ແລນ / Bengal Monitor

Associated Species
Use
Food
Scientific Name / Family
Varanus bengalensis (Daudin, 1802) / Varanidae
Synonyms
Tupinambis bengalensis daudin 1802: 67
Tupinambis cepedianus daudin 1802: 43 (fide mertens 1963)
Lacerta argus daudin 1802 (in part)
Varanus punctatus merrem 1820: 59
Varanus taraguira merrem 1820 (in part)
Monitor gemmatus guérin-méneville 1829
Monitor heraldicus gray in griffith 1831: 27 (fide mertens 1963)
Varanus bengalensis — duméril & bibron 1836: 480
Monitor inornatus schlegel 1839: 72
Monitor cepedianus — schlegel 1839: 74
Varanus bibronii blyth 1842: 869
Uaranus lunatus gray 1845: 10
Varanus dracaena — theobald 1868: 22
Varanus lunatus — anderson 1871: 155
Varanus dracaena — anderson 1871: 156
Varanus (varanus) bengalensis — mertens 1942: 184
Varanus (indovaranus) bengalensis — mertens 1963: 4
Varanus bengalensis — bonetti 2002: 179
Varanus (empagusia) bengalensis — koch et al. 2013
Varanus (empagusia) bengalensis — bucklitsch et al. 2016: 50
Varanus benghalensis — sahi & koul 2020 (in error)
Varauus benghalensis — malsawmdawngliana et al. 2022 (in error)

Varanus bengalensis bengalensis (daudin 1802)
Tupinambis bengalensis daudin 1802: 67
Lacerta tigrina linnaeus 1754: 41
Lacerta monitor linnaeus 1758: 201 (nom. Reject.)
Tupinambis bengalensis daudin 1802: 67
Varanus bengalensis — boulenger 1885: 310
Varanus monitor — bahl 1937
Varanus monitor — swan & leviton 1962: 112
Varanus bengalensis — cox et al. 1998: 106

varanus bengalensis irrawadicus yang & li 1987
Varanus irrawadicus yang & li 1987
Varanus irrawadicus — zhao & adler 1993
Varanus irriwadicus [sic] — auffenberg 1994
Varanus bengalensis irrawadicus — de lisle 1996: 119
Varanus irrawadicus — wang et al. 2022
Other Names
ໄທ: ຕະກວດ, ຈະກວດ, ຈັງກວດ
ອັງກິດ: common Indian monitor, Tree Monitor, Bengal Monitor ແລະ Clouded Monitor.
Chinese: 孟加拉巨蜥
Conservation Status
Near Threatened
Physical Description

        ແລນເປັນສັດເລືອຄານຂະໜາດໃຫຍ່, ຄວາມຍາວຈາກປາກຮອດຮູທະວານ 220-248 ມມ, ຫາງຍາວ 340-363 ມມ. ຫົວຍາວ ແລະ ແປ, ມີຄວາມກ້ວາງເກືອບເທົ່າກັບລຳຄໍ. ຫາງແປທາງຂ້າງ ແລະ ມີຂະໜາດໃຫຍ່, ດ້ານເທິງມີລັກສະນະເປັນສັນ. ລຳຕົວມີເກັດປົກຄຸມ ແລະ ມີລັກສະນະເປັນຕຸ່ມ, ຕຸ່ມເກັດເທິງຫົວມີຂະໜາດນ້ອຍ ແລະ ແປ, ຕຸ່ມເກັດດ້ານເທິງຂອງຄໍເປັນຕຸ່ມນູນກ່ວາຕຸ່ມເກັດເທິງຫົວ, ຕຸມເກັດດ້ານຫຼັັງ ແລະ ຫາງມີຂະໜາດນ້ອຍ, ມີລັກສະນະການຮຽງຕົວເປັນແຖວຂວາງຕາມລຳຕົວ ແລະ ຫາງ, ຕຸ່ມເກັດດ້ານທ້ອງແປບ ແລະ ຮູບກົມ. ລຳຕົວມີສີເທົາ, ສີນ້ຳຕານ ຫຼື ສີນ້ຳຕານເຫຼືອງ ແລະ ມີສີຂອງຕຸ່ມເກັດສີຂາວອົມເຫຼືອງກະຈາຍຢູ່ເທິງຫົວ, ດ້ານຫຼັງ, ຂ້າງຂອງຫາງ ແລະ ຂາໜ້າກັບຂາຫຼັງ ໂດຍມີລັກສະນະພາດຂວາງລຳຕົວ ແລະ ຂາໜ້າກັບຂາຫຼັງ, ດ້ານທ້ອງມີສີຂາວອົມເຫຼືອງ. ຂາໜ້າ ແລະ ຂາຫຼັງ ສັ້ນ ແຕ່ມີຂະໜາດໃຫຍ່, ນິ້ວຕີນຍາວ ແລະ ມີເລັບແຫຼມ, ເປັນສັດທີ່ຢູ່ໂດດດ່ຽວ ແລະ ມັກພົບບົນພື້ນດິນ ເຖິ່ງແມ່ນວ່າຕົວອ່ອນທີ່ພົບເຫັນຕາມຕົ້ນໄມ້ ແລະ ມີແນວໂນ້ມວ່າຈະຢູ່ເທິນຕົ້ນໄມ້ຫຼາຍກ່ວາ
       ແຫຼ່ງອາໄສ: ສັດຊະນິດນີ້ສ່ວນໃຫຍ່ກະຈາຍພັນໃນພື້ນທີ່ລຸ່ມຕ່ຳ ແລະ ພົບໃນແຫຼ່ງທີ່ຢູ່ອາໄສໃນທະເລຊາຍເຄິ່ງແຫ້ງແລ້າງ ຮອດປາຮ້ອນຊຸ່ມ, ມັກພົບໃນພື້ນທີ່ການກະເສດ ແລະ ພົບໃນລະດັບຄວາມສູງຕ່ຳກ່ວາ 1,500 ແມັດ, ເປັນສັດທີ່ມັກຢູ່ໂດດດຽວ
       ອາຫານ: ໂຕເຕັມໄວຂະໜາດໃຫຍ່ມັກຂື້ນຕົ້ນໄມ້ເພື່ອຈັບກິນຄາງຄາວ, ປົກກະຕິເຍື່ອຂອງພວກມັນແມ່ນແມງເຕົ່າທອງ, ດ້ວງ, ແມງໄມ້, ແມງປ່ອງ, ຫອຍທາກ, ມົດ ແລະ ສັດບໍ່ມີກະດູດສັນຫຼັງອື່ນໆ. ເຍື່ອທີ່ມີກະດູກສັນຫຼັງຂ້ອນຂ້າງຫາຍາກ ລວມທັງກົບ, ປາ, ກະປອມ, ງູ ແລະ ສັນລ້ຽງລູກດ້ວຍນົມຂະໜາດນ້ອຍ ແລະ ບາງຄັ້ງພວກມັນມັກກິນສັດທີ່ຕາຍແລ້ວເປັນອາຫານ.
       ລັກສະນະນິໄສ: ທຸກເຊົ້າ ຫຼື ຕອນສວຍພວກມັນມັກອອກມາຕາກແດດເປັນຊົ່ວໂມງ ຫຼື ຫຼາຍກວ່ານັ້ນ ກ່ອນລົງມາຫາກິນຢູ່ພື້ນໃນເວລາໃກ້ທ່ຽງ ແລະ ສວຍອ່ອນໆ, ຫາກິນໄປຈົນຮອດຕອນແລງ ແລ້ວຈຶ່ງກັບເຂົ້າຮັງ, ນອນຢູ່ໂພງໃນເວລາກາງຄືນ.

Description of Use

 ອາຫານ:
    ຊີ້ນ: ໃຊ້ເປັນອາຫານໄດ້ ເນື່ອງຈາກມີຊີ້ນທີ່ແໜ້ນ, ມີກິ່ນຫອມ ແລະ ມີຣົດຊາດທີ່ແຊບຄ້າຍກັບຊີ້ນໄກ່.
ປະໂຫຍດ:
    ໜັງ: ສາມາດໄປເຮັດກະເປົາ ຫຼື ເຄື່ອງໜັງຕ່າງໆ.
    ບາງພື້ນທີ່ມີຄວາມເຊື່ອວ່າແລນສາມາດທຳນາຍຝົນຟ້າກາດໄດ້ວ່າດີຫຼືບໍ່ດີ
ຂໍ້ເສຍ:
    ມັກສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນທີ່ລ້ຽງເປັດ ແລະ ໄກ່ ເພາະມັນມັກເຂົ້າໄປຈັບກິນເປັດ, ໄກ່ ແລະ ໄຂ່.

    Reproduction and Lifecycle

         ລະດູປະສົມພັນແມ່ນເລີ່ມແຕ່ ເດືອນມິຖຸນາ ຫາ ເດືອນກັນຍາ, ໂຕຜູ້ຈະເລີ່ມການຕໍ້ສູໃນຊ່ວງເດືອນເມສາ. ໂຕແມ່ຈະຂຸດຂຸມເພື່ອເຮັດຮັງໃນພື້ນທີ່ພຽງ ຫຼື ເປັນຂຸ່ມລົງ ແລ້ວວາງໄຂໄວ້ໃນຈາກນັ້ນຖົມໃຫ້ເຕັມ ແລະ ໃຊ້ດັງຂອງພວກມັນບັດອັດດິນໃຫ້ແໜ້ນ, ໂຕແມ່ຈະມັກຂຸດຮັງປອມຢູ່ໃກ້ໆ ແລະ ພວນດິນອ້ອມຮອບເພື່ອລອກລໍ້ສັດຕູ, ບາງຄັ້ງພວກມັນກໍໃຊ້ຈອມປວກເຮັດຮັງ. ພວກມັນວາງໄຂ່ຄັ້ງລະປະມານ 20 ໜ່ວຍໄຂ່ຈະຟັກເປັນຕົວອ່ອນພາຍໃນ 168 ວັນ ຫຼື 254 ວັນ, ໄຂ່ຈະຟັກເປັນຕົວປະມານ 40-80%

    Contribute