ປາບູ່ / Marble Goby

Associated Species
Use
Food
Income
Scientific Name / Family
Oxyeleotris marmorata (Bleeker, 1852) / Eleotridae
Synonyms
Other Names
Thai: ບູ່ຊາຍ, ບູ່ທອງ
English: Sand Goby and Marbled Sleepy Goby
Conservation Status
Least Concern
Physical Description

       ປາບູ່ເປັນປາທີ່ມີເກັດ, ລຳໂຕມີຮູບຮ່າງຊົງກະບອກ, ມີຫົວຂະໜາດໃຫຍ່ກວ່າລຳໂຕ, ປາກຂະໜາດໃຫຍ່, ຮິມຝີປາກຍາວເຮັດໃຫ້ສາມາດອ້າໄດ້ກວ້າງ, ພາຍໃນປາກຄາງກະໄຕເທິງມີແຂ້ວຂະໜາດນ້ອຍຂ້ອນຂ້າງຍາວຈຳນວນຫຼາຍ. ຕາ 1 ຄູ່ຈັບຢູ່ຂ້ອນໄປທາງຂ້າງ, ໂນນອອກເລກນ້ອຍ. ລຳໂຕມີລັກສະນະກົມ ແລະ ແປດ້ານຂ້າງເລັກນ້ອຍ, ໂດຍທົ່ວໄປມີຂະໜາດ 20-30 ຊມ ແລະ ເມື່ອມີອາຍຸເພີ່ມຂຶ້ນລຳໂຕສາມາດຍາວໄດ້ຮອດ 70 ຊມ. ເກັດເປັເກັດລະອຽດ ມີຂະໜາດນ້ອຍທົ່ວລຳໂຕ, ມີສີແຕກຕ່າງກັນຕັ້ງແຕ່ ສີນ້ຳຕານ, ສີນ້ຳຕານອົມແດງ ແລະ ສີນ້ຳຕານເຂັ້ມ ຫຼື ອອກດຳ, ເຊິ່ງກະຈາຍເປັນແຖບລາຍທົ່ວລຳໂຕ ໂດຍທີ່ໂຄນຫາງມີແຖບລາຍເປັນຮູບໂຕວີ, ໜ້າທ້ອງມີສີຂາວ ຫຼື ສີຈາງ, ເກັດຂອງປາບູ່ມີຢູ່ 2 ເກັດຄື: ເກັດກົມ ແລະ ລຽບ  ເຊິ່ງຈະພົບໄດ້ບໍລິເວນລຳໂຕ ແລະ ເກັດແຫຼມ, ຂອບເປັນໜາມເຊິ່ງຈະພົບຢູ່ບໍລິເວນລຳໂຕ. ຄີຫຼັງມີ 2 ຕອນແຍກກັນຢ່າງຊັດເຈນ ໂດຍຄີຫຼັງສ່ວນທຳອິດຢູ່ບໍລິເວນສັນຫຼັງບໍລິເວນລຳໂຕ, ມີກ້ານຄີທັງໝົດ 7 ກ້ານ, ຄີຫຼັ້ງສ່ວນທີ່ສອງຈັບຢູ່ລຳໂຕດ້ານເທິງຂ້ອນໄປທາງຫາງ, ມີກ້ານຄີ 11 ອັນ ເຊິ່ງມີຂະໜາດໃຫຍ່ ແລະ ຍາວກວ່າສ່ວນທຳອິດ. ຄີເອິກ ຫຼື ຄີຫູມີຂະໜາດໃຫຍ່, ມີກ້ານຄີ 15 ອັນ ຢູ່ຖັດຈາກເຫງືອກມາເລັກນ້ອຍ. ຄີທ້ອງຢູ່ດ້ານລຸ່ມຂອງຄີເອິກ. ຄີກົ້ນຈັບຢູ່ດ້ານລຸ່ມຂອງລຳໂຕບໍລິເວນສ່ວນຫາງ ກົງກັບຂ້າມກັບຄີຫຼັງສ່ວນທີ່ 2, ມີກ້ານຄີ 7 ກ້ານ ແລະ ຄີຫາງມີກ້ານຕີ 15-16 ກ້ານ, ມີລັກສະນະມົນ ແລະ ມີແຖບສີເຂັ້ມ 3-5 ແຖບ.
     ແຫຼ່ງອາໄສ: ພົບໄດ້ທັງແຫຼ່ງນ້ຳໄຫຼ ແລະ ພົບໄດ້ທົ່ວໄປໃນແຫຼ່ງນ້ຳນິ້ງ, ບຶງ, ບໍ່ ແລະ ແຫຼ່ງນ້ຳຂະໜາດນ້ອຍ, ມັກອາໄສຢູ່ແບບນິ້ງໆຢູ່ຕາມພື້ນນ້ຳ, ມັກອາໄສ ແລະ ຫາກິນຕາມແຄມຝັ່ງທີ່ມີໂຫງນຫີນ ຫຼື ຕໍໄມ້, ກາງວັນມັກຫຼົບຊ້ອນໂຕ ສ່ວນກາງຄືນຈະອອກຫາກິນ
     ນິໄສ: ເປັນສັດທີ່ມັກຄວາມສະງົບ, ບໍ່ມັກຢູ່ຮ່ວມກັບຝູງ.
    ອາຫານ: ເປັນປາກິນຊີ້ນ ຊອກຫາກິນໃນຍາມກາງຄືນ ມັກຈະລອຍນິ້ງໆ ແລະ ຫຼົບລີ້ເພື່ອຖ້າງັບເຫຍື່ອທີ່ລອຍຜ່ານມາຕາມຫວ່າງຫີນ, ໂພງໄມ້ ຫຼື ພືດນ້ໍາ, ອາຫານຫຼັກຂອງພວກມັນໄດ້ແກ່ລູກປາ ລື ປາຂະໜາດນ້ອຍ, ກຸ້ງ ແລະ ປູເປັນຕົ້ນ.

Description of Use

ອາຫານ:
•    ຊີ້ນ: ສາມາດນຳມາປະກອບອາຫານໄດ້ຫຼາຍເມນູ ເນື່ອງຈາກມີຊີ້ນຫຼາຍ ແລະ ມີຣົດຊາດຫວານ, ສາມາດເຮັດອາຫານໄດ້ ເຊັ່ນ ປາບູທອດ ຫຼື ຊຸບແປ້ງທອດ, ແກງສົ້ມ, ຕົ້ມຍຳ, ປານຶ້ງ, ຂົ້ວເຜັດ, ປີ້ງ  ແລະ ອື່ນໆ.
ສິນຄ້າ:  ເນື່ອງຈາກປາບູຍັງເປັນປາທີິ່ໄດ້ຮັບຄວາມນິຍົມກັນຫຼາຍ ໂດຍສະເພາະແມ່ນປະເທດຈີນ ເພາະເຊື້ອວ່າເປັນປາທີ່ຊ່ວຍບຳລຸງກຳລັງທາງເພດ. ດັງນັ້ນ, ຊາວກະຊິກອນຈຶ່ງມີການນຳມາລ້ຽງຂາຍເປັນສິນຄ້າ ແລະ ສ້າງເປັນລາຍໄດ້ຂອງຄອບຄົວ.
ສັດລ້ຽງ: ປາບູ່ທີ່ມີສີແຕກຕ່າງໄປຈາກໝູ ເຊັ່ນມີສີທອງ ຫຼື ສີຟ້າພົບວ່າມີການນຳມາລ້ຽງເປັນສັດເພື່ອຄວາມສວຍງາມ

Reproduction and Lifecycle

     ການປະສົມພັນ ແລະ ການວ່າງໄຂ່: ປາບູ່ຈະເລີ່ນປະສົມພັນ ແລະ ວາງໄຂ່ໃນຊ່ວງລະດູຝົນຄື ຊ່ວງເດືອນພຶດສະພາ ແລະ ສາມາດປະສົມ, ວາງໄຂ່ໄດ້ຕະຫຼອດໃນຊ່ວງລະດູຝົນຈົນຮອດເດືອນຕຸລາ ແຕ່ກໍສາມາດວາງໄຂ່ໄດ້ຕະຫຼອດປີ, ປີລະ 3 ຄັ້ງ.

Contribute