ເຍົາແດງ / Coral bush

Use
Food
Medicine
Ornamental
Scientific Name / Family
Jatropha multifida L. / EUPHORBIACEAE
Synonyms
Adenoropium multifidum (L.) Pohl
Jatropha janipha Blanco
Manihot multifida (L.) Crantz
Other Names
ຊື່ໄທ: ໝາກຫຸງແດງ, ຝິ່ນຕົ້ນ, ມາລະກໍຝຣັ່ງ, ຫວ້ານນົບເກົ້າ ແລະ ທິງເຈີຕົ້ນ.
ຊື່ສາມັນ: Coral bush, Coral plant ແລະ Physic Nut.
ຊື່ຈີນ: 珊瑚花.
ມຽນມາ: bein-hpo , semakhan . English : coral bush ແລະ physic nut.
Botanical Description

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-3 ມ ແລະ ອາດສູງໄດ້ເຖິງ 6 ມ, ມີລັກສະນະຄ້າຍກັບຕົ້ນໝາກຫຸ່ງ, ແຕກກິ່ງກ້ານສາຂາຈຳນວນໜ້ອຍ,ຄ່ອນຂ້າງອວບນ້ຳ, ເປືອກລຽບ, ສີເທົາ, ມີຈຸດນ້ອຍໆກະຈາຍຢູ່ທົ່ວ, ມີຢາງສີຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບກົມ ຫຼື ຮູບຝາມື, ມີຂະໜາດປະມານ 10-30 ຊມ, ຂອບໃບເປັນແສກເລິກຄ້າຍຝາມື, ມີ 7-11 ແສກ, ປາຍແຫຼມ ຫຼື ຍາວເປັນຫາງ, ຜິວໃບກ້ຽງທັງສອງດ້ານ. ກ້ານໃບກົມ, ຍາວ 10-30 ຊມ. ຫູໃບມີລັກສະນະເປັນຮູບເສັ້ນດ້າຍ, ແຂງ, ຍາວປະມານ 2 ຊມ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ກ້ານຊໍ່ດອກຍາວປະມານ 23 ຊມ, ສີແດງ. ດອກແຍກເພດໃນຕົ້ນດ່ຽວກັນ, ດອກຍ່ອຍມີຈຳນວນຫຼາຍ, ມີຂະໜາດນ້ອຍ, ສີແດງສົດ. ດອກເພດຜູ້ມີກີບດອກຮູບໄຂ່ກ້ວາງ, ຍາວປະມານ 1 ມມ. ກີບດອກແຍກອອກຈາກັນອິດສະຫຼະ, ຍາວປະມານ 5 ມມ, ເກສອນເພດຜູ້ມີ 8 ອັນ, ກ້ານເກສອນແຍກກັນ, ສີແດງ. ດອກເພດແມ່ຮູບຫອກ, ຍາວປະມານ 9 ມມ, ປາຍຮວງຮັບນູນຂື້ນເລັກນ້ອຍ, ແຍກເປັນ 2 ພູ. ໝາກຮູບຊົງກົມ, ມີ 3 ພູ, ມີຂະໜາດປະມານ 3 ຊມ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງເທົາ ຫຼື ສີນ້ຳຕານອ່ອນ. ແກ່ນມີ 1 ແກ່ນຕໍ່ພູ, ມີຂະໜາດຍາວປະມານ 1.7-2 ຊມ.

Description of Use

ພືດປະດັບ: ນິຍົມປູກເປັນພືດປະດັບ.

ສັບພະຄຸນ: 

  • ຮາກ: ໃຊ້ຕົ້ມດື່ມເປັນຢາຮັກສາລຳໄສ້ ແລະ ຊ່ວຍຍ່ອຍອາຫານ.
  • ເປືອກຕົ້ນ: ເປັນຢາຄຸມທາດ, ເປັນຢາແກ້ອາບິດານລົງແດງ, ເປັນຢາແກ້ອາການປວດຮາກ, ແກ້ອາການທ້ອງບິດ, ທ້ອງເບັງ, ຖອກທ້ອງ, ແກ້ອາການປວດເມື່ອຍຕາມຮ່າງກາຍ, ປວດເມື່ອຍຕາມຂໍ້ຕາມເສັ້ນເອັນ, ແກ້ລົມ ແລະ ເລືອດ.
  • ໃບ: ຕົ້ມກິ່ນເປັນຢາຖ່າຍ, ໃຊ້ເປັນຢາຂ້າຫິດ, ຮັກສາພະຍາດຜິວໜັງ ແລະ ໃຊ້ຂ້າເຫົາ.
  • ແກ່ນ: ເຮັດໃຫ້ປວດຮາກ, ໃຊ້ເປັນຢາຖ່າຍ ແລະ ເປັນຢາຂັບເລືອດເຮັດໃຫ້ແທ້ງລູກໄດ້.
  • ນ້ຳຢ່າງ: ເປັນຢາແຜສົດຊ່ວຍຮັກສາແຜ່, ໃຊ້ຮັກສາແພປາກເປື່ອຍ, ແຜມີດບາດ ແລະ ແຜອັກເສບຊຳເຫື້ອ.

ໝາຍເຫດ: ເມັດ ແລະ ນ້ຳຢາງມີພິດ, ໂດຍເມັດຈະມີພິດລະຄາຍເຄືອງຕໍ່ລະບົບທາງເດີນອາຫານ ແລະ ເຮັດໃຫ້ແທ້ງລູກໄດ້ ໂດຍສານທີເປັນພິດຄືສານ Clacium Oxalate. 

  • ແກ່ນ: ເມື່ອຮັບປະທານຈະເຮັດໃຫ້ເກີດອາການຄັນ, ເຈັບແສບເຈັບຮ້ອນ, ປາກບວມພອງ, ນ້ຳລາຍໄຫຼ, ບໍລິເວນບວມຈະມີຕຸ່ມເກີດຂຶ້ນ, ເໜັ່ງຕີງລຳບາກ, ກື່ນອາຫານຍາກ, ເວົ້າບໍ່ອອກ, ມີອາການວຽນຫົວປວດຮາກ, ກະເພາະອັກເສບ, ເຈັບທ້ອງ, ອາດມີອາການຊາ ແລະ ແຂນຂາລ່ອຍ ຫຼື ເປັນອຳມະພາດໄດ້ເຖິງ 24 ຊົ່ວໂມງ. ຫຼັງຈາກນັ້ນອາການຈະຄ່ອຍດີຂຶ້ນພາຍໃນ 7 ວັນ.
  • ແກ່ນ: ໃຊ້ເປັນຢາເບື່ອປາ.
  • ໃບ: ໃຊ້ຍ້ອມສີຜ້າ.
Contribute