ນັກເປັດນ້ຳ / Common Snipe

Use
Food
Scientific Name / Family
Gallinago gallinago (Linnaeus, 1758) / Scolopacidae
Synonyms
Scolopax gallinago Linnaeus, 1758
Capella gallinago (Linnaeus, 1758)
Other Names
Thai: ນົກປາກຊ້ອມຫາງພັດ
English: Common Snipe, Eurasian Snipe, European Snipe, Fantail Snipe, Palearctic Common Snipe ແລະ Snipe.
French: Bécassine des marais
Indonesian: Berkik Ekor-kipas ແລະ Burung Berkik Ekor-kipas.
Japanese: タシギ
Korean: 깍도요 ແລະ 꺅도요.
Vietnamese: Chim Rẽ giun, Chim Rẽ giun thường, Dẽ giun, Dẽ giun thường ແລະ Rẽ giun.
Chinese: [shan-wei sha-zhui], [tian-yu], 扇尾沙錐, 扇尾沙锥, 扇尾鹬 ແລະ 田鷸.
Conservation Status
Least Concern
Physical Description

        ເປັນນົກຂະໜາດນ້ອຍ, ມີຂະໜາດຂອງລຳໂຕ 27-28 ຊມ. ປາກຊື່, ຍາວກວ່າສອງເທົ່າຂອງຄວາມຍາວຫົວ, ໂຄນປາກສີຂຽວເຫຼືອງ, ມັນຈະໃຊ້ປາກທີ່ຍາວຈິ້ມລົງໃນໂຄນ, ປາຍປາກມີປະສາດທີ່ໄວຕໍ່ການສຳພັດສູງ ຊ່ວຍໃນການຫາ ແລະ ຈັບສັດຂະໜາດນ້ອຍທີ່ຢູ່ໃນພື້ນໂຄນ. ຄິ້ວໜາສີນ້ຳຕານ, ມີແຖບສີນ້ຳຕານເຂັ້ມຈາກໂຄນປາກຜ່ານດວງຕາຮອດທ້າຍທອຍ, ຫົວ ແລະ ກະມ່ອມສີນ້ຳຕານເຂັ້ມ. ລຳຕົວດ້ານເທິງສີນ້ຳຕານ ມີລາຍຂອບຂົນສີອ່ອນ. ຫາງຍາວກວ່າປີກ, ມີຂົນຫາງຢູ່ 12-18 ເສັ້ນ, ທຸກເສັ້ນມີຂະໜາດກວ້າງ ແລະ ແຜອອກເປັນພັດ, ສີແດງ ມີຂອບຂົນສີຂາວ. ລຳຕົວດ້ານລຸ່ມສ່ວນຄໍ, ເອິກ ແລະ ຂ້າງລຳໂຕມີລາຍຈີດສີນ້ຳຕານ, ທ້ອງສີຂາວ, ໃນຂະນະບິນຈະສາມາດເບິ່ງເຫັນສີຂາວທີ່ຂົນຄຸມໃຕ້ປີກດ້ານລຸ່ມ ແລະ ດ້ານເທິງ.

        ແຫຼ່ງທີ່ຢູ່ອາໄສ: ພົບຕາມແຄມນ້ຳ ແລະ ທົ່ງນາທົ່ວໄປ  ເຊິ່ງມີຫຍ້າ, ພືດ ຫຼື ເຂົ້າກ້າໜາແໜ້ນ.

        ນິໄສ: ມັກຫາກິນຕາມແຄມຝັ່ງ ຫຼື ແຫຼ່ງນ້ຳຕື້ນໆ, ບິນໄວ, ຖ້າຕົກໃຈຈະບິນ ແລະ ສົ່ງສຽງຮ້ອງແຫຼມເປັນຊ່ວງສັ້ນໆ, ມັກຢູ່ໂດດດ່ຽວ ຫຼື ຢູ່ເປັນຄູ່, ຫາກິນໂດຍໃຊ້ປາກ.

       ອາຫານ: ໄດ້ແກ່ໜອນທີ່ຝັ່ງຕົວຢູ່ຂີ້ຕົມ ລວມທັງສັດນ້ຳຂະໜາດນ້ອຍ

Description of Use

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ

ປະໂຫຍດ: 

  • ມີຄວາມສຳຄັນຕໍ່ລະບົບຕ່ອງໂສ້ອາຫານໃນທຳມະຊາດ
  • ເປັນນົກທີ່ຖືກອານຸລັກໄວ້ເພື່ອຄວາມສວຍງາມ ແລະ ເປັນຈຸດຊົມ 
Contribute