ທະນີແກ້ມຂາວ / White-checked Crested Gibbon
APA 6th ed. ທະນີແກ້ມຂາວ / White-checked Crested Gibbon. (2022, February 2). Retrieved from https://www.phakhaolao.la/kb/0001383
MLA 8th ed. ທະນີແກ້ມຂາວ / White-checked Crested Gibbon. Pha Khao Lao, 2 February 2022, https://www.phakhaolao.la/kb/0001383.
Chicago 17th ed. Pha Khao Lao. 2022. "ທະນີແກ້ມຂາວ / White-checked Crested Gibbon." Published February 2, 2022. https://www.phakhaolao.la/kb/0001383.
ໄທ: ຊະນີແກ້ມຂາວ
ຫົວ ແລະ ລໍາໂຕຍາວ 74-89 ຊມ, ບໍ່ມີຫາງ. ໂຕຜູ້ມີຂົນປົກຄຸມເປັນສີດໍາລວມທັງເອິກທີ່ເປັນສີດໍາ, ແກ້ມມີສີຂາວ ແລະ ສີເຫຼືອງຈືດຕັດກັນຢ່າງຈະແຈ້ງ. ໂຕແມ່ປົກກະຕິຈະມີວົງອ້ອມໜ້າສີຂາວບາງໆ, ແຕ່ປົກກະຕິຂົນແກ້ມຈະມີສີຈາງກວ່າສີຂອງຄໍ ເຊິ່ງຂົນຂອງແກ້ມນີ້ຈະບໍ່ຕັ້ງອອກທາງຂ້າງ.
ອຸປະນິໄສ: ເປັນສັດຫາກິນກາງເວັນຕາມຕົ້ນໄມ້ ແລະ ກິນໝາກໄມ້ເປັນອາຫານ.
ສຽງຮ້ອງ: ສຽງຂອງໂຕຜູ້ປະກອບດ້ວຍສາມສຽງທີ່ແຕກຕ່າງກັນ ແລະ ຮ້ອງອອກເປັນສາມໄລຍະຄືກັນກັບທະນີດໍາ ສຽງທໍາອິດເປັນສຽງປັບຫຼາຍແບບເປັນໄລຍະຍາວທີ່ມີຄວາມຖີ່ສະໝໍ່າສະເໝີໃນໄລຍະເລີ່ມຕົ້ນ, ມີການປ່ຽນຄວາມຖີ່ໄວໃນສຽງທີສອງ ຫຼື ສຽງທີສາມ. ມີແຕ່ໂຕແມ່ເທົ່ານັ້ນທີ່ຮ້ອງສຽງດັງ. ການຮ້ອງສຽງດັງຂອງໂຕແມ່ນີ້ແມ່ນຈະຄືກັນກັບສຽງຮ້ອງຂອງທະນີດໍາ ແຕ່ປົກກະຕິຈະໄວກວ່າ ແລະ ມີຫຼາຍສຽງກວ່າ, ປົກກະຕິມີ 8-18 ໃນ N. siki ແລະ ປະມານ 15-30 (ຈົນຮອດ 39) ໃນ N. leucogers
ຖິ່ນອາໄສ: ປ່າດົງດິບໃນຫຼາຍລະດັບພາກເໜືອ, ພາກກາງລົງມາຮອດພາກໃຕ້ເຖິງເຂດພູພຽງບໍລິເວນ. ພົບເຫັນແຕ່ໃນພາກຕາເວັນ ອອກຂອງແມ່ນໍ້າຂອງເທົ່ານັ້ນ.
ສັດຫວງຫ້າມທີ່ມີຄວາມສ່ຽງໃກ້ສູນພັນສູງ.