ຟານດົງ / Fea's Barking Deer

Use
Food
Scientific Name / Family
Muntiacus vaginalis (Boddaert, 1785) / Cervidae
Synonyms
Muntiacus muntjak vaginalis
Other Names
ໄທ: ເກ້ງໝໍ້, ເກ້ງດຳ ຫຼື ເກ້ງດົງ
ຊື່ສາມັນ: Fea's Barking Deer ແລະ Fea's Muntjac.
German: Tenasserim-Muntjak
Spanish: Muntíaco de Tenasserim ແລະ Muntíaco de Fea
French: Muntjac de Fea ແລະ Muntjac de Tenasserim
Conservation Status
Least Concern
Physical Description

    ມີຂະໜາດໃກ້ຄຽງກັບຟານທົ່ວໄປ ຫຼື ມີຂະໜາດນ້ອຍກວ່າເລັກນ້ອຍ, ລຳໂຕຍາວ 88-100 ຊມ, ສູງ 50-56 ຊມ,  ນໍ້ຳໜັກໂຕປະມານ 22 ກິໂລກຼາມ. ເພດຜູ້ຈະມີເຂົາແບບ Antler ຄືເຂົາກວາງ ຄືເຂົາຈະເປັນແກ່ນກະດູກງອກຕິດກັບສ່ວນຂອງກະໂຫຼກຫົວ ໂດຍຈະມີການທອດປ່ຽນເຂົາທຸກປີ, ເຂົາຂອງຟານດົງຈະສັ້ນ, ມີ 2 ກິ່ງ ກິ່ງໜ້າສັ້ນ ແລະ ກິ່ງຫຼັງຍາວ, ບໍລິເວນໂຄນນູນເປັນສັນຢູ່ບໍລິເວນໜ້າຜາກ ແລະ ຈ້ອມເຂົ້າຫາສັນດັງເປັນຮູບອັກສອນວີ. ລຳໂຕດ້ານເທິງເປັນສີນ້ຳຕານເຂັ້ມ, ສ່ວນລຸ່ມມີສີນ້ຳຕານປົນຂາວ, ຫາງສັ້ນດ້ານເທິງເປັນສີດຳເຂັ້ມ, ສ່ວນກາງຂອງຫາງສີຂາວຕັດກັນ ແລະ ມີເຂົາສະເພາະໂຕຜູ້. ຫາງຍາວປະມານ 17-19 ຊມ, 

     ຖິ່ນອາໄສ: ມັກອາໄສຢູ່ຕາມປ່າຜາສູງ ເປັນປ່າດົງດິບ, ແຄມປ່າ, ທົ່ງນາ, ເຂດປ່າທີ່ມີໝາກໄມ້ ແລະ ມັກກິນດິນປົ່ງ.

     ອາຫານ: ກິນໃບໄມ້ອ່ອນ, ໜໍ່ໄມ້ອ່ອນ, ໝາກຂາມອ່ອນ, ໝາກຂາມປ້ອມ, ໃບໄມ້, ຫຍ້າ ແລະ ໝາກໄມ້ບາງຊະນິດ.

     ພຶດຕິກຳ: ບໍ່ມັກຢູ່ຮ່ວມກັນເປັນຝູງໃຫຍ່, ມັກຢູ່ກຸ່ມລະ 2-3 ໂຕ ແຕ່ໂດຍປົກກະຕິແລ້ວມັກຢູ່ດ່ຽວໆ, ອອກຫາກິນຕອນເຊົ້າມືດ, ຕອນຄ້ຳ ແລະ ຕອນກາງຄືນ ໂດຍຈະມັກອອກຫາກິນຕາມທົ່ງໂລ່ງ.   

Description of Use

ອາຫານ:

  • ຊີ້ນ: ນຳໃຊ້ເປັນອາຫານທີ່ມີຄຸນນະພາບດີ
Reproduction and Lifecycle

ມີອາຍຸສະເລ່ຍ: 12 ປີ, ຖືພາໃຊ້ເວລາປະມານ 6 ເດືອນ ແລະ ອອກລູກຄັ້ງລະ 1 ໂຕ

Contribute