ໜູງວງຫາງຂາວ / White-tailed Mole
APA 6th ed. ໜູງວງຫາງຂາວ / White-tailed Mole. (2022, January 22). Retrieved from https://www.phakhaolao.la/kb/0001370
MLA 8th ed. ໜູງວງຫາງຂາວ / White-tailed Mole. Pha Khao Lao, 22 January 2022, https://www.phakhaolao.la/kb/0001370.
Chicago 17th ed. Pha Khao Lao. 2022. "ໜູງວງຫາງຂາວ / White-tailed Mole." Published January 22, 2022. https://www.phakhaolao.la/kb/0001370.
ຫົວ ແລະ ລຳຕົວຍາວ: 13-16 ຊມ,
ຫາງຍາວ: 0 7-1 ຊມ.
ມີລັກສະນະຄ້າຍຄືກັບໜູງວງຕາເວັນອອກຫຼາຍ, ມີຫາງສີຂາວ, ຂາໜ້າມີອົງເລັບໃຫຍ່, ມີຂົນໜາສີນໍ້າຕານເຂັ້ມທີ່ມີສີເງິນເຫຼື້ອມ, ມີປາກຍາວບໍ່ມີຂົນ, ມີໜ້ານ້ອຍບໍ່ມີໃບຫູ.
ອຸປະນິໄສ: ອາໄສຢູ່ໃຕ້ດິນໂດຍເຈາະເປັນຮູ 3 ແງ່ຕິດຕໍ່ກັນ ອາດຈະຂຶ້ນມາເທິງໜ້າດິນໃນຍາມກາງຄືນ, ອາຫານສ່ວນໃຫຍ່ແມ່ນຈຳພວກ ສັດໃນດິນ.
ສຽງຮ້ອງ: ?
ຖິ່ນອາໄສ: ໃນປ່າເຂດພູເຂົາທີ່ມີຄວາມສູງຈາກລະດັບນ້ຳທະເລ 1,000 ຫາ 2,500 ມ. ຂໍ້ມູນບັນທຶກໄດ້ຈາກແຂວງຊຽງຂວາງ
ສະພາບການອະນຸລັກ: ?
ເປັນອາຫານຂອງປະຊາຊົນທ້ອງຖີ່ນ ແລະ ພົບເຫັນຂາຍຕາມທ້ອງຕະຫຼາດທ້ອງຖິ່ນ.