ຕົ້ນກ່າມ / Sacred barnar

Use
Medicine
Ornamental
Scientific Name / Family
Crateva adansonii subsp. trifoliata (Roxb.) Jacobs / CAPPARACEAE
Synonyms
Crateva falcata (Lour.) DC.
Capparis falcata Lour.
Crateva erythrocarpa Gagnep.
Crateva trifoliata B.S.Sun
Triclanthera falcata Raf.
Crateva falcata (Lam.) DC.
Crateva roxburghii var. erythrocarpa (Gagnep.) Gagnep.
Crateva trifoliata (Roxb.) B.S.Sun
Capparis trifoliata Roxb.
Other Names
ໄທ: ກຸ່ມບົກ, ກຸ່ມ, ຜັກກຸ່ມ, ກະງັນ, ກ່າມ, ຜັກກ່າມ, ສະເບາະທະງັນ, ເດີມທະງັນ, ທະງັນ.
ອັງກິດ: Sacred barnar, Caper tree, Sacred garlic pear ແລະ Temple plant.
ຈີນ: 加库达树 ຫຼື 早期的.
Conservation Status
Least Concern
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 6-10 ມ, ລຳຕົ້ນມີສີເທົາ ຫຼື ສີນ້ຳຕານປົນສີເທົາ, ເປືອກໜາ, ຜິວລຽບ, ເນື້ອໄມ້ລະອຽດ, ສີຂາວປົນເຫຼືອງ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ກ້ານໃບລວມຍາວ 7-9 ຊມ. ໃບຍ່ອຍມີ 3 ໃບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-6 ຊມ, ຍາວ 7.5-11 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ໃບຍ່ອຍຢູ່ດ້ານຂ້າງໂຄນໃບບ້ຽວ, ແຜ່ນໃບໜາຄ້າຍຄືໜັງ. ກ້ານໃບຍ່ອຍຍາວ 4-5 ມມ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບໃກ້ກັບປາຍຍອດ. ດອກຍ່ອຍມີ 5-10 ດອກ, ສີຂາວ, ມີກິ່ນຫອມ. ກ້ານດອກຍາວ 3-7 ຊມ. ກາບດອກມີ 5 ອັນ, ຮູບຮີ, ກ້ວາງ 2-3 ມມ, ຍາວ 4-5 ມມ, ເມື່ອແຫ້ງຈະປ່ຽນເປັນສີສົ້ມ. ກີບດອກມີ 5 ກີບ, ຮູບບ່ວງ ຫຼື ຮູບຮີ, ກ້ວາງ 0.8-1.5 ຊມ, ຍາວ 1.2-1.8 ຊມ, ບໍລິເວນໂຄນຈະເປັນເສັ້ນລັກສະນະຄ້າຍກ້ານ, ຍາວ 3-7 ມມ, ສີຂາວອົມຂຽວ, ເມື່ອແກ່ຈະປ່ຽນເປັນສີເຫຼືອງ ຫຼື ສີບົວອ່ອນ. ເກສອນເພດຜູ້ມີ 15-22 ອັນ, ກ້ານຊູຖົງລະອອງເກສອນຍາວປະມານ 4 ຊມ, ສີມ່ວງ. ເຕົ້າໄຂ່ມີ 1 ອັນ, ຮູບຮີ, ຍາວປະມານ 5 ຊມ. ໝາກຮູບກົມ ຫຼື ຮູບໄຂ່, ມີຂະໜາດເສັ້ນຜ່າສູນກາງ 2-3.5 ຊມ, ເປືອກມີຈຸດສີນ້ຳຕານອົມແດງ, ຜິວແຂງ ແລະ ຊາກຊາມື, ເມື່ອໝາກແກ່ຈະລຽບ ແລະ ເປັນສີນ້ຳຕານ. ກ້ານໝາກກ້ວາງ 2-4 ມມ, ຍາວ 5-13 ຊມ. ແກ່ນມີຈຳນວນຫຼາຍ.

Description of Use

ສັບພະຄຸນ: 

  • ຮາກ: ນຳມາແຊ່ນ້ຳດື່ມໃຊ້ເປັນເປັນຢາບຳລຸງທາດໃນຮ່າງກາຍ, ແກ້ກະໄສທີ່ເກີດຈາກລົມ ແລະ ໃຊ້ຂັບໜອງ.
  • ເປືອກຕົ້ນ: ຊ່ວຍຄຸມທາດໃນຮ່າງກາຍ, ບຳລຸງທາດໄຟ, ໃຊ້ເປັນຢາລະງັບ ແລະ ບຳລຸງປະສາດ, ແກ້ອາການປຸ້ນທ້ອງປວດຮາກ, ແກ້ອາການສະເອິກ, ກະຕຸ້ນລຳໄສ້ເຮັດໃຫ້ຊ່ວຍໃນການຍ່ອຍອາຫານ, ໃຊ້ເປັນຢາລະບາຍ, ແກ້ອາການເຈັບທ້ອງ, ປ່ວນທ້ອງ, ຊ່ວຍຂັບປັດສະວະ, ແກ້ຫນິ້ວ, ຊ່ວຍຂັບນຳດີ, ຊ່ວຍຂັບນ້ຳຢ່າງເຫຼືອງ, ແກ້ອາການບວມ ແລະ ສາມາດຫຼຸດພິດງູໄດ້.
  • ເນື້ອໄມ້: ຊ່ວຍບຳລຸງເລືອດໃນຮ່າງກາຍ, ແກ້ພະຍາດຫນິ້ວ, ຂັບຫນິ້ວ (ເນື້ອໄມ້ ແລະ ເປືອກ), ຮັກສາພະຍາດລິດຊີດວງທະວານໜັກ ແລະ ແກ້ລິດຊີດວງທະວານຈ່ອຍເຫຼືອງ.
  • ໃບ: ຕົ້ມດື່ມຊ່ວຍບຳລຸງຫົວໃຈ, ຊ່ວຍຂັບເຫື່ອ, ແຊ່ ຫຼື ດອງກັບນ້ຳແກ້ລົມ, ຊ່ວຍຂັບລົມໃນລຳໄສ້, ເປັນຢາໃຊ້ພາຍນອກ, ຮັກສາພະຍາດຜິວໜັງ, ໃຊ້ທາຖູ ຫຼື ໜວດເພື່ອໃຫ້ເລືອດມາລ້ຽງສ່ວນນັ້ນ (ເປືອກ ແລະ ໃບ), ຊ່ວຍຂັບພະຍາດພິດ, ຂ້າພະຍາດພິດ, ນຳມາຕຳທາແກ້ຂີ້ກາກ, ນຳໄປລົນໄຟໃຫ້ຮ້ອນນຳມາໃຊ້ປິດຫູຊ່ວຍບັນເທົາອາການເຈັບຫູ, ເຈັບຫົວ ແລະ ພະຍາດບິດໄດ້.
  • ດອກ: ຍອດ ແລະ ດອກນຳມາຮັບປະທານຈິ້ມກັບແຈ່ວຊ່ວຍຈະເລີນອາຫານ, ຊ່ວຍແກ້ໄຂ້ຕົວຮ້ອນ (ດອກ, ໃບ ແລະ ເປືອກ) ແລະ ແກ້ອາການເຈັບຄໍ.
  • ໝາກ: ເປັນຢາແກ້ອາການທ້ອງຜູກໄດ້.

ພືດປະດັບ: ນິຍົມປູກເປັນໄມ້ປະດັບເນື່ອງຈາກເປັນໄມ້ເນື້ອອ່ອນ, ໃຫຍ່ໄວ, ໃບ ແລະ ດອກງາມ. ອີກຢ່າງຊາວບູຮານຖືວ່າເປັນໄມ້ປະດັບປູກເປັນສິລິມົງຄົນໃຫ້ກັບຜູ້ທີ່ຢູ່ອາໄສໃນບ້ານ.

Contribute