ອ້ອຍດຳ / Brown Sugar Cane
APA 6th ed. ອ້ອຍດຳ / Brown Sugar Cane. (2022, November 7). Retrieved from https://www.phakhaolao.la/kb/0001482
MLA 8th ed. ອ້ອຍດຳ / Brown Sugar Cane. Pha Khao Lao, 7 November 2022, https://www.phakhaolao.la/kb/0001482.
Chicago 17th ed. Pha Khao Lao. 2022. "ອ້ອຍດຳ / Brown Sugar Cane." Published November 7, 2022. https://www.phakhaolao.la/kb/0001482.
Saccharum barberi Jeswiet
Saccharum officinarum subsp. barberi (Jeswiet) Burkill
Saccharum officinarum subsp. sinense (Roxb.) Burkill
Saccharum spontaneum var. sinense (Roxb.) Andersson
ຊື່ສາມັນ: sugar cane
ຈີນ: 竹蔗
ຈັດເປັນພື້ດລົ້ມລຸກສູງປະມານ 2-3 ແມັດ, ມັກຂຶ້ນເປັນສຸ່ມ. ລຳຕົ້ນແຂງແຮງ, ມີລັກສະນະຄ້າຍກັບອ້ອຍທົ່ວໄປ ແຕ່ຈະມີສີມ່ວງແດງຫາສີດຳ, ມີໄຂສີຂາວປົກຄຸມ, ບໍ່ແຕກກິ່ງກ້ານ, ລຳຕົ້ນກົມຍາວເຫັນຂໍ້ ແລະ ປ້ອງຊັດເຈນ, ປ້ອງອາດຈະຍາວ ຫຼື ສັ້ນ, ຜິວລຽບມັນ, ເປືອກສີແດງອົມມ່ວງ. ຕາອອກຕາມຂໍ້. ເນື້ອອ່ອນ, ອົມນ້ຳ, ເປືອກມີຣົດຊາດຂົມ, ນ້ຳມີລົດຊາດບໍ່ຫວານຫຼາຍຄືກັບອ້ອຍທົ່ວໄປ. ມັກມີຮາກອາກາດກະຈາຍຕາມຂໍ້. ໃບດ່ຽວ, ອອກບໍລິເວນຂໍ້, ຈັບຮຽງສະຫຼັບ ຫຼົ່ນງ່າຍຈຶ່ງພົບສະເພາະປາຍຍອດ ໂດຍມີກາບໃບໂອບຫຸ້ມຂໍ້ຢູ່, ໃບຮູບຂອບຂະໜານຮຽວຍາວ ຫຼື ຮູບແຖບ, ກວ້າງ 2.5-5 ຊມ, ຍາວ 100-150 ຊມ, ໂຄນໃບໂອບຫຸ້ມລຳຕົ້ນ, ຂອບເປັນວັກນ້ອຍ ແລະ ຄົມ, ປາຍແຫຼມ, ມີຂົນຄາຍຊາກຊາຢູ່ຜິວໃບທັງສອງດ້ານ, ແຜ່ນໃບມີສີມ່ວງເຂັ້ມ, ມີໄຂສີຂາວປົກຄຸມຢ່່າງໜາແໜ້ນ, ເສັ້ນກາງໃບໃຫຍ່ ມີລັກສະນະເປັນຮ່ອງບໍລິເວນເຄິ່ງກາງ, ສີຂາວ ແລະ ມີຂົນ. ຊໍ່ດອກແບບກະຈ່າງ, ອອກບໍລິເວນປາຍຍອດ, ຍາວ 40-80 ຊມ, ລຳຕົ້ນຈະອອກດອກເມື່ອແກ່ເຕັມທີ່. ດອກຍ່ອຍຈຳນວນຫຼາຍ, ຈັບຢູ່ຖານດອກດຽວກັນ, ສີຂາວຄີມ ແລະ ມີຂົນຍາວ. ໝາກເປັນໝາກແຫ້ງ, ຂະໜາດນ້ອຍ. ແກ່ນເມື່ອແກ່ຈະປິວໄປຕາມລົມໄດ້ງ່າຍ
ອາຫານ:
- ນ້ຳອ້ອຍ: ສາມາດນຳມາດື່ມໄດ້
ສະພະຄຸນ:
- ລຳຕົ້ນຕົ້ນ (ສົດ ແລະ ແຫ້ງ): ຊ່ວຍຂັບປັດສະວະ, ຊ່ວຍລະລາຍນິ້ວ, ແກ້ໄອ, ຄໍແຫ້ງ, ແກ້ໄຂ້ ແລະ ແກ້ອາການຂາດນ້ຳໄດ້. ຕຳລາພື້ນບ້ານໃຊ້ລຳຕົ້ນຮັກສາແຜພຸພອງ, ຮັກສາພະຍາດງູກັດ ແລະ ຊ່ວຍຂັບປັດສະວະ.
- ແກ່ນ: ຕົ້ມດື່ມເປັນຢາອາຍຸວັນນະ, ຟອກເລືອດ, ແກ້ຊ້ຳບວມ, ແກ້ເບົາຫວານ, ແກ້ໄອ ແລະ ຊ່ວຍຂັບເສມຫະ
- ເປືອກຕົ້ນ: ມີຣົດຫວານຂົມຮັກສາຕານເຕັ້ມ, ແຜເນົ່າເປືອຍ ແລະ ແຜກົດທັບ. ນຳໄປຕາກແດດ ຫຼື ແອນໄຟໃຫ້ແຫ້ງແລ້ວບົດເປັນຜົງຊົງກັບນ້ຳອຸ່ນໃຊ້ຊົງບ້ວນປາກເພື່ອຮັກສາແຜຈາກອາການຮ້ອນໃນ.
- ຊານອ້ອຍ ຫຼື ເສດຈາກລຳຕົ້ນ: ມີຣົດຫວານຊ່ວຍຮັກສາແຜາ/່ຊຳເຮື້ອ, ແກ້ຝີອັກເສບ ແລະ ບວມ
- ນ້ຳອ້ອຍ: ມີຣົດຊາກຫວານຂົມຊ່ວຍແກ້ຮ້ອນໃນ, ຊ່ວຍຂັບປັດສະຫວະ, ຂັບເສມຫະ, ແກ້ຫືດ, ໄອ, ແກ້ວຽນຫົວປວດຮາກ, ແກ້ໄຂ້, ແກ້ປັດສະວະພິການ, ໝາກໄຂ່ຫຼັງພິການ, ໜອງໃນ, ຂັບນີ້ວ, ແກ້ຊ່ຳຣົວ, ແກ້ທ້ອງພູກ, ບຳລຸງກະເພາະອາຫານ, ແກ້ຂັດເບົາ, ບຳລຸງທາດ, ແກ້ສະອຶກ, ແກ້ເມົາຄ້າງ, ທ້ອງຜູກ, ຮັກສານິ້ວ, ບຳລຸງກຳລັງ, ເຮັດໃຫ້ຈະເລີນອາຫານ ແລະ ຈະເລີນທາດ, ຮັກສາຕາມົວຟາງ, ເລືອດດັງໄຫຼ່, ແກ້ອາການອ່ອນເພຍ ແລະ ຂັບລົມຜາຍ. ນອກຈາກນີ້ຍັງມີສັບພະຄຸນຊ່ວຍບຳລຸງຫົວໃຈ, ຈັດເປັນຢາເຢັນເຮັດໃຫ້ຊຸ່ມຄໍ ແລະ ຮັກສາແຜຈາກອາການຮ້ອນໃນ.
- ຕາ: ມີຣົດຊາດຫວານຂົມຊ່ວຍແກ້ຕົວຮ້ອນ, ແກ້ພິດຕານຊາ, ບຳລຸງທາດນ້ຳ, ບຳລຸງກຳລັງ ແລະ ຂັບປັດສະວະ
- ຮາກ: ຮັກສາໄສ້ໃຫຍ່ແຕກພິການ, ແກ້ວຽນຫົວໜ້າມືດຕາລາຍ, ເຈັບຫົວ, ເຈັບຫຼັງເຈັບເອວ, ທ້ອງອືດ, ບຳລຸງກຳລັງ, ບຳລຸງເລືດ, ຮັກສາອາການອ່ອນເພຍ, ຮັກສາເລືອດລົມ, ແກ້ອາການເຈັບກະດູກ ແລະ ກ້າມເນື້ອ.
ສ່ວນປະກອບທາງເຄມີ: ຈາກການສຶກສາອົງປະກອບເຄມີໃນສວ່ນຕ່າງໆພົບວ່າມີສານສຳຄັນຫຼາຍຊະນິດເຊັ່ນ:
- ລຳຕົ້ນ: ພົບ aicohols ແລະ asparagine
- ຮາກ: ພົບສານ nitrogenase
- ນ້ຳອ້ອຍ: ພົບສານ calcium, caffeic acid, vitexin, magnesium, ແລະ potassium
- ໃບ: ພົບສານ 5,7,-Dimethyl-apigenin-4-O-B-D-glycoside
- ດອກ: ພົບສານ 5-O-Methyl apigenin
- ໄຂເປືອກ: ພົບສານ policosanol