ກະດຸມເຄືອ / Climbing wedelia

Use
Food
Medicine
Ornamental
Scientific Name / Family
Sphagneticola trilobata (L.) Pruski / ASTERACEAE
Synonyms
Acmella brasiliensis Spreng.
Acmella spilanthoides Cass.
Buphthalmum heterophyllum Willd. ex DC.
Buphthalmum procumbens Desf. ex Steud.
Buphthalmum repens Lam.
Buphthalmum strigosum Spreng.
Complaya trilobata (L.) Strother
Polymnia crenata Poir.
Seruneum paludosum Kuntze
Seruneum trilobatum (L.) Kuntze
Silphium trilobatum L.
Sphagneticola ulei O.Hoffm.
Stemmodontia carnosa O.F.Cook & G.N.Collins
Stemmodontia trilobata (L.) Small
Thelechitonia trilobata (L.) H.Rob. & Cuatrec.
Verbesina carnosa (Pers.) M.Gómez
Verbesina carnosa var. triloba (Rich. ex Pers.) M.Gómez
Verbesina tridentata Spreng.
Wedelia brasiliensis (Spreng.) S.F.Blake
Wedelia carnosa Rich.
Wedelia carnosa triloba Rich.
Wedelia crenata Rich.
Wedelia paludicola Poepp. & Endl.
Wedelia paludosa DC.
Wedelia paludosa var. latifolia DC.
Wedelia paludosa var. vialis DC.
Wedelia pedunculata Mart. ex Colla
Wedelia tannensis Endl.
Wedelia trilobata (L.) Hitchc.
Wedelia trilobata var. hirtella O.E.Schulz
Wedelia trilobata var. pilosissima S.F.Blake
Other Names
ໄທ: ກະດຸມທອງເລື້ອຍ ແລະ ເບັນຈະມາດເຄືອ.
ອັງກິດ: Climbing wedelia, Singapore Dailsy, Creeping daisy, Trailing daisy, Creeping ox-eye ແລະ Rabbits paw.
Botanical Description

ຈັດເປັນພືດລົ້ມລຸກ, ລຳຕົ້ນແຕກຂະແໜງເລືອໄປຕາມໜ້າດິນ, ປາຍກິ່ງຊູຕັ້ງຂຶ້ນ, ເປືອກສີຂຽວ, ມີຂົນ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຮີ, ກວ້າງ 1-3 ຊມ, ຍາວ 2-4 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ຂອບແສກແຂ້ວເລື່ອຍບໍ່ສະໝໍ່າສະເໜີ, ປາຍແຫຼມ, ກ້ານໃບສັ້ນ ຫຼື ບໍ່ມີເລີຍ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ໃບປະດັບຊໍ່ດອກມີ 2 ຊັ້ນ, ຊັ້ນລະ 4-5 ໃບ, ຮູບຮີ, ສີຂຽວ. ດອກຍ່ອຍຈັບແໜ້ນຢູ່ໃນຖານດອກດຽວກັນ, ມີຫຼາຍຊັ້ນ. ດອກວົງນອກເປັນດອກເພດແມ່, ມີ 8-10 ດອກ. ກີບດອກເປັນສີເຫຼືອງ, ຮູບຂອບຂະໜານ ຫຼື ຮູບໄຂ່, ປາຍແຍກອອກເປັນ 3 ແສກ. ດອກວົງໃນເປັນດອກສົມບູນເພດ, ຂະໜາດນ້ອຍ, ຈຳນວນຫຼາຍ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ແສກ, ສີເຫຼືອງ. ໝາກຮູບໄຂ່ປີ້ນ, ໝາກແຫ້ງບໍ່ແຕກ. ແກ່ນຮູບສາມຫຼ່ຽມ, ປາຍແຫຼມ, ຂະໜາດນ້ອຍ, ສີດຳ.

Description of Use

ອາຫານ:
    ແກ່ນ: ນຳມາສະກັດນ້ຳມັນໃຊ້ສຳລັບປຸງອາຫານ.
ສັບພະຄຸນ:
    ສານຄຼໍໂຣຟິວຈາກລຳຕົ້ນ ແລະ ໃບ: ສາມາດປ້ອງກັນຕັບຈາກສານພິດ, ຮັກສາພະຍາດຕັບອັກເສບ, ຊ່ວຍກະຕຸ້ນການເຮັດວຽກຂອງຕັບ, ເຮັດໃຫ້ຕັບເຮັດວຽກໄດ້ປົກກະຕິ, ຊ່ວຍໃນການຜະລິດນ້ຳຍ່ອຍໄດ້ປົກກະຕິ, ປ້ອງກັນອາຫານບໍ່ຍ່ອຍ ແລະ ປ້ອງກັນການຕິດເຊື້ອໃນລະບົບທາງເດີນອາຫານ.
    ໃບ ແລະ ລຳຕົ້ນ: ນຳມາບົດເປັນຢາພອກແຜແກ້ຝົກຊ້ຳ.
    ດອກ, ໃບ ແລະ ລຳຕົ້ນ: ຕົ້ມຮັບປະທານຊ່ວຍຫຼຸດໄຂ່ມັນ, ຊ່ວຍຍ່ອຍອາຫານ, ໃຊ້ເປັນຢາຊາຊ່ວຍບັນເທົາອາການເຈັບເຫງືອກ ແລະ ແຂ້ວ.
    ດອກ: ມີສານ carotene ແລະ ສານ xanthophyll ຊ່ວຍບຳລຸງສາຍຕາ, ປ້ອງກັບສາຍຕາເຊື່ອມ, ເສີມສ້າງພູມຄຸ້ມກັນ, ຫຼຸດອາການແພ້, ຊ່ວຍຕ້ານອານຸມູນອິດສະຫຼະ, ບຳລຸງຜິວ, ປ້ອງກັນຜິວຈາກລັງສີ, ປ້ອງກັນການເກີດຝ້າ ແລະ ຮອຍແຜເປັນ, ຊ່ວຍປ້ອງກັນພະຍາດມະເຮັງ, ເບົາຫວານ, ຊ່ວຍຫຼຸດໄຂມັນໃນເລືອດ, ປ້ອງກັນພະຍາດຫົວໃຈ ແລະ ຫຼອດເລືອດຕີບ.
    ສານສະກັດດ້ວຍເຮັກເຊນ: ສາມາດຕ້ານເຊື້ອແບັກທິເຣຍແກຼມບວກ ແລະ ແກຼມລົບໄດ້ຫຼາຍຊະນິດ.
    ສານສະກັດຈາກນ້ຳ: ບໍ່ມີຜົນຕໍ່ແບັກທິເຣຍທຸກຊະນິດ, ຢີສ ແລະ ເຊື້ອຣາ. ແຕ່ມີການສຶກສາວ່າສານສະກັດດັງກ່າວມີຜົນຕໍ່ການງອກໃຫມ່ຂອງພືດໃຫ້ໄວຂຶ້ນ.
ພືດປະດັບ: ນຳມາປູກເປັນພືດປະດັບ.
ສານສຳຄັນທີ່ພົບ: chlorophyll, xanthophyll ໄດ້ແກ່ Lutein : C40H56O2, germacrene D, a– humulene, caryophyllene, squalene, phellandrene, p – cymene, sitosterol, ອານຸພັນຂອງ ent – kaurenic acid ແລະ eudesmanolides.
ึຄຸນປະໂຫຍດ:
    ປູກເປັນພືດຄຸມດິນຕາມແຄມຫ້ວຍ ຫຼື ແຄມໜອງເພື່ອປ້ອງກັນການພັງທະລາຍຂອງດິນ.
    ກີບດອກ: ນຳມາຕາກແຫ້ງນຳມາບົດເປັນຜົງໃຊ້ເປັນສີປະສົມອາຫານ ແລະ ສີຍ້ອມຜ້າ.
    ນ້ຳມັນຈາກແກ່ນ: ໃຊ້ປະສົມກັບເຄື່ອງສຳອາງບຳລຸງຜິວ, ໃຊ້ທາໜວດກ້າມເນື້ອ ແລະ ບຳລຸງຜົມເປັນຕົ້ນ.

Contribute