ປວກ/Termite

Use
Food
Scientific Name / Family
Odontotermes takensis (A.) / Termitidae
Synonyms
Other Names
ໄທ:ປຣວກ
ສາມັນ: Termite
Physical Description

ປວກຈັດເປັນແມງໄມ້ທີ່ອາໄສຢູ່ຮ່ວມກັນເປັນກຸ່ມໃຫຍ່, ອາໄສຢູ່ໃຕ້ດິນເລິກປະມານ 5-10 ນິ້ວ, ຫົວຈະມີຫຼາຍຮູບຮ່າງຄື ຮູບ 4 ຫຼ່ຽມ, ຂ້ອນຂ້າງ 4 ຫຼ່ຽມຈົນເຖິງຂ້ອນຂ້າງກົມຮີ, ມີສ່ວນໜ້າແຄບກ່ວາສ່ວນທ້າຍ, ສີເຫຼືອງ, ສີນ້ຳຕານ ຫຼື ສີນ້ຳຕານແດງ, ຫົວຍາວ 1.14-2.89 ມິລີແມັດ, ກ້ວາງສຸດປະມານ 1.02-2.37 ມິລີແມັດ, ກາມຍາວ 0,6-1.45 ມິນລີແມັດ. ແຂ້ວ 2 ເຫຼັ້ມຢື່ນອອກທາງໜ້າ, ລັກສະນະຄ້າຍຄີມ. ໜວດ 1 ຄູ່, ເຮັດໜ້າທີ່ໃນການສຳພັດ. ລຳໂຕຮູບກົມ ຫຼື ຮູບຮີ, ກົ້ນແຫຼມ, ສີເຫຼືງ ຫຼື ສີນ້ຳຕານ. ຂາມີ 3 ຄູ່, ຂາຄູ່ຫຼັງມີຂະໜາດໃຫຍ່ ແລະ ຍາວກ່ວາ 2 ຄູ່ໜ້າ. ຮັ່ງໜຶ່ງປະກອບມີ

  • ປວກງານ: ມີປະລິມານຫຼາຍທີ່ສຸດ 90%, ເປັນປວກຕົວນ້ອຍ, ບໍ່ມີປີກ, ບໍ່ມີເພດ ແລະ ບໍ່ມີຕາ, ອາໄສຢູ່ໃນດິນ ຫຼື ເນຶ້ອໄມ້ທີ່ມັນກັດ ແລະ ທຳລາຍ, ມີໜ້າທີ່ຫາອາຫານ ແລະ ສ້າງຮັງ, ປວກງານຈະເຮັດວຽກທຸກຢ່າງພາຍໃນຮັງ.
  • ປວກທະຫານ: ເປັນປວກໂຕນ້ອຍແຕ່ມີຫົວໃຫຍ່ ແລະ ມີຄາງກະໄຕຂະໜາດໃຫຍ່ເພື່ອໃຊ້ໃນການຕໍ່ສູ້, ບໍ່ມີປີກ, ບໍ່ມີຕາ ແລະ ບໍ່ມີເພດ, ເຮັດໜ້າທີ່ປົກປ້ອງອັນຕະລາຍທີ່ຈະເກີດຂື້ນກັບຮັງ, ສັດຕູສຳຄັນຂອງມັນຄືມົດ, ປວກທະຫານສາມາດກັ່ນຂອງແຫຼວທີ່ມີຜິດເປັນກົດໜຽວອອກຈາກຫົວຂອງມັນ ເມື່ອມົດຖືກຈະເຮັດໃຫ້ຕິດ ແລະ ໝົດກຳລັງ, ນອກຈາກນີ້ແລ້ວກົດຊະນິດນີ້ຍັງສາມາດໃຊ້ໃນການເຈາະໂລຫະຫີນປູນໄດ້ອີກ
  • ປວກສືບພັນ ຄື: ປວກລາຊາ (ໂຕຜູ້) ແລະ ປວກລາຊີນີ(ໂຕແມ່), ປົກກະຕິໃນຮັງ ຫຼື ອານາຈັກຈະພົບປວກຄູ່ນີ້ເຮັດໜ້າທີ່ປະສົມພັນ, ໂຕແມ່ເຮັດໜ້າທີ່ອອກໄຂ່ພຽງຢ່າງດຽວ, ມີອາຍຸປະມານ 25 ປີ, ສາມາດວາງໄຂ່ໄດ້ວັນລະ 30.000 ຟອງ, ໄຂ່ອອກເປັນປວກຊະນິດຕ່າງໆໃນຮັງ. ນອກຈາກນີ້ປວກສືບພັນຍັງສ້າງອານາຈັກໃໝ່ເກີດຂື້ນ, ປວກຊະນິດນີ້ມີປີກທັງໂຕຜູ້ ແລະ ໂຕແມ່ ເຊິ່ງທັງສອງເອີ້ນວ່າແມງເມົ່າ, ເມື່ອປະສົມພັນແລ້ວຈະສະຫຼັດປີກ ແລ້ວເລືອກສະຖານທີ່ເໝາະສົມເພື່ອສ້າງຮັງ ແລະ ເກີດເປັນອານາຈັກໃໝ່ຕໍ່ໄປ, ເມື່ອຮອດລະດູປະສົມພັນປວກເພດຜູ້ ແລະ ເພດແມ່ຈະບິນອອກໄປຊອກປະສົມພັນ ເຊິ່ງລະດູປະສົມພັນແມ່ນຕົ້ນລະດູຝົນ.
Description of Use

ຄຸນປະໂຫຍດ

  • ຊ່ວຍຍ່ອຍສະລາຍສານອິນຊີວັດຖຸຕ່າງໆ ໄດ້ແກ່: ເສດໄມ້, ທ່ອນໄມ້, ໃບໄມ້ ແລະ ສ່ວນຕ່າງໆຂອງພືດທີ່ຫັກທັບຖົມກັນຢູ່ໃນປ່າ ເຊິ່ງປວກຈະປ່ຽນໃຫ້ກາຍສະພາບເປັນຮິວມັສໃນດິນ, ເປັນຂະບວນການມູນວຽນອາຫານຈາກພືດໄປສູ່ດິນ ແລະ ເຮັດໃຫ້ດິນອຸດົມສົມບູນ.

  • ມີບົດບາດສຳຄັນໃນຕ່ອງໂສ້ງອາຫານໃນລະບົບນິເວດ, ນອກຈາກຊ່ວຍໃຫ້ພືດຈະເລີນເຕີບໂຕແລ້ວຍັງເປັນອາຫານຂອງສັດປ່າອີກດ້ວຍ.

  • ເປັນແຫຼ່ງຜະລິດໂປຣຕີນທີ່ສຳຄັນຂອງມະນຸດ ໂດຍປວກບາງຊະນິດສາມາດສ້າງເຫັດໂຄນເຊິ່ງເປັນອາຫານທີ່ນິຍົມ ແລະ ມີລາຄາສູງ, ສາມາດສ້າງລາຍໄດ້ເສີມໃຫ້ກັບຊາວກະເສດ.

  • ຈຸລິນຊີທີ່ຢູ່ທາງເດີນອາຫານຂອງປວກສາມາດຜະລິດເອັນໄຊມ໌ບາງຊະນິດທີ່ມີປະສິດທິພາບສູງສາມາດນຳມາພັດທະນາເພື່ອປະໂຫຍດທາງດ້ານການກະເສດ, ອຸດສາຫະກຳ ຫຼື ໃຊ້ຄວບຄຸມສະພາວະທາງສິ່ງແວດລ້ອມຕໍ່ໄປໃນອານາຄົດ.

ໂທດ

ປວກເປັນແມງທີ່ຕ້ອງການເຊວລູໂລສເປັນອາຫານຫຼັກໃນການດຳລົງຊີວິດ ແລະ ເຊວລູໂລສນັ້ນເປັນສ່ວນປະກອບສຳຄັນຂອງເນື້ອໄມ້ ດັງນັ້ນເຮົາຈຶ່ງເຫັນປວກສ້າງຄວາມເສຍຫາຍຫຼາຍໃຫ້ແກ່ໄມ້ ຫຼື ໂຄງສ້າງໄມ້ພາຍໃນອາຄານບ້ານເຮືອນ, ທັງວັດຖຸເຂົ້າຂອງ, ລວມທັງສ້າງຄວາມເສຍຫາຍຂອງໄຮ່ເຂົ້້າ, ສ່ວນອ້ອຍ, ສ່ວນສາລີ ແລະ ອື່ນໆ ເຊິ່ງສົ່ງຜົນເສຍຫາຍໃຫ້ແກ່ເສດຖະກິດ ແລະ ຊາວກະສິກຳເປັນຈຳນວນຫຼາຍ.

Reproduction and Lifecycle

ວົງຈອນຊີວິດຂອງປວກມີຢູ່ 3 ໄລຍະຄື: ໄລຍະໄຂ່, ຕົວອ່ອນ ແລະ ໂຕເຕັມໄວ.

  • ໄລຍະໄຂ່: ໄຂ່ຂອງປວກມີລັກສະນະເປັນຮູບຊົງກະບອກ ແລະ ໂຄ້ງບໍລິເວນສ່ວນປາຍ, ປວກຈະວ່າງໄຂ່ເປັນຟອງດ່ຽວໆໃນຮັ່ງໄລຍະສ້າງຮັງໃໝ່
  • ໄລຍະໜອນ: ຕົວອ່ອນຂອງປວກຫຼັງຈາກຫຼອກຄາບຄັ້ງທີ່ໜຶ່ງ ແລະ ຄັ້ງທີ່ສອງບໍ່ສາມາດແຍກປະເພດໄດ້, ຈະສາມາດຈຳແນກໄດ້ກໍ່ຕໍ່ເມືອລອກຄາບຄັ້ງທີ່ 3-4 ໄປແລ້ວ.
  • ຕົວເຕັມໄວ: ປວກລາຊີນີຈະໃຫ້ກຳເນີດປວກເພດຜູ້ ແລະ ເພດແມ່ຂື້ນມາເພື່ອເຮັດໜ້າທີ່ໃນການສືບພັນ, ເມື່ອປວກລາຊີນີຕາຍປວກເພດແມ່ຈະເຮັດໜ້າທີ່ໃນການປະສົມພັນ ແລະ ວ່າງໄຂ່ແທນປວກລາຊີນີ, ປວກເຫຼົ່ານີ້ຈະມີປຸ່ມປີກເຊິ່ງຈະພັດທະນາເປັນປີກ, ເມື່ອຮອດລະດູປະສົມພັນຈະບິນອອກໄປປະສົມພັນ ຫຼັງຈາກນັ້ນກໍຈະສະຫຼັດປີກອອກ ແລະ ສ້າງຮັງໃໝ່ຂື້ນມາ.

 

ປວກ ມັກຈະອອກຈາກຮັງເພື່ອບິນເຂົ້າຫາກອງໄຟ ຫຼື ແສງໄຟ ເພື່ອກະຕຸ້ນການຕົກໄຂ່ ໂດຍຮ່າງກາຍຂອງປວກມີການພັດທະນາໃຫ້ມີຄວາມແຂງ ແລະ ສີເຂັ້ມ ເພື່ອໃຫ້ທົນຕໍ່ແສງໄຟ ແລະ ຄວາມຊຸ່ມຊື້ນຂອງອາກາດ

Contribute