ໜາມແທ່ງ
APA 6th ed. ໜາມແທ່ງ. (2021, December 8). Retrieved from https://www.phakhaolao.la/kb/0001236
MLA 8th ed. ໜາມແທ່ງ. Pha Khao Lao, 8 December 2021, https://www.phakhaolao.la/kb/0001236.
Chicago 17th ed. Pha Khao Lao. 2021. "ໜາມແທ່ງ." Published December 8, 2021. https://www.phakhaolao.la/kb/0001236.
Gardenia tomentosa Blume ex DC.
Randia dasycarpa (Kurz) Bakh.f.
Randia tomentosa (Blume ex DC.) Hook.f.
Xeromphis tomentosa (Blume ex DC.) T.Yamaz.
ຫວຽດນາມ: Găng trắng, Găng nhung, Găng bọt, Găng lông, Găng gậc ແລະ Mạy càng.
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 4-10 ມ, ແຕກກິ່ງກ້ານຕ່ຳ, ມີເກັດສີນ້ຳຕານປົກຄຸມຢ່າງໜາແໜ້ນ, ເປືອກນອກບາງ, ລຽບ ຫຼື ແຕກເປັນເກັດ, ສີນ້ຳຕານ ຫຼື ດຳ, ກິ່ງກ້ານມີໜາມແຫຼມ, ຍາວ 1-3 ຊມ, ອອກເປັນຄູ່ກົງກັນຂ້າມ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 3-5 ຊມ, ຍາວ 5-7 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍມົນ ແລະ ມີຕິ່ງໜາມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ ແລະ ມີຂົນກະຈາຍຕາມເສັ້ນກ່າງໃບ. ຫູໃບຮູບສາມຫຼ່ຽມ, ອອກຕາມງ່າມໃບ, ກວ້າງ 3-5 ມມ, ຍາວ 5-8 ມມ, ຫຼົ່ນງ່າຍ. ກ້ານໃບຍາວ 3-5 ມມ, ມີຂົນສັ້ນໜານຸ້ມ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກບໍລິເວນປາຍກິ່ງ. ດອກຍ່ອຍມີ 2-6 ດອກ, ຮູບເຂັມ, ສີຂາວ, ດອກແກ່ປ່ຽນເປັນສີເຫຼືອງ, ກິ່ນຫອມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 5-6 ມມ, ປາຍແຍກອອກເປັນ 8-10 ແສກ, ຮູບຫອກ, ຍາວ 3-5 ມມ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 8-10 ແສກ, ຮູບໄຂ່ ຫຼື ຮູບຫອກປີ້ນ, ກວ້າງ 4-6 ມມ, ຍາວ 1-1.5 ຊມ, ບິດວຽນເລັກນ້ອຍ, ປາຍແຫຼມ. ເກສອນເພດຜູ້ມີຈຳນວນເທົ່າກັບກີບດອກ, ຈັບລະຫວ່າງກີບດອກ, ຖົງລະອອງຮູບຂອບຂະໜານ, ຮູບຂອບຂະໜານ. ເຕົ້າໄຂ່ຈັບລຸ່ມ, ມີໜຶ່ງຫ້ອງ, ມີຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກຮູບໄຂ່ ຫຼື ຮູບກົມ, ເສັ້ນຜ່າສູນກາງ 2-4 ຊມ, ມີເນື້ອ, ມີຂົນສີນ້ຳຕານປົກຄຸມສີນ້ຳຕານ, ແຫ້ງແລ້ວບໍ່ແຕກ. ແກ່ນມີຈຳນວນຫຼາຍ, ຮູບຮີ ຫຼື ຮູບໄຂ່.
ອາຫານ:
ໝາກ: ສາມາດກິນໄດ້.
ສັບພະຄຸນ:
ຮາກ: ຮັກສາເບົາຫວານ, ວັນນະໂລກ ແລະ ມະເຣັງຕ່າງໆ.
ເນື້ອໄມ້: ຮັກສາແຜທີ່ຖືກໜາມແທງຄາ, ຮັກສາແຜເບົາຫວານ ແລະ ແຜຊຳເຮື້ອ.
ໃບ: ແກ້ໄຂ້ ແລະ ຂັບປັດສະວະ.
ທັງຕົ້ນ: ປຸງເປັນຢາຮັກສາເບົາຫວານ, ຮັກສາມະເຮັງຕ່າງໆ ເຊັ່ນ: ມະເຮັງຕັບ, ມະເຮັງກະດູກ ແລະ ຮັກສາວັນນະໂຣກ.
ຂໍ້ມູນທາງວິທະຍາສາດ:
ສານສະກັດດ້ວຍເຫຼົ້າ 50% ຈາກລຳຕົ້ນ: ພົບສານປະກອບປະເພດແທັກນິນ ແລະ ຄາດີເອສໄກຣໂກໄຊ້.
ສານ total phenolics: ມີປະລິມານ 114.29 ມກ/ມລ ສາມາດຕ້ານອານຸມູນອິດສະຫຼະ.
ຄຸນປະໂຫຍດ:
ໝາກແກ່: ຕີກັບນ້ຳເປັນຢາສະຜົມ, ຊັກເຄື່ອງ ແລະ ເບື່ອປາ.
ໝາກ: ເປັນອາຫານຂອງສັດປ່າກຸ່ມກະຮອກ.