ນົກຍາງຄວາຍ / Western Cattle Egret

Use
Food
Scientific Name / Family
Bubulcus ibis (Linnaeus, 1758) / Ardeidae
Synonyms
B. i. ibis (Linnaeus, 1758)
B. i. coromandus (Boddaert, 1783)
B. i. seychellarum (Salomonsen, 1934)
Other Names
Conservation Status
Least Concern
Physical Description

      ເປັນນົກປະຈຳຖິ່ນ, ລຳໂຕມີຂະໜາດກາງ, ລຳໂຕມີຂະໜາດປະມານ 52 ຊມ. ປາກຍາວປານກາງ, ໂຄ້ງເລັກນ້ອຍ ແລະ ມີສີເຫຼືອງ, ຜິວໜັງບໍລິເວນໃບໜ້າສີເຫຼືອງແກມຂຽວ. ຂາຍາວປານກາງ, ແຂງ ແລະ ນິ້ວຕີນສີດຳ ຫຼື ສີເຫຼືອງແກມຂຽວ, ຂົນທົ່ວຮ່າງກາຍເປັນສີຂາວ, ໃນລະດູປະສົມພັນປາກ ແລະ ຜິວໜັງບໍລິເວນໃບໜ້າ, ຂາ ແລະ ນິ້ວເປັນສີແດງ. ຂົນບໍລິເວນຫົວ, ຄໍ ແລະ ຫຼັງເປັນສີສົ້ມ

      ຖິ່ນທີ່ຢູ່ອາໄສ: ພົບຕາມທົ່ງນາ, ທົ່ງຫຍ້າ ແລະ ບໍລິເວນແຫຼ່ງກະສິກຳຕ່າງໆໃກ້ແຫຼ່ງນ້ຳ.

      ອາຫານ: ກິນແມງໄມ້, ສັດເຄິ່ງບົກເຄິ່ງນ້ຳ ແລະ ສັດເລືອຄານຂະໜາດນ້ອຍ, ມັກຫາກິນຮ່ວມກັນເປັນຝູງ.

      ການປະສົມພັນ: ປະສົມພັນໃນຊ່ວງເດືອນມີນາ ຫາ ເດືອນພຶດສະພາ, ເຮັດຮັງຕາມຕົ້ນໄມ້ຢືນຕົ້ນ ຫຼື ກໍໄຜ່, ດ້ວຍກິ່ງໄມ້ສານກັນຢ່າງໜາແໜ້ນ, ໄຂ່ມີສີຂຽວອິດ, ໃນແຕ່ລະຮັງມີ 3-5 ຮັງ, ໄລຍະເວລາໃນການຟັກໄຂ່ 21-23 ວັນ

      ພຶດຕິກຳ: ມັກຢູ່ຕາມແຄມຫ້ວຍ, ໜອງ, ບຶງ ຫຼື ພື້ນທີ່ຕາມນ້ຳຖ້ວມ ເຊິ່ງມີຫຍ້າອຸດົມສົມບູນ ແລະ ມີງົວຄວາມມັກມາຫາກິນ, ມັກຫາກິນໃກ້ກັບງົວຄວາຍທີ່ກຳລັງເລັມຫຍ້າ ແລະ ເປັນນົກທີ່ອົບພະຍົບນອກລະດູປະສົມພັນ.

Contribute