົາ.

ອົງການອະນາໄມໂລກ ລາຍງານວ່າ ການແຜ່ລະບາດຂອງພະຍາດ COVID-19 ໃນປັດຈຸບັນ ລວມເຖິງເຊື້ອພະຍາດໃນມະນຸດຢ່າງໜ້ອຍ 61% ແມ່ນການແຜ່ເຊື້ອຈາກສັດສູ່ຄົນ ການຄ້າຂາຍສັດປ່າເປັນຄວາມສ່ຽງທີ່ຮ້າຍແຮງ ຕໍ່ການແຜ່ລ­ບາດຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ຖືເປັນການທຳລາຍທີ່ຢູ່ອາໄສຂອງສັດປ່າ ເປັນການສູນເສຍທາງລະບົບນິເວດວິທະຍາ ພະຍາດຕິດຕໍ່ອື່ນໆທີ່ເກີດຂຶ້ນໃນໄລຍະຜ່ານມາ ໃນນີ້ລວມມີພະຍາດ SARS MERS ແລະ Ebola ລ້ວນແຕ່ເປັນການແຜ່ເຊື້ອຈາກສັດສູ່ຄົນ.

ການຄ້າຂາຍສັດປ່າ ເປັນໄພຂົ່ມຂູ່ໂດຍກົງອັນດັບ 2 ຕໍ່ຊີວະນາໆພັນໃນທົ່ວໂລກ ຮອງຈາກການທຳ­ລາຍຖິ່ນອາໄສຂອງສັດປ່າ ໂດຍສະເພາະສັດທີ່ມີກະດູກສັນຫຼັງໃນທົ່ວໂລກ ຫຼຸດລົງປະ­ມານ 60% ນັບແຕ່ປີ 1970 ແລະ ບົດລາຍງານປີ 2019 ຈາກນະໂຍບາຍທາງວິທະຍາສາດ ລະຫວ່າງລັດກ່ຽວກັບການຊົມໃຊ້ຄວາມຫຼວງຫຼາຍທາງຊີວະນາໆພັນ ແລະ ລະບົບນິເວດວິທະຍາ ສະຫຼຸບວ່າປັດຈຸບັນປະມານ 25% ຂອງສັດສາຍພັນຕ່າງໆທົ່ວໂລກ ກຳລັງຖືກຄຸກຄາມ ເຊິ່ງອາດນຳໄປສູ່ການສູນພັນ.

 

News: Vientiane Mai Newspaper
 

Contribute