ຫຍ້າຫົວຫງອກ

Use
Ornamental
Scientific Name / Family
Eriocaulon echinulatum Mart. / ERIOCAULACEAE
Synonyms
Eriocaulon echinulatum var. tenue Satake
Eriocaulon seticuspe Ohwi
Other Names
ໄທ: ຫຍ້າດອກຂາວ ແລະ ກະດຸມດອກຂາວ.
ຫວຽດນາມ: Dùi trống nhiếm.
Botanical Description

ຈັດເປັນພືດລົ້ມລຸກ, ອາຍຸລະດູດຽວ. ລຳຕົ້ນສັ້ນຫຼາຍ, ມີເຫງົ້າໃຕ້ດິນ. ໃບດ່ຽວ, ອອກເປັນກະຈຸກບໍລິເວນໂຄນຕົ້ນ, ຮູບແຖບ ຫຼື ຮູບຂອບຂະໜານ, ກວ້າງ 1-4 ມມ, ຍາວ 10-30 ຊມ, ຂອບລຽບ, ປາຍແຫຼມ. ຊໍ່ດອກຮູບເຄິ່ງວົງກົມ ຫຼື ຮູບໄຂ່, ເສັ້ນຜ່າສູນກາງ 5-11 ມມ. ການຊໍ່ດອກຮູບກົມ, ຍາວ 4-7 ຊມ. ດອກຍ່ອຍຈັບແໜ້ນໃນຖານດອກດຽວກັນ, ເປັນດອກແຍກເພດ. ດອກເພດຜູ້ມີກີບລວມຊັ້ນນອກເຊື່ອມຕິດກັນ, ຮູບບ່ວງ, ປາຍແຍກເປັນ 3 ແສກ. ກີບລວມຊັ້ນໃນເຊື່ອມຕິດກັນເປັນຮູບຈວຍ, ປາຍແຍກອອກເປັນ 3 ແສກ. ເກສອນເພດຜູ້ມີ 6 ອັນ. ດອກເພດແມ່ມີກີບລວມຊັ້ນນອກ 3 ກີບ, ຮູບແຖບ, ອີກ 2 ກີບມີຂະໜາດນ້ອຍກ່ວາ, ສີນ້ຳຕານ, ຜິວກ້ຽງ. ເຕົ້າໄຂ່ຈັບເທິງ, ມີ 3 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ແກ່ນສີເຫຼືອງໃສ.

   ພົບຕາມພື້ນທີ່ຊຸ່ມນ້ຳ, ພະລານຫີນທີ່ມີຄວາມຊຸ່ມ, ດິນຊາຍ ແລະ ເຂດຊຸ່ມນ້ຳບໍລິເວນພູ.

Description of Use

ພືດປະດັບ: ເປັນພືດສວຍງາມນຳມາປູກປະດັບຕາມຕູ້ປາ ແລະ ເຂດທ່ອງທ່ຽວນ້ຳຕົກ.

Contribute