ໝາກຟິດ / Limonia
APA 6th ed. ໝາກຟິດ / Limonia. (2022, October 28). Retrieved from https://www.phakhaolao.la/kb/0001509
MLA 8th ed. ໝາກຟິດ / Limonia. Pha Khao Lao, 28 October 2022, https://www.phakhaolao.la/kb/0001509.
Chicago 17th ed. Pha Khao Lao. 2022. "ໝາກຟິດ / Limonia." Published October 28, 2022. https://www.phakhaolao.la/kb/0001509.
ໄທ: ມະຂວິດ, ມະຍົມ (ພາກອີສານ) ແລະ ມະຟິດ (ພາກເໜືອ)
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 15-25 ມ, ເຮືອນຍອດມີລັກສະນະກົມງາມ, ເປືອກລຳຕົ້ນພາຍນອກມີສີເທົາ, ເປືອກພາຍໃນມີສີຂາວ, ເປັນຕົ້ນໄມ້ທີ່ມີທົນຕໍ່ສະພາບດິນ ແລະ ພູມອາກາດຕ່າງໆ ໄດ້ເປັນຢ່າງດີ. ໃບປະສົມຂັ້ນສອງ, ອອກວຽນສະຫຼັບ ຫຼື ອອກເປັນກະຈຸກຢູ່ບໍລິເວນປຸ່ມຕາມກິ່ງຕ່າງໆ, ຍາວ 8-15 ຊມ, ໂດຍຈະມີ 1-4 ປ້ອງ. ໃບຍ່ອຍມີ 3-7 ໃບ, ຮູບຮີ, ຮູບໄຂ່ປີ້ນ ຫຼື ຮູບຫອກປີ້ນ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍມົນ, ຜິວໃບດ້ານເທິງມີສີຂຽວເຂັ້ມລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ແຜ່ນໃບໜາ, ເມື່ອນຳໄປສ່ອງຜ່ານແສງຈະພົບຕ່ອມນ້ຳມັນກະຈາຍຢູ່ທົ່ວໃບ. ກ້ານໃບລວມຍາວ 3-4 ຊມ, ກ້ານໃບຍ່ອຍສັ້ນຫຼາຍ. ຊໍ່ດອກແບບຈະຈະເປັນຊໍ່ສັ້ນ, ອອກຕາມກິ່ງງ່າ. ດອກຍ່ອຍມີສີຂາວ ຫຼື ສີແດງ. ໝາກແຫ້ງ, ຮູບກົມ, ມີເສັ້ນຜ່າສູນກາງປະມານ 8-10 ຊມ, ເປືອກດ້ານນອກແຂງ, ມີສີເທົາອົມຂາວ ຜິວມີຂຸຍສີຂາວ, ເນື້ອອ່ອນນຸ້ມ ແລະ ເມື່ອສຸດຈະເປັນສີດຳ.
ສັບພະຄຸນ:
- ໃບ: ແກ້ອາການຖອກທ້ອງ, ແກ້ອາການທ້ອງຂີ້ຮາກ, ໃບຊ່ວຍຂັບລົມໃນກະເພາະອາຫານ, ຊ່ວຍຫ້າມເລືອດປະຈຳເດືອນຂອງແມ່ຍິງ, ໃຊ້ເປັນຢາຟາດສະມານແຜ, ນຳມາຕຳພອກແກ້ອາການຟົກບວມ, ເຈັບບວມ, ຊ່ວຍຮັກສາຝີ ແລະ ພະຍາດຜິວໜັງບາງຊະນິດ, ສານສະກັດຈາກໃບສາມາດຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອອາຫິວາ.
- ຢາງ: ຊ່ວຍຈະເລີນທາດໄຟໃນຮ່າງກາຍ, ຢາງມີສານແທນນິນໃຊ້ເປັນຢາຮັກສາພະຍາດຖອກທ້ອງໄດ້, ຊ່ວຍຮັກສາບາດແຜ ແລະ ສາມາດນຳມາໃຊ້ຫ້າມເລືອດໄດ້.
- ໝາກ: ໃຊ້ເປັນຢາບຳລຸງເຮັດໃຫ້ສົດຊື່ນ, ໝາກດິບນຳມາຜ່າຕາກແຫ້ງແລ້ວໃຊ້ຊົງເປັນຊາດື່ມເປັນຢາບຳລຸງທາດໃນຮ່າງກາຍ, ຊ່ວຍຮັກສາເລືອດອອກຕາມຫວ່າງແຂ້ວ, ຊ່ວຍໃຫ້ຈະເລີນອາຫານ ແລະ ຊ່ວຍຮັກສາພະຍາດກ່ຽວກັບທາງເດີນອາຫານ
- ທັງຕົ້ນ: ຊ່ວຍແກ້ພະຍາດພິດ, ຊ່ວຍແກ້ອາການຕົກເລືອດ, ຊ່ວຍແກ້ຝີເປືອຍເນົ່າ ແລະ ຊ່ວຍແກ້ບວມ.
- ຮາກ, ເປືອກ, ດອກ: ຊ່ວຍແກ້ລົງທ້ອງ.
- ໝາກ ແລະ ຢາງ: ຊ່ວຍຮັກສາອາການຖອກທ້ອງ
ປະໂຫຍດ:
- ພືດປະດັບ: ໃຊ້ປູກເພື່ອຄວາມສວຍງາມ ເໝາະສຳລັບປູກໃນສວນສາທາລະນະ ເນື່ອງເປັນຕົ້ນໄມ້ຟຸ່ມທີ່ສວຍງາມ, ຈະເລີນເຕີບໂຕໄດ້ໄວ ແລະ ແຂງແຮງ
- ໝາກ: ໃຊ້ເປັນອາຫານຮັບປະທານສົດໄດ້, ຍັງສາມາດນຳໄປເຮັດເປັນນ້ຳໝາກໄມ້ ແລະ ແຍມໄດ້ ແລະ ໃຊ້ເປັນອາຫານຂອງນົກໄດ້.
- ແກ່ນ: ສາມາດນຳມາຮັບປະທານໄດ້.
- ຢາງ: ມີຄວາມໜຽວສາມາດນຳມາໃຊ້ເປັນກາວເພື່ອໃຊ້ຕິດ ຫຼື ເຊື່ອມຕໍ່ສິ່ງຂອງຕ່າງໆໄດ້.
- ເນື້ອໄມ້: ສີເນື້ອໄມ້ແຂງສາມາດນຳມາໃຊ້ງານກໍ່ສ້າງໄດ້.