ລີງວອກ / Rhesus Macaque

Use
Medicine
Scientific Name / Family
Macaca mulatta (Zimmermann, 1780) / Cercopithecidae
Synonyms
Other Names
ລາວ: ລີງວອກ ແລະ ລີງແດງ.
ໄທ: ລີງວອກ.
ຊື່ສາມັນ: Rhesus Macaque.
Conservation Status
Least Concern
Physical Description

    ຫົວ ແລະ ລຳຕົວຍາວ: 47-58 ຊມ, ຫາງຍາວ: 20-28 ຊມ. ເປັນລີງມີທາງຢ່ອນລົງທີ່ມີຄວາມຍາວເທົ່າກັບເຄິ່ງໜຶ່ງຂອງລໍາໂຕ, ມີລັກສະນະອອກສີແດງ, ຢູ່ໜຶ່ງ ສ່ວນສີ່ຂອງລໍາໂຕທາງດ້ານຫຼັງ ແລະ ມີລັກສະນະໂດດເດັ່ນເປັນສີແດງແຈ້ງຢູ່ທີ່ສ່ວນໂຄ້ງຂອງກົກຂາເຊິ່ງຈະ ເຫັນແຈ້ງໃນເວລາພົບຢູ່ໃນພາກສະໜາມ, ສ່ວນຢູ່ໃນລີງຜົມແບ່ງນັ້ນຢູ່ ໃນໜຶ່ງສ່ວນສີ່ຂອງລໍາໂຕດ້ານຫລັງຈະເປັນສີມົ່ນ ຫຼື ສີນໍ້າຕານ, ມີຂົນສັ້ນຢູ່ເທິງຫົວ ແລະ ບໍ່ມີຮອຍແບ່ງລະຫວ່າງກາງ, ມັນມີລັກສະນະພິເສດ ຢູ່ທາງຫົວດ້ານໜ້າທີ່ມີສີເຂັ້ມກວ່າ, ລັກສະນະນີ້ຈະບໍ່ເດັ່ນຄືລີງກັງ ແລະ ມີຂົນແຍກດ້ານຂ້າງໜ້ອຍ.
   ອຸປະນິໄສ: ເປັນສັດຫາກິນກາງເວັນ ສ່ວນຫຼາຍຫາກິນຢູ່ເທິງໜ້າດິນ ແລະ ບາງສ່ວນຈະຢູ່ຕາມຕົ້ນໄມ້. ມັນຢູ່ຮ່ວມກັນເປັນຝູງໃຫຍ່, ບາງ ເທື່ອຈະມີຫຼາຍກ່ວາຫ້າສິບໂຕ.
   ສຽງຮ້ອງ: ?
   ຖິ່ນອາໄສ: ປ່າດົງດິບໂດຍສະເພາະໃນເຂດທີ່ຕໍ່າກັບປ່າເສື່ອມໂຊມ ແລະ ຕາມແຄມແມ່ນໍ້າ, ປົກກະຕິຈະຢູ່ສູງກວ່າລະດັບນ້ຳທະເລ 600 ມ.

Description of Use

ເປັນສັດຫວງຫ້າມ ແລະ ຫາຍາກ

Contribute