ຜັກສ້ຽນ ຊ່ວຍບໍາລຸງເລືອດລົມ ແລະ ຮ່າງກາຍ

ຜັກສ້ຽນນິຍົມນຳມາຄັນສົ້ມ ກີນກັບປີ້ງປາ, ປີ້ງໄກ່ ແລະ ພົບໄດ້ທົ່ວໄປຕາມຕະຫຼາດໃນເຂດອາຊີຕາເວັນອອກສຽງໃຕ້.
https://www.facebook.com/noonaswe/photos/pcb.2008101759503254/2008101466169950/?type=3&theater
facebook: ໜູນາສະວິເດນ ແຟນເຟຈ

ຕົ້ນຜັກສ້ຽນເປັນພືດລົ້ມລຸກຄົນສ່ວນໃຫຍ່ນິຍົມນໍາມາຄັ້ນເຮັດສົ້ມ ໂດຍນໍາຕົ້ນຜັກສ້ຽນມາປາດໃຫ້ມີຂະໜາດພໍເໝາະແລ້ວນໍາໄປຕາກແດດພໍໝາດເພື່ອກໍາຈັດກິ່ນເໝັນຂຽວ. ຫຼັງຈາກນັ້ນໃຫ້ນໍາເຂົ້ານື້ງສຸກ 1 ກໍາມືຕໍ່ຜັກສ້ຽນ 5 ຖ້ວຍ ນໍາມາຄັ້ນກັບເກືອໃຫ້ມີລົດເຄັມເລັກນ້ອຍ, ເມື່ອສໍາເລັດແລ້ວໃຫ້ນໍາຜັກສ້ຽນທີ່ກຽມໄວ້ໃສ່ລົງໄປແລ້ວຕື່ມນໍ້າຕານ 5 ບ່ວງແກງຄົນໃຫ້ເຂົ້າກັນ ແລະ ປິດຝາພາສະນະໄວ້ປະມານ 3-4 ຄືນສາມາດນໍາມາຮັບປະທານຈະຊ່ວຍບໍາລຸງເລືອດລົມ, ບໍາລຸງຮ່າງກາຍ ແລະ ໃຫ້ພະລັງງານເພາະສົ້ມຜັກສ້ຽນມີສານອະນຸມູນອິດສະຫຼຊ່ວຍຕ້ານມະເຮັງ, ມີລິດຂ້າເຊື້ອ. ຮາກຜັກສ້ຽນໃຊ້ຕົ້ມຮັບປະທານເປັນຢາແກ້ໄຂ້, ແກ້ເລືອດອອກຕາມເຟັນແຂ້ວ, ແກ່ນຜັກສ້ຽນຊ່ວຍຂັບຂີ້ກະເທີ່ ແລະ ບໍາລຸງປອດໃຫ້ເປັນປົກກກະຕິ.

ຮຽບຮຽງໂດຍ: ຟ້າ

ຂໍ້ມູນຈາກ: ໜັງສືພີມເສດຖະກິດ-ສັງຄົມ

Contribute