ກິນເຂົ້າກໍ່າ ຊ່ວຍບໍາລຸງເລືອດ ແລະ ບໍາລຸງທາດຕ່າງໆໃນຮ່າງກາຍ

ເຂົ້າກໍ່າມີສານອາຫານຫຼາຍຊະນິດທັງວິຕາມິນ ແລະ ແຮ່ທາດທີ່ຊ່ວຍບໍາລຸງເລືອດ ແລະ ບໍາລຸງຮ່າງການ, ເຮັດໃຫ້ຮ່າງກາຍເຮັດວຽກຢ່າງມີປະສິດທິພາບຫຼາຍຂຶ້ນ.
https://www.pinterest.com/pin/567242515549859906/?lp=true
www.pinterest.com

ຮ່າງກາຍເຮົາຈຶ່ງມີພູມຕ້ານທານຕ່າງໆຕໍ່ພະຍາດ ຫຼື ບໍາບັດອາການພະຍາດຊໍ້າເຮື້ອຕ່າງໆດ້ວຍຕົນເອງໂດຍສະເພາະພະຍາດກ່ຽວກັບຄວາມຈໍາເສື່ອມ, ຕ້ານມະເຮັງ, ອໍາມະພາດ, ຄວາມດັນເລືອດ, ຄໍເລດເຕີລໍ, ເສັ້ນເລືອດຕີບ, ໄມເກຣນ, ຫຼຸດຄວາມຄຽດ, ຊ່ວຍໃຫ້ນອນບໍ່ຫຼັບດີແກ້ບັນຫາໄວທອງ ແລະ ປວດປະຈໍາເດືອນ. ນອກນັ້ນເຂົ້າກໍາກໍ່ຍັງມີສານແອນໂທໄຊຍານິນ ຊຶ່ງມີການວິໄຈພົບວ່າສາມາດຫຼຸດການເກີດຫຼອດເລືອດໃນຫົວໃຈໄດ້ໃນການເກີດພະຍາດຫົວໃຈຂາດເລືອດໃນຜູ້ຍິງໄວກາງຄົນລະຫວ່າງອາຍຸ 25-42 ປີໄດ້.

ເຂົ້າກໍ່າເປັນເຂົ້າພື້ນເມືອງລາວທີ່ນີຍົມປູກເພື່ອເຮັດເຂົ້າຕົ້ມເຂົ້າໜົມ, ເຂົ້າຫຼາມ ແລະ ອາຫານຫວານປະເພດຕ່າງໆ. ສ່ວນຫຼາຍເຂົ້າກຳຈະປູກໃນເຂດເນີນສູງຂອງປະເທດ, ແຕ່ປັດຈຸບັນໄດ້ມີການພັດທະນາສາຍພັນສາມາດປູກໃສ່ນາໃນເຂດພື້ນທີ່ຕໍ່າຂອງປະເທດໄດ້ຮັບຜົນດີບໍ່ສົມຄວນ.

ຮຽບຮຽງໂດຍ: ຟ້າ

ຂໍ້ມູນຈາກ: ໜັງສີພີມເສດຖະກິດ-ສັງຄົມ

Contribute