ຕົ້ນຊ້າງນາວ / Chavakambu

Use
Medicine
Shelter
Scientific Name / Family
Gomphia serrata (Gaertn.) Kanis / Ochnaceae
Synonyms
Campylospermum abbreviatum Tiegh.
Campylospermum beccarianum (Bartel) Tiegh.
Campylospermum borneense (Bartel) Tiegh.
Campylospermum cumingii Tiegh.
Campylospermum kingii Tiegh.
Campylospermum leschenaultii Tiegh.
Campylospermum malabaricum (DC.) Tiegh.
Campylospermum nodosum Tiegh.
Campylospermum perakense Tiegh.
Campylospermum plicatum Tiegh.
Campylospermum retinerve Tiegh.
Campylospermum rheedii Tiegh.
Campylospermum serratum (Gaertn.) Bittrich & M.C.E.Amaral
Campylospermum strictum Tiegh.
Campylospermum sumatranum (Jack) Tiegh.
Campylospermum thwaitesii Tiegh.
Campylospermum vahlianum Tiegh.
Campylospermum walkeri Tiegh.
Campylospermum wallichianum Tiegh.
Campylospermum zeylanicum (Lam.) Tiegh.
Euthemis elegantissima Wall.
Euthemis pulcherrima Wall.
Gomphia angustifolia Vahl
Gomphia ceylanica Spreng.
Gomphia malabarica DC.
Gomphia microphylla Ridl.
Gomphia oblongifolia Ridl.
Gomphia sumatrana Jack
Gomphia zeylanica (Lam.) DC.
Meesia serrata Gaertn.
Ochna angustifolia (Vahl) Kuntze
Ochna zeylanica Lam.
Ouratea serrata (Gaertn.) N. Robson
Walkera serrata (Gaertn.) Willd.
Other Names
ໄທ: ຕົ້ນຫາງກວາງ, ຫາງກວາງຜູ້, ຊ້າງນາວ, ກາປິໂຕ, ທ້ອງປິງ, ຊ້າງໂນ້ມ ແລະ ຢູລົງ.
Malayalam:Aanaperal, Aneperala, Chavakambu, Chavakampu, Chavetti, Chokatti, Chokkatti, Valarmani ແລະ Valermani.
ອັງກິດ: Chavakambu, Chavetti, Silandhi ແລະ Vellai silandhi.
ຫວຽດນາມ: Dục dọc, Dục dạc, Đũa bếp, Roi tia, Lung rach, Ton ang quan, Hoa mai cánh lõm, Mai cánh lõm ແລະ Cây đũa bếp.
ຈີນ: 齿叶赛金莲木.
Conservation Status
Least Concern
Botanical Description

ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນສູງ 1-3 ມ, ແຕກກິ່ງກ້ານຕ່ຳ, ເປືອກຕົ້ນສີນ້ຳຕານປົນສີເທົາ, ຜິວຂ້ອນຂ້າງລຽບ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບໄຂ່ປີ້ນແກມຮູບຂອບຂະໜານ, ກວ້າງ 2-6 ຊມ, ຍາວ 6-20 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍໃບເປັນຕິ່ງແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບມັນທັງສອງດ້ານ. ກ້ານໃບຍາວ 2-6 ມມ. ຊໍ່ດອກແບບກະຈຸກແຕກແໜ່ງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ, ສີເຫຼືອງ, ຫຼົ່ນງ່າຍ. ກ້ານດອກຍາວ 5-8 ມມ. ກາບດອກມີ 5 ກາບ, ຮູບຮີ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ, ຍາວ 4-7 ມມ, ຕິດທົນ, ສີຂຽວອົມເຫຼືອງ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ຍາວ 4.5-8 ມມ, ປາຍມົນ ຫຼື ຕັດ. ເກສອນເພດຜູ້ມີ 10 ອັນ, ກ້ານຊູຖົງລະອອງສັ້ນຫຼາຍ ຫຼື ອາດບໍ່ມີເລີຍ, ຖົງລະອອງຍາວ 2.5-6 ມມ. ເຕົ້າໄຂ່ຍາວ 0.7-1 ມມ, ປາຍຮວງຮັບຍາວ 3-7 ມມ. ໝາກຮູບໄຂ່ປີ້ນ, ກາບດອກເປັນສີແດງຕິດທົນ, ໝາກກວ້າງ 4-5 ມມ, ຍາວ 8-10 ຊມ, ໝາກອ່ອນສີຂຽວປົນເທົາ, ໝາກສຸກເປັນສີເທົາອົມນ້ຳເງິນ ຫຼື ສີມ່ວງດຳ. ແກ່ນມີ 1 ແກ່ນ.

Description of Use

ອາຫານ:
    ຍອດ ແລະ ໃບອ່ອນ: ກິນເປັນຜັກສົດໄດ້.
ສັບພະຄຸນ:
    ຮາກ: ຕົ້ມດື່ມແກ້ພິດສຳແດງ, ແກ້ເບົາຫວານ, ຂັບພະຍາດພິດ ແລະ ແກ້ພະຍາດນ້ຳເຫຼືອງເສຍ.
    ຮາກ ແລະ ໃບ: ຕົ້ມດື່ມບຳລຸງເດັກໃນທ້ອງ ແລະ ແກ້ອາການປວດຮາກ.
    ກິ່ງອ່ອນ: ໃຊ້ຮັກສາອາການເຈັບແຂ້ວ.
    ແກ່ນໄມ້: ຕົ້ມດື່ມຊ່ວຍຂັບປັດສະວະຂັດ ແລະ ແກ້ອາການເຈັບຫຼັງ.
    ລຳຕົ້ນ: ຕົ້ມດື່ມແກ້ເມື່ອຍ.
    ເປືອກຕົ້ນ: ແກ້ອາການເຈັບຕາ ແລະ ລະຄາຍເຄືອງ.
    ທັງຕົ້ນ: ນຳເຂົ້າເປັນຢາຮັກສາເບົາຫວານ.
ສິ່ງປຸກສ້າງ:
    ເນື້ອໄມ້: ໃຊ້ເປັນເສົາ ຫຼື ຝາສຳລັບການສ້າງເຮືອນ.
ປະໂຫຍດ:
    ກິ່ງໄມ້: ໃຊ້ເຮັດຖ່ານໄດ້ດີ.

Contribute