ຕົ້ນໂທມດົງ / Timi
APA 6th ed. ຕົ້ນໂທມດົງ / Timi. (2022, August 1). Retrieved from https://www.phakhaolao.la/kb/0001270
MLA 8th ed. ຕົ້ນໂທມດົງ / Timi. Pha Khao Lao, 1 August 2022, https://www.phakhaolao.la/kb/0001270.
Chicago 17th ed. Pha Khao Lao. 2022. "ຕົ້ນໂທມດົງ / Timi." Published August 1, 2022. https://www.phakhaolao.la/kb/0001270.
Nauclea brunonis Wall. ex G.Don
Nauclea rotundifolia Roxb.
ອັງກິດ: Timi
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 10-15 ມ, ປາຍຍອດຮູບໄຂ່, ເປືອກນອກສີເທົາ ຫຼື ສີເທົາປົນຂຽວ, ແຕກເກັດເປັນບາງ, ຫຼຸດງ່າຍ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່ກວ້າງ ຫຼື ຮູບກົມ, ກວ້າງ 9-18 ຊມ, ຍາວ 10-22 ຊມ, ໂຄນໃບວ້ຳ ຫຼື ຮູບຫົວໃຈ, ຂອບລຽບ ຫຼື ເປັນຄື້ນ, ປາຍກົມ ຫຼື ຕັດ, ແຜ່ນໃບຂ້ອນຂ້າງໜາ, ຜິວໃບດ້ານເທິງລຽບ ຫຼື ມີຂົນກະຈາຍຫ່າງໆ, ຜິວໃບດ້ານລຸ່ມສີເທົາອ່ອນນຸ້ມ, ໃບແຫ້ງສີນ້ຳຕານແດງ. ກ້ານໃບຍາວ 1.5-6 ຊມ. ຊໍ່ດອກແບບກະຈຸກແໜ້ນ, ອອກຕາມປາຍກິ່ງ, ແຕ່ລະຊໍ່ດອກມີຫູໃບ 1 ຄູ່, ຊໍ່ດອກບານເຕັມທີກວ້າງ 1.5-2 ຊມ. ກາບດອກ ແລະ ກີບດອກປາຍແຍກອອກເປັນ 5 ແສກ. ໝາກແຫ້ງ, ຮູບກົມ, ຂະໜາດປະມານ 2.5 ຊມ, ຜິວແຂງ, ເປັນກ້ອນກົມ, ຜິວບໍ່ບໍ່ເຊື່ອມຕິດກັນ.
ສັບພະຄຸນ:
ໃບ: ແກ້ປວດທ້ອງ, ແກ້ບິດ, ທ້ອງເບັງ, ເຈັບທ້ອງຂີ້ຮາກ ແລະ ແກ້ປວດເມື່ອຍຕາມຮ່າງກາຍ.
ເປືອກ: ຮັກສາແຜຕິດເຊື້ອ ແລະ ຮັກສາພະຍາດຜິວໜັງ.
ທັງຕົ້ນ: ເປັນສະໝູນໄພແກ້ໄຂ້ ແລະ ຊ່ວຍຫຼຸດຄວາມດັນເລືອດ.
ສິ່ງປຸກສ້າງ:
ເນື້ອໄມ້: ໃຊ້ໃນການກໍ່ສ້າງ ແລະ ໃຊ້ເປັນເຄື່ອງມືໃນການກະເສດ.