ກະເລັນລາຍຫູຍາວ / Cambodian Striped Squirrel

Use
Food
Income
Scientific Name / Family
Tamiops rodolphii (Milne-Edwards, 1867) / Sciuridae
Synonyms
Other Names
ໄທ: ກະຮອກລາຍກຳພູຊາ, ກະເລັນລາຍຫູຍາວ ແລະ ກະເລັນຂົນລາຍຫູຍາວ.
ຊື່ສາມັນ: Cambodian Striped Squirrel
Conservation Status
Least Concern
Physical Description

     ຫົວ ແລະ ລໍາຕົວຍາວ: 10.5-12 ຊມ. ຫາງຍາວ: 12 ຊມ. ເປັນກະເລັນປ່າຊະນິດນ້ອຍ ເຊິ່ງມີລາຍເປັນແຊກສິດຳ 5 ແຊກ ກັບສີຈາງອີກ 4 ແຊກ ທີ່ມີຂະໜາດເທົ່າກັນຍາວໄປຕາມດ້ານຫຼັງ ແລະ ຂຶ້ນປາຍຫູມີສີຂາວ, ກະເລັນດັ່ງກ່າວມີຄວາມຄ້າຍຄືກັບກະເລັນລາຍປາຍຫູສັ້ນ ເຊິ່ງມີລາຍແຊກແຖວນອກກວ້າງ ແລະ ມີສີຈາງກວ່າແຖວທີ່ຢູ່ທາງໃນ, ຂົນຈອມຫົວມີສີໂອລິບໝົ່ນ, ຄາງ ແລະ ເບື້ອງຂ້າງຂອງລໍາຕົວມີສີໝົ່ນເຂັ້ມ, ດ້ານລຸ່ມມີສີຄີມສົ້ມ, ຫາງມີຈຸດດ່າງເປັນສີໝົ່ນ, ສີນ້ຳຕານໄໝ້ ແລະ ສິດຳ.
     ອຸປະນິໄສ: ເປັນພວກຫາກິນກາງເວັນຕາມແຄມປ່າເຄີຍພົບຢູ່ຕາມຊັ້ນຕ່າງໆຂອງຕົ້ນໄມ້ ລາຍແຊກກາງຫຼັງເປັນເຄື່ອງໝາຍປະຈໍາຕົວຂອງສັດຊະນິດດັ່ງກ່າວ.
     ສຽງຮ້ອງ: ?
    ຖິ່ນອາໄສ: ອາໄສຢູ່ຂອບເຂດຈຳກັດເຊັ່ນຢູ່ໃນປ່າດົງດິບ, ບັນທຶກຈາກທິດເໜືອຂອງແຂວງພາກໃຕ້ຫາເຂດນ້ຳເທີນ ເປັນຊະນິດທົ່ວໄປຂອງເຂດພູສູງ.

Contribute