ອຶ່ງນ້ອຍຫຼັງທາດ / Ornate Chorus Frog

Use
Food
Medicine
Scientific Name / Family
Microhyla fissipes Boulenger, 1884 / Microhylidae
Synonyms
Microhyla eremita Barbour, 1920
Other Names
ໄທ: ອຶງນ້ຳເຕົ້າ
ອັງກິດ: Ornate Chorus Frog ແລະ Ornate Pigmy Frog
ຈີນ: 飾紋姬蛙
Conservation Status
Least Concern
Physical Description

ອຶ່ງນ້ອຍຫຼັງທາດຂະໜາດລຳໂຕນ້ອຍປ້ອມສັ້ນ, ລັກສະນະຄ້າຍໝາກນ້ຳເຕົ້າ, ຍາວປະມານ 23 ມມ, ຜິວໜັງລຳໂຕມີຕຸ່ມນ້ອຍ ແລະ ໃຫຍ່ກະຈາຍຢູ່ທົ່ວຜິວໜັງຊຸ່ມ, ຜິວດ້ານຫຼັງສີນ້ຳຕານເຫຼືອງ, ສີນ້ຳຕານແດງ, ດ້ານຫຼັງມີລັກສະນະຄ້າຍຈອມທາດ. ຫົວຫົວແຫຼມ, ກວ້າງປະມານ 7.18 ມມ, ຍາວປະມານ 6.10 ຊມ. ເພດຜູ້ມີຄາງ ແລະ ບໍລິເວນເອິກສີດຳ, ຂາໜ້າ ແລະ ຂາຫຼັງມີລາຍສີເຂັ້ມພາດຂວາງ. ຂາໜ້າ ແລະ ຂາຫຼັງສັ້ນ, ນິວຕີນໜັງບໍ່ມີແຜ່ນໜັງລະຫວ່າງນິ້ວ, ນິ້ວຕີນຫຼັງມີແຜ່ນໜັງຂະໜາດນ້ອຍຢູ່ໂຄນຕີນ, ປາຍນິ້ວຕີນທຸກນິ້ວມີຕຸ່ມຂະໜາດນ້ອຍ. 

   ອາໃສຢູ່ເຂດພື້ນທີຕາມປ່າທີ່ມີຄວາມຊຸ່ມ, ພື້ນທີ່ອ້ອມໜອງນ້ຳ ແລະ ຂ້າງຫ້ວຍນ້ຳ. ອອກຫາກິນໃນຍາມກາງຄືນ.

Description of Use

ເປັນອາຫານ: ສາມາດນຳມາປຸ່ງແຕ່ງອາຫານ.

ສັບພະຄຸນ: ສາມາດຮັກສາພະຍາດບາງຊະນິດໄດ້.

Reproduction and Lifecycle

ປະສົມພັນ ແລະ ວາງໄຂ່ໃນຊ່ວງລະດູຝົນ, ບໍລິເວນອ່າງນ້ຳຂັງຊົົ່ວຄາວໃນປ່າໂຄກ ແລະ ປ່າດົງດິບ, ລວມໄປເຖິງບຶງ ແລະ ໜອງນ້ຳ, ແລ້ວຄ່ອຍຂະຫຍາຍຕົວເປັນຮວກ, ຮວກຈະລອຍຫາກິນຢູ່ບໍລິເວນກາງນ້ຳຮອດໜ້ານ້ຳ, ລອຍນ້ຳຊ້າ ແລະ ລອຍຢູ່ກັບທີ່, ຮວກມີຂະໜາດຕົວເລັກນ້ອຍ, ຕາຢູ່ດ້ານຂ້າງຂອງຫົວ, ມີຈຸດສີດຳກະຈາຍທົ່ວລຳໂຕຢ່າງໜາແໜ້ນ, ແຜ່ນຄີໃຫຍ່, ຫາງຍາວ, ສ່ວນປາຍຂອງຫາງຮຽວເປັນເສັ້ນເລັກນ້ອຍ, ປາກຢູ່ສ່ວນສຸດຂອງຫົວ, ຂະໜາດນ້ອຍ, ບໍ່ມີຕຸ່ມແຂ້ວ ແລະ ຈະງອຍປາກ.

Contribute