ງູດ່າງແຫ່ / Yellow-spotted keelback

Use
Food
Scientific Name / Family
Fowlea flavipunctatus (Hallowell, 1860) / Colubridae
Synonyms
Xenochrophis flavipunctatus (Hallowell, 1860)
Other Names
ໄທ: ງູລາຍສໍສວນ ແລະ ງູລາຍສໍບ້ານ.
ອັງກິດ: Yellow-spotted Keelback ແລະ Gelbflecken-Fischnatter.
ຈີນ: 黄斑渔游蛇.
Conservation Status
Least Concern
Physical Description

ເປັນງູທີ່ມີຂະໜາດລຳໂຕຍາວປານກາງ, ຈາກປາກຫາຮູທະວານຍາວ 403 ມມ, ຫາງຍາວ 164 ມມ. ຫົວກົມຮີ, ກວ້າງກວ່າສ່ວນຄໍເລັກນ້ອຍ, ປາຍຂອງຫົວຮຽວເຂົ້າເລັກນ້ອຍ, ຕາຂ້ອນຂ້າງໃຫຍ່, ລຳຕົວປ້ອມສັ້ນ, ຫາງຍາວ ແລະ ປາຍຫາງຮຽວແຫຼມ, ຜິວລຳຕົວມີເກັດປົກຄຸມ, ເກັດເທິງຫົວເປັນແຜ່ນກວ້າງ, ເກັດຫຼັງມີສັນຂອງແຜ່ນເກັດ ແລະ ມີຂະໜາດໃຫຍ່ຂຶ້ນຕາມລຳດັບໄປທາງທ້າຍຂອງລຳຕົວ, ເກັດທອງຂະຫຍາຍກວ້າງ, ເກັດຕາຫາງເປັນແຖວຄູ່, ເກັດຮອບລຳຕົວໃນຕ່ຳແໜ່ງເຄິ່ງກາງຕົວມີປະມານ 19 ເກັດ, ເກັດທ້ອງຈຳນວນ 132 ເກັດ ແລະ  ເກັດໃຕ້ຫາງຈຳນວນ 77 ເກັດ. ລຳຕົວສ່ວນເທິງຂອງຫົວ ແລະ ຫຼັງມີສີນ້ຳຕານ ຫຼື ສີນ້ຳຕານອົມຂຽວ, ດ້ານຂ້າງຂອງຫົວມີເສັ້ນສີດຳຈາກດ້ານລຸ່ມຂອງຕາໄປຮອດເກັດຂອບປາກເທິງແຜ່ນທີ່ 6 ແລະ ມີເສັ້ນສີດຳຈາກດ້ານທ້າຍຂອງຕາ (ບໍ່ຕິດກັບຕາ) ໄປຫາຄາງກະໄຕ, ດ້ານທ້າຍຂອງຄາງກະໄຕມີມີເສັ້ນສີດຳພາດສະຫຼ່ຽງຂື້ນໄປຫາສ່ວນເທິ່ງຂອງງອນ, ດ້ານຫຼັງ ແລະ ດ້ານເທິງຂອງຫາງມີຈຸດໃຫຍ່ສີດຳກະຈາຍຢູ່ ແລະ ມີຂະໜາດນ້ອຍລົງຕາມລຳດັບໄປທາງດ້ານທ້າຍຂອງລຳຕົວ ແລະ ຄ່ອຍໆຫາຍໄປຢູ່ສ່ວນຫາງ, ສ່ວນລຸ່ມຂອງລຳຕົວມີຝື່ນຍາວສີດຳພາດຂວາງເປັນໄລຍະຕະຫຼອດຄວາມຍາວຂອງລຳຕົວ (ຄາງ, ໃຕ້ຄໍ, ດ້ານທ້ອງ ແລະ ໃຕ້ຫາງສີຂາວ) ແຕ່ເກັດທ້ອງມີຂອບດ້ານທ້າຍເປັນສີດຳ.

    ການກະຈາຍພັນ: ຈີນ,  ອິນເດຍ, ມຽນມາ, ລາວ, ຫວຽດນາມ, ກຳປູເຈຍ, ມາເລຍເຊຍ ແລະ ໄທ.

    ລັກສະນະທີ່ຢູ່ອາໄສ: ໃຫ້ໜອງນ້ຳ ຫຼື ແມນ້ຳ

    ນິໄສ: ຫາກິນໃນເວລາກາງເວັນໃນພື້ນທີ່ໃກ້ແຫຼ່ງນ້ຳ ແລະ ກິນສັດນ້ຳເປັນອາຫານ (ປາ, ກົບ, ຂຽດ) ແລະ ມັກນ້ຳ, ນິໄສຮ້າຍ, ມັກກັດເມື່ອເຂົ້າໄປໃກ້, ລອຍນ້ຳໄດ້ໄວ ແລະ ດຳນ້ຳໄດ້ດົນ.

Description of Use

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານ, ແຕ່ບໍ່ຄ່ອຍໄດ້ຮັບຄວາມນິຍົມຫຼາຍມີພຽງບາງທ້ອງຖິ່ນເທົ່ານັ້ນທີ່ໃຊ້ເປັນອາຫານ.

ຄຸນປະໂຍດ: ຊ່ວຍປັບຄວາມສົມດຸນຂອງລະບົບນິເວດ, ເປັນສັດໜຶ່ງທີ່ມີຄວາມສຳຄັນໃນລະບົບຕ່ອງໂສ້ອາຫານ.

Contribute