ກະຖີ່ນດົງ / Black Catechu
APA 6th ed. ກະຖີ່ນດົງ / Black Catechu. (2022, November 8). Retrieved from https://www.phakhaolao.la/kb/0001322
MLA 8th ed. ກະຖີ່ນດົງ / Black Catechu. Pha Khao Lao, 8 November 2022, https://www.phakhaolao.la/kb/0001322.
Chicago 17th ed. Pha Khao Lao. 2022. "ກະຖີ່ນດົງ / Black Catechu." Published November 8, 2022. https://www.phakhaolao.la/kb/0001322.
Acacia catechu var. wallichiana P.C. Huang
Acacia catechuoides (Roxb.) Benth.
Acacia sundra (Roxb.) Bedd.
Acacia wallichiana DC.
Mimosa catechu L.f.
Mimosa catechuoides Roxb.
ຊື່ສາມັນ: Black Catechu ,Catechu Tree, Cutch tree,Acacia catechu ແລະ Cutch.
ຫວຽດນາມ: Keo cao, Keo cau ແລະ Keo catêsu.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ປາຍຍອດໂລ່ງ, ຕາມລຳຕົ້ນ ແລະ ກິ່ງກ້ານມີໜາມ, ໂຄ້ງງໍອອກເປັນລັກສະນະເປັນຄູ່, ເປືອກສີເທົາເຂັ້ມ ຫຼື ສີເທົາປົນນ້ຳຕານ, ແຕກເປັນກິ່ງຍາວ, ມີແກ່ນໄມ້ເປັນສີນ້ຳຕານແດງ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ, ຍາວ 15-25 ຊມ. ໃບປະສົມຍ່ອຍອອກຮຽງກົງກັນຂ້າມກັນ, ມີ 10-20 ຄູ່. ໃບຍ່ອຍມີ 30-50 ຄູ່, ອອກຮຽງກົງກັນຂ້າມກັນ, ຮູບແຖບ, ກວ້າງ 0.5-1 ມມ, ຍາວ 4-7 ມມ, ໂຄນໃບບ້ຽວ, ຂອບລຽບ ຫຼື ມີຂົນ, ປາຍມົນ, ແຜ່ນໃບກ້ຽງ ຫຼື ມີຂົນເລັກນ້ອຍ. ກ້ານໃບລວມຮູບກົມ, ຍາວ 3-4 ຊມ, ມີຂົນ. ຊໍ່ດອກແບບຮວງເຂົ້າ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 5-9 ຊມ. ດອກຍ່ອຍຂະໜາດນ້ອຍ, ສີຂາວ ຫຼື ສີເຫຼືອງ, ດອກບານເຕັມທີກວ້າງ 2-3 ມມ, ມີກິ່ນຫອມ. ກີບດອກມີ 5 ກີບ, ຍາວ 0.2-0.3 ຊມ. ເກສອນເພດຜູ້ຈຳນວນຫຼາຍ, ເປັນສັ້ນນ້ອຍສີຂາວ. ໝາກເປັນຝັກ, ຮູບຂອບຂະໜານ, ຍາວ 5-10 ຊມ, ແຫ້ງແລ້ວແຕກ, ສີນ້ຳຕານເຂັ້ມ ແລະ ເປັນມັນ. ແກ່ນມີ 3-7 ແກ່ນ, ຮູບແປ, ສີນ້ຳຕານອົມຂຽວ.
ສັບພະຄຸນ:
- ແກ່ນໄມ້: ແກ້ອາການທ້ອງຂີ້ຮາກ, ແກ້ບິດ, ຮັກສາພະຍາດຜິວໜັງ, ປິດທາດ ແລະ ແກ້ລົງແດງ.
- ເປືອກຕົ້ນ: ແກ້ບິດ, ແກ້ຖອກທ້ອງ, ຮັກສາແຜ ແລະ ແກ້ອາການທ້ອງຂີ້ຮາກ.
- ແກ່ນ: ຝົນແກ້ພະຍາດຫິດ, ແຜຊ້ຳເຮື້ອ ແລະ ຮັກສາແຜນ້ຳກັດຕີນ.
ສານທີພົບ:
- ທັງຕົ້ນ: ພົບສານ Epicatechin.
- ເປືອກ: ພົບສານ Catechol, Gallic acid ແລະ Tannin.
- ແກນໄມ້: ພົບສານ Catechin ແລະ Dicatechin.
- ໃບ: ພົບສານ Catechin, Isoacacatechol ແລະ Tannins isoacacatechol acetate.
ຄຸນປະໂຫຍດ:
- ທັງຕົ້ນ: ໃຊ້ຍ້ອມສີຜ້າ ແລະ ຟອກໜັງ.