ໝາກຈັນ / Gold apple
APA 6th ed. ໝາກຈັນ / Gold apple. (2022, November 25). Retrieved from https://www.phakhaolao.la/kb/0001122
MLA 8th ed. ໝາກຈັນ / Gold apple. Pha Khao Lao, 25 November 2022, https://www.phakhaolao.la/kb/0001122.
Chicago 17th ed. Pha Khao Lao. 2022. "ໝາກຈັນ / Gold apple." Published November 25, 2022. https://www.phakhaolao.la/kb/0001122.
ອັງກິດ: Gold apple.
ຈັດເປັນໄມ້ຢືນຕົ້ນ, ລຳຕົ້ນຕັ້ງຊື່, ສູງ 10-20 ມ, ປາຍຍອດເປັນຊົງກົມ, ປາຍໜາທຶບ, ເປືອກລຽບ, ສີນ້ຳຕານເຂັ້ມອົມເທົາ ຫຼື ສີດຳ, ແຕກເປັນເກັດ, ເນື້ອໄມ້ສີຂາວ, ກິ່ງອ່ອນ ຫຼື ປາຍຍອດມີຂົນສີນ້ຳຕານປົກຄຸມຢູ່ ແລະ ມີກິ່ງກ້ານທີ່ໜຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ກ້ວາງ 1-3 ຊມ, ຍາວ 7-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບມັນ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກຜູ້ເປັນຊໍ່ນ້ອຍ, ມີດອກຍ່ອຍປະມານ 3 ດອກ, ທຸກສ່ວນມີຂົນສີນ້ຳຕານແດງປົກຄຸມຢູ່. ກາບດອກມີ 4- 5 ກີບ, ແຍກກັນ, ແຕ່ມີລັກສະນະເປັນຮູບຖ້ວຍ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ປາຍແຍກອອກເປັນ 4-5 ກີບ. ດອກແມ່ອອກເປັນດອກດ່ຽວ, ກາບດອກ ແລະ ກີບດອກຄ້າຍກັບດອກຜູ້ແຕ່ມີຂະໜາດໃຫຍ່ກ່ວາ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 4-8 ຊມ, ມີກາບດອກຕິດທົນຈົນເປັນໝາກ, ໝາກມີເນື້ອ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ, ມີກິ່ນຫອມ ແລະ ຫວານສາມາດກິນໄດ້. ແກ່ນມີ 2-3 ເມັດ, ບໍ່ມີຮອຍບຸ່ມ.
ອາຫານ:
- ໝາກສຸກ: ມີຣົດຊາດຫວານສາມາດຮັບປະທານໄດ້.
ສັບພະຄຸນ:
- ເນື້ອໄມ້: ຊ່ວຍບຳລຸງເລືອດລົມ, ໃຊ້ປຸງເປັນຢາບຳລຸງປະສາດ, ແກ້ອາການເຫື່ອຫຼາຍ, ແກ້ໄຂ້ທີ່ມີຜົນຕໍ່ຕັບ ແລະ ບີ, ຊ່ວຍຮັກສາອາການຕັບອັກເສບ, ຮັກສາບີອັກເສບ ແລະ ຊ່ວຍຂັບພະຍາດພິດ.
- ແກ່ນລຳຕົ້ນ: ຊ່ວຍບຳລຸງຜິວ, ແກ້ລົມ, ແກ້ອາການອ່ອນເພຍ, ຊ່ວຍບຳລຸງຫົວໃຈ, ແກ້ໄຂ້ທີ່ມີຜົນຕໍ່ດີ, ແກ້ເລືອດດັງໄຫຼ, ແກ້ໄອ ແລະ ຮັກສາຕັບອັກເສບ.
- ແກ່ນໄມ້ ແລະ ເນື້ອໄມ້: ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ແກ້ໄຂ້, ບຳລຸງຕັບ ແລະ ປອດ.
- ນ້ຳຈາກໝາກ: ຊ່ວຍຕ້ານອານຸມູນອິດສະຫຼະໄດ້ເປັນຢ່າງດີ ແລະ ຊ່ວຍຢັບຢັ້ງການແຕກຕົວຂອງເມັດເລືອດແດງໄດ້.
- ໝາກ ແລະ ເນື້ອໄມ້: ຊ່ວຍບຳລຸງກຳລັງ.
- ໝາກ: ແກ້ອາການນອນບໍ່ຫຼັບ, ອາການກະສັບກະສ່າຍ ແລະ ແກ້ອາການຖອກທ້ອງ.
ສິນຄ້າ:
- ໝາກ: ສາມາດນຳມາແປຮູບເປັນຂອງຫວານ.
- ເນື້ອໄມ້: ມີລາຍທີ່ສວຍງາມຈຶ່ງນິຍົມນຳມາເຮັດເຟີນິເຈີ.
ພະລັງງານ:
- ເນື້ອໄມ້: ມີເນື້ອໄມ້ແຂງຈຶ່ງນິຍົມຕັດມາເຮັດຟືນ ຫຼື ນຳມາເຮັດເປັນຖ່ານ.