ປໍລົມໂປມ / Common Mallow

Use
Fibre
Medicine
Scientific Name / Family
Azanza lampas (Cav.) Alef. / MALVACEAE
Synonyms
Abelmoschus acuminatus (Alef.) Müll.Berol.
Abelmoschus zollingeri (Alef.) Müll.Berol.
Azanza acuminata Alef.
Azanza zollingeri Alef.
Bupariti lampas (Cav.) Rothm.
Hibiscus callosus Blume
Hibiscus gangeticus Roxb. ex Wight & Arn.
Hibiscus lampadius St.-Lag.
Hibiscus lampas Cav.
Hibiscus tetralocularis Roxb.
Pariti gangeticum G.Don
Thespesia lampas (Cav.) Dalzell
Thespesia sublobata Blanco
Other Names
ຊື່ໄທ: ປໍອ້ຽວ, ປໍລົມປົມ, ປໍກະເຈາະ, ຄ້ວາຍກວາງ, ໂພປ່າ ແລະ ປໍລົມປົມ.
ຊື່ສາມັນ: Common Mallow.
ຊື່ຫວຽດນາມ: Hoàng quỳ, Cây van rừng, Tra nhỏ, Tra làm thừng.
ຊື່ຈີນ: 白脚桐棉.
Botanical Description

ຈັດເປັນໄມ້ຟຸ່ມ. ລຳຕົ້ນມີຄວາມສູງ 0.5-3 ມ, ແຕກກິ່ງກ້ານຕ່ຳໃກ້ກັບພື້ນດິນ, ມີຂົນຮູບດາວ, ສີນ້ຳຕານກະຈາຍຢູ່ຕາມກິ່ງອ່ອນ, ຍອດອ່ອນ, ກ້ານໃບ, ກ້ານດອກ, ກາບດອກ ແລະ ກີບດອກດ້ານນອກ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບເກືອບກົມ, ຮູບໄຂ່ ຫຼື ຮູບຝາມື, ປາຍແຍກເປັນ 3-5 ແສກ, ກ້ວາງປະມານ 25 ຊມ, ຍາວ 8-22 ຊມ, ໃບກົກຈະມີຂະໜາດໃຫຍ່ກວ່າໃບດ້ານເທີງຕາມລຳດັບ, ໂຄນໃບມົນ ຫຼື ຮູບຫົວໃຈຕື້ນ, ຂອບລຽບ, ປາຍແຫຼມ, ຜິວໃບມີຂົນຮູບດາວກະຈ່າຍທັງສອງດ້ານ. ກ້ານໃບຮູບກົມ, ຍາວ 1-7 ຊມ. ຫູໃບຮູບຫອກ ຫຼື ຮູບແຖບ, ຍາວ 5-8 ມມ. ຊໍ່ດອກແບບກະຈຸກສັ້ນ ຫຼື ດອກດ່ຽວ, ອອກຕາມງ່າມໃບ ຫຼື ໃກ້ກັບປາຍກິ່ງ, ກາງດອກມີສິມ່ວງ. ກ້ານຊໍ່ດອກຍາວປະມານ 1-8 ຊມ, ກ້ານດອກຍາວປະມານ 0.5-1 ຊມ. ດິ້ວປະດັບມີ 4-6 ແສກ, ຮູບຫຼິ່ມແຄບ, ຍາວ 2-5 ມມ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍ, ຍາວ 0.5-1 ຊມ, ເສັ້ນຜ່າສູນກາງ 0.8-1.2 ຊມ,​ ປາຍແຍກເປັນ 5 ແສກຕື້ນ, ຮູບຫຼິ້ມ, ຍາວ 1-8 ມມ, ດ້ານນອກມີຂົນ. ກີບດອກຮູບລະຄັງ, ຍາວ 6-8 ຊມ, ມີ 5 ກີບ, ຮູບໄຂ່, ຍາວ 6-8 ຊມ, ສີເຫຼືອງ, ບໍລິເວນໂຄນກີບດອກດ້ານໃນມີສີມ່ວງອົມແດງ. ເກສອນເພດຜູ້ເຊື່ອມຕິດຕະຫຼອດຄວາມຍາວຂອງເສົາເກສອນຢ່າງໜາແໜ້ນ, ຍາວປະມານ 1.5 ຊມ, ກ້ານຊູຖົງລະອອງຍາວປະມານ 2-4 ມມ, ຖົງລະອອງເກສອນເປັນຮູບໝາກໄຂ່ຫຼັງ. ເຕົ້າໄຂ່ຮູບຈວຍ, ມີ 5 ຫ້ອງ ແຕ່ລະຫ້ອງມີເມັດໄຂ່ຈຳນວນຫຼາຍ, ຄໍເຕົ້າໄຂ່ຍາວປະມານ 1.5 ຊມ, ປາຍຮວງຮັບມີລັກສະນະເປັນຮ່ອງ 3-5 ຮ່ອງ. ໝາກແຫ້ງ, ຮູບຮີ ຫຼື ເກືອບກົມ, ມີຂະໜາດກ້ວາງ 1.8-2 ຊມ, ຍາວ 1.8-3 ຊມ, ຜິວໝາກໜາ ແລະ ເປັນຫຼ່ຽມ, ມີຂົນຮູບດາວສັ້ນ, ໝາກແຫ້ງແລ້ວແຕກ. ແກ່ນຮູບໄຂ່ປີ້ນ, ຍາວປະມານ 5 ມມ, ມີຂົນເປັນວົງໃກ້ກັບຂວັນແກ່ນ.

Description of Use

ສັບພະຄຸນ: 

  • ຮາກ: ມີສັບພະຄຸນຕ້ານອານຸມູນອິດສະຫຼະ ແລະ ນຳມາປຸງເປັນຢາຮັກສາກາມມະໂຣກທຸກຊະນິດ.
  • ໝາກ: ນຳມາປຸ່ງເປັນຢາຮັກສາພະຍາດກາມມະໂຣກທຸກຊະນິດ.

ພືດເສັ້ນໄຍ: 

  • ເສັ້ນໄຍຈາກເປືອກໃນ:  ສາມາດນຳມາເຮັດເຊືອກໄດ້.
  • ເສັ້ນໄຍຈາກແກ່ນ: ສາມາດນຳມາຕ່ຳຜ້າໄດ້.
Contribute