ປີງຄວາຍ / Asian Buffalo leech

Use
Income
Scientific Name / Family
Hirudinaria manillensis (Lesson,1842) / Hirudinea
Synonyms
Other Names
ໄທ: ປີງ ແລະ ປີງຢາ
ຈີນ: 水蛭.
Conservation Status
Near Threatened
Physical Description

      ປີງເປັນສັດບໍ່ມີກະດູກສັນຫຼັງ, ເປັນສັດສອງເພດ ຫຼື ກະເທີຍ ເພາະມີທັງເພດຜູ້ ແລະ ເພດແມ່ໃນໂຕດຽວກັນ, ສ່ວນຫຼາຍອາໃສ່ຢູ່ນ້ຳຈືດ ມີບາງຊະນິດທີ່ພົບຢູ່ເທິງບົກ ແລະ ໃນແຫຼ່ງນ້ຳເຄັມ, ດຳລົງຊິວິດເປັນແບບອີງອາໄສຊົ່ວຄາວ, ດູດເລືອດສັດອື່ນເປັນອາຫານ. ລຳໂຕຍາວຕັ້ງແຕ່ 0,5-10 ຊມ, ລຳໂຕມີປ້ອງທີ່ສາມາດເຫັນໄດ້ຊັດເຈນ, ມີຈຳນວນປ້ອງພາຍນອກລຳໂຕ ແລະ ພາຍໃນບໍ່ເທົ່າກັນ, ປ້ອງພາຍນອກລຳໂຕມີປະມານ 102 ປ້ອງ, ປ້ອງພາຍໃນລຳໂຕມີປະມານ 32 ປ້ອງ, 4 ປ້ອງດ້ານໜ້າຈະເປັນຫົວ, ສີນ້ຳຕານ ຫຼື ສີດຳ, ມີສະໝອງຢູ່ສວນໜ້າ ແລະ ມີປາກທີ່ມີອະໄວຍະວະດູດຍຶດຂະໜາດໃຫຍ່, ຖັດມາອີກ 21 ປ້ອງ, ຈະເປັນຊ່ວງລຳໂຕເຊິ່ງເປັນປົມປະສາດຢູ່ຕະຫຼອດລຳໂຕ ແລະ ມີອະໄວຍະວະສືບພັນ, ອີກ 7 ປ້ອງສຸດທ້າຍຈະເຊື່ອມເຂົ້າກັນ, ມີສະໝອງສ່ວນທ້າຍ ແລະ ມີອະໄວຍະວະຍຶດເກາະສ່ວນທ້າຍລຳໂຕ. 

Description of Use

ເອັນໄຊ໌ມ ແລະ ສານປະກອບທີ່ທີພົບນ້ຳລາຍຂອງປີງທີ່ໃຊ້ຮັກສາພະຍາດໄດ້:

  • Hirudin: ມີສັບພະຄຸນຊ່ວຍໃນການຢັບຢັ້ງການແຂງຕົວຂອງເລືອດໂດຍຈັບກັບ thrombin
  • Calin: ຊ່ວຍຢັບຢັ້ງການແຂງຕົວຂອງເລືອດ ແລະຢັບຢັ້ງການຕົກຕະກອນຂອງເກັດເລືອດທີ່ເປັນຄໍລາເຈນ
  • Destabilase: ມີສັບພະຄຸນກ່ຽວກັບການຈື່ຈຳ, ຊ່ວຍລະລາຍ Destabilase ທີ່ຈະເຮັດໃຫ້ເກີດຫຼິ່ມເລືອດ
  • Hirustasin: ຊ່ວຍຢັບຢັ້ງ trypsin ແລະ chymotrypsin
  • Bdellins: ຊ່ວຍຕ້ານການອັກເສບ, ຢັບຢັ້ງທຣິບຊີນ (trypsin), plasmin ແລະ acrosin
  • Hialuronidase:ເປັນສານປະຕິຊີວະນະ (antibiotic)
  • Tryptase inhibitor: ຢັ້ບຢັ້ງເອັນໄຊມ໌ proteolytic enzyme ໃນ mast cell ຂອງເຈົ້າກາຝາກ
  • Eglins: ຕ້ານການອັກເສບ, ຢັ້ບຢັ້ງການຂະຫຍາຍຕົວຂອງແອນຟາໄຄຣໂມທຣິບຊິນ ແລະ chymase
  • Carboxipeptidase A inhibitors: ເພີ່ມການໄຫຼວຽນຂອງເລືອດໃນບໍລິເວນທີ່ຖືກດູດ
  • Carboxipeptidase A inhibitors: ຊ່ວຍເຮັດໃຫ້ຫຼອດເລືອດຂະຫຍາຍຕົວ
  • Histaminelike substances: ຊ່ວຍໃນການໄຫຼວຽນຂອງເລືອດ ແລະ ການຂະຫຍາຍຕົວຂອງຫຼອດເລືອດໄດ້ດີ.
  • Acetylcholine: ເຮັດໃຫ້ຫຼອດເລືອດຂະຫຍາຍ
  • Anesthetics substance: ເປັນຢາຊາ.

ສັບພະຄຸນ: 

  • ຊ່ວຍກຳຈັດການແຂງຕົວຂອງເລືອດພາຍໃນຮ່າງກາຍ, ຊ່ວຍຂັບປະຈັບເດືອນ, ມີກ້ອນເລືອດຂັງໃນທ້ອງ, ໃນກໍລະນີໄດ້ຮັບບາດເຈັບ ຫຼື ຕົກເລືອດພາຍໃນ, 

ຂໍ້ຄວນລະວັງ:

  • ຫ້າມໃຊ້ໃນແມ່ຍິງຖືກພາ 

ສິນຄ້າ: ປັດຈຸປັນປິງຖືເປັນສິນຄ້າທີ່ມີລາຄາແພງ ແລະ ຫາຍາກຢ່າງໜຶ່ງເນື່ອງຈາກມີປະລິມານຂອງປະຊາກອນຫຼຸດລົງເພາະການຫາເພື່ອຂາຍອອກຂອງປະຊາຊົນຢ່າງກວ້າງ. 

Contribute