ນົກຂີ້ກະເດືອນ / Eurasian woodcock

Use
Food
Scientific Name / Family
Scolopax rusticola Linnaeus, 1758 / Scolopacidae
Synonyms
Other Names
ໄທ: ນົກປາກຊ່ອມດົງ
ສາມັນ: Eurasian woodcock
Conservation Status
Least Concern
Physical Description

       ມີຂະໜາດໃຫຍ່ກວ່ານົກປາກບ່ວງທົ່ວໄປ, ກະມ່ອມຮອດຫງ່ອນດົ້ນມີແຖບສີດຳກວ້າງພາດຂວາງ 3-4 ແຖບ, ຂົນລຳໂຕເປັນສີນ້ຳຕານແກມສົ້ມ ຫຼື ແກມສີເທົາ, ລຳໂຕດ້ານເທິງມີລາຍສີຈາງໆ, ມີຂົນສີດຳ ແລະ ສີນ້ຳຕານອ່ອນ, ລຳໂຕດ້ານລຸ່ມມີລາຍຂວາງບາງໆ, ເປັນສີນ້ຳຕານອ່ອນ ແລະ ດຳ. ປີກບິນກວ້າງ ແລະ ຂ້ອນຂ້າງສັ້ນ. ເປັນນົກທີ່ອົບພະຍົບເຂົ້າໃນຊ່ວງລະດູໜາວ ຫຼື ນອກລະດູປະສົມພັນ.

     ຖິ່ນອາໄສ: ອາໄສຢູ່ເຂດໜອງນ້ຳ, ໜອງນ້ຳ, ພື້ນທີ່ຊຸ່ມນ້ຳໃນປ່າໂລ່ງແຈ້ງເປີດແປນ ແລະ ແຄມປ່າທີ່ມີພືດປົກຄຸມຢ່າງໜາແໜ້ນ, ເຂດທີ່ຮາບພຽງທີ່ລະດັບຄວາມສູງຈາກໜ້ານ້ຳທະເລທີ່ 2.500 ແມັດ.

Description of Use

ອາຫານ: 

  • ຊີ້ນ: ອາຫານ
Contribute