ນົກຂີ້ກະເດືອນ / Greater Painted-snipe

Use
Food
Scientific Name / Family
Rostratula benghalensis (Linnaeus, 1758) / Rostratulidae
Synonyms
Rallus benghalensis Linnaeus, 1758
Scolopax capensis Linnaeus, 1766
Other Names
ໄທ: ນົກໂປ່ງວິດ
ອັງກິດ: Greater Painted-snipe
Conservation Status
Least Concern
Physical Description

         ນົກຂີ້ກະເດືອນມີຂະໜາດລຳໂຕຍາວສະເລ່ຍປະມານ 25-30 ຊມ, ປີກກວ້າງ 51-57 ຊມ, ນ້ຳໜັກໂຕໂດຍສະເລ່ຍແມ່ນ 95-210 ກຼາມ, ປາກມີສີນ້ຳຕານຂ້ອນໄປທາງຈະງອຍປາກ. ໂຕຜູ້ຄ້າຍນົກປາກບ່ວງແຕ່ປາກຈະສັ້ນກວ່າ ແລະ ໂຄ້ງລົງ, ແຖບກາງຫົວ, ແຖບຕາ ແລະ ໜັງຮອບຕາມີສີນ້ຳຕານເຫຼືອງ, ຫົວ, ເອິກ ແລະ ຫຼັງມີສີນ້ຳຕານເຂັ້ມປົນສີເທົາ, ປີກ ແລະ ລຳໂຕດ້ານເທິງມີລາຍສີນ້ຳຕານສະຫຼັບກັບສີນ້ຳຕານເຂັ້ມ, ລຳໂຕດ້ານລຸ່ມສີຂາວ. ໂຕແມ່ຈະມີຂົນສີສົດໃສ ແລະ ລຳໂຕທີ່ໃຫຍ່ກວ່າຕົວຜູ້, ແຖບກາງຫົວເປັນສີນ້ຳຕານເຫຼືອງ ຫົວດ້ານເທິງເປັນສີດຳຕັດກັບແຖບຕາ ແລະ ວົງຮອບຕາສີຂາວ, ຫົວ, ຄໍ,ເອິກ ແລະ ຫຼັງດ້ານເທິງມີສີນ້ຳຕານແດງແກມສີເລືອດໝູ, ເອິກດ້ານລຸ່ມມີແຖບສີດຳຕໍ່ເນື່ອງກັບລຳໂຕດ້ານລຸ່ມສີຂາວ ແລະ ມີປີກສີນ້ຳຕານເຂັ້ມ.

         ສຽງຮ້ອງ: ອູກໆ ຫຼື ຈຸກໆໆ

         ຖິ່ນອາໄສ: ມັກພົບນົກຂີ້ກະເດືອນຢູ່ໃກ້ຕາມແຄມນ້ຳ, ແຄມໜອງນ້ຳ, ລະເລສາບ, ທົ່ງຫຍ້າ ແລະ ທົ່ງນາ.

         ລັກສະນະນິໄສ: ເປັນນົກທີ່ຂີ້ອາຍຫຼາຍ ເມື່ອສຳພັດໄດ້ເຖິ່ງສີ່ທີ່ຜິດປົກກະຕິມັນຈະຄ່ອຍຫຼຸດຕົວລົງ ແລະ ຄ່ອຍໆລົບຕາມຫຼັງຕົ້ນໄມ້ເມື່ອຮູ້ສຶກປອດໄພແລ້ວຈຶ່ງເຂົ້າຮັງເພື່ອຝັກໄຂ່, ເປັນນົກທີ່ເຄື່ອນທີ່ຊ້າ ແລະ ຍໍ້ຕົວໃຫ້ຕ່ຳທີ່ສຸດແລ້ວຄ່ອຍໆສັງເກດທັງ 4 ທິດເມື່ອບໍ່ມີອັນຕະລາຍຈຶ່ງກ້າວເຂົ້າຮັງເພື່ອຝັກໄຂ່. ເຖິງຊິເປັນນົກທີ່ຂີ້ອ້າຍແຕ່ເມື່ອລະດູປະສົມພັນເພື່ອປົກປ້ອງລູກມັນຈະດຸຮ້າຍຜິດປົກກະຕິ ຮາກມີນົກຕົວອື່ນເຂົ້າມາໃກ້ບໍລິເວນທີ່ສ້າງຮັງມັນຈະເປີດປີກກວ້າງ ແລະ ໂຕ້ຕອບກັບສັດຕູຢ່າງກ້າຫານ.

         ອາຫານ: ກິນສັດທີ່ບໍ່ມີກະດູກສັນຫຼັງເປັນອາຫານ ເຊັ່ນ: ແມງໄມ້, ກຸ້ງ, ຫອຍ ແລະ ແກ່ນຫຍ້າເປັນຫຼັກ, ການອອກຫາອາຫານມັກຈະໄປດ່ຽວໆ ຫຼື ໄປເປັນຄູ່ ແລະ ບາງຄັ້ງກໍ່ໄປເປັນກຸ່ມໃຫຍ່ຮອດ 13 ຕົວ, ເມື່ອຮູ້ສຶກວ່າຖືກຄຸກຄາມຫາງມັນຈະແກ່ວງຂຶ້ນລົງຊ້ຳໆ     

Description of Use

ອາຫານ: ເນື່ອງຈາກນົກຂີກະເດືອນຍັງບໍ່ມີມູນຄ່າທາງດ້ານເສດຖະກິດ ແລະ ວັດທະນະທຳ ນົກຊະນິດນີມີໄວ້ເພື່ອກິນຊີ້ນເປັນອາຫານເທົ່ານັ້ນ ດັງນັ້ນລາຄາຂາຍຈຶ່ງຂ້ອນຂ້າງຖືກປະມານ 5-8 ພັນ

Reproduction and Lifecycle

  ລະດູປະສົມພັນ: ລະດູປະສົມພັນຈະແຕກຕ່າງກັນໄປຕາມພູມມີພາກ ແຕ່ໂດຍທົ່ວໄປແລ້ວຈະເລີ່ມແຕ່ ເດືອນມີນາ ຫາເດືອນສິງຫາ ແລະການສືບພັນຈະມີການສຳພັນກັນຢ່າງໃກ້ກັບລະດູຝົນ. ການປະສົມພັນຂອງນົກຂີ້ກະເດືອນໂຕແມ່ພຽງຕົວດຽວຈະປະສົມພັນກັບໂຕຜູ້ຫຼາຍຕົວ ແລະ ສາມາດວາງໄຂໄດ້ 4 ຟອງຕໍ່ຮັງ. ໄຂ່ມີສີເທົົາ ແລະ ມີຈຸດສີດຳຄ້າຍນົກກະທາ, ຫຼັງຈາກວາງໄຂ່ແລ້ວໂຕແມ່ຈະບໍ່ຮັບຜິດຊອບ ໂດຍທີ່ໂຕຜູ້ຈະເຮັດໜ້າທີ່ໃນການຝັກໄຂ່ ເປັນເວລາ 16-22 ແລະ ເມືອກຝັກອອກມາຕົວຜູ້ຈະເຮັດໜ້າທີ່ໃນການດູແລລູກ.

Contribute