ຕົ້ນໝາກເກົ້າ / Wood oil tree

Use
Energy
Income
Ornamental
Scientific Name / Family
Vernicia montana Lour. / Euphorbiaceae
Synonyms
Aleurites cordatus Gagnep.
Aleurites montanus (Lour.) E.H.Wilson
Aleurites vernicius (Corrêa) Hassk.
Dryandra vernicia Corrêa
Elaeococca montana (Lour.) Oken
Elaeococca vernicia (Corrêa) A. Juss.
Other Names
ໂພນ້ຳມັນ
ຊື່ໄທ: ໝາກເຍາະຫຼ່ຽມ, ໝາກເຍາະຫີນ.
ຊື່ສາມັນ: wood oil tree.
ຊື່ຫວຽດນາມ: Trẩu, cây dầu sơn, ngô đồng, mộc đu thụ, thiên niên đồng, bancoulier
ຊື່ຈີນ: 木油樹, 千年桐.
Botanical Description

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 15 ມ. ໃບດ່ຽວອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ລຽບ ຫຼື ແຍກເປັນ 3 ພູ, ກ້ວາງ 5-8 ຊມ, ຍາວ 6-20 ຊມ, ໂຄນໃບກົມ, ຕັດ ຫຼື ວ້ຳຕື້ນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ ຫຼື ຮຽວຍາວ. ກ້ານໃບກົມ, ຍາວ 4.5-15 ຊມ, ປາຍກ້ານໃບມີຕຸຸ່ມຮູບກະບອງ 2 ຕຸ່ມ. ຫູໃບຮູບຮີ, ຍາວ 3-5 ມມ, ຫຼົ່ນງ່າຍ. ດອກແຍກເພດໃນຕົ້ນດຽວກັນ, ຊໍ່ດອກເພດຜູ້ເປັນຊໍ່ດອກແບບກະຈຸກແຕກແໜງ. ຊໍ່ດອກເພດຜູ້ຍາວ 10-25 ຊມ, ກ້ານດອກຍາວ 0.7-1.2 ຊມ, ເກສອນເພດຜູ້ມີ 8-14 ອັນ, ວົງໃນຍາວກວ່າວົງນອກ. ຊໍ່ດອກເພດແມ່ຍາວ 7-12 ຊມ, ກ້ານດອກຍາວ 3-6 ມມ, ເຕົ້າໄຂ່ມີ 3-4 ຫ້ອງ, ຄໍເຕົ້າໄຂ່ແຍກເປັນ 3 ອັນ, ຍາວ 0.5-1 ຊມ, ປາຍແຍກເປັນ 2 ແສກຕື້ນ. ກາບດອກມີ 2-3 ກາບ, ຂະໜາດບໍ່ເທົ່າກັນ, ຍາວ 1-1.5 ຊມ, ສີຂຽວອ່ອນປົນສີຂາວ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ຍາວ 1.5-3.5 ຊມ, ຖານຮອງດອກແຍກກັນເປັນ 5-6 ຕ່ອມ, ແຍກກັນ. ໝາກຮູບໄຂ່ກ້ວາງ, ຍາວ 4-6 ຊມ, ມີ 3-5 ສັນ, ປາຍແຫຼມ, ຜິວຫຽວ, ມີຂົນກະຈາຍຢູ່ທົ່ວ. ແກ່ນຮູບໄຂ່ປີ້ນ, ຍາວ 2-3 ຊມ, ມີຕຸ່ມ ແລະ ຂົນນຸ້ມ.

Description of Use

ຕົ້ນໂພນ້ຳມັນເປັນພືດພະລັງງານທົດແທນຄື:

ໃຫ້ພະລັງງານ: ແກ່ນ ສາມາດນຳໄປສະກັດນ້ຳມັນໄບໂອດີເຊວປະລິມານຫຼາຍ. ຖືເປັນແຫຼ່ງນ້ຳມັນທີ່ສຳຄັນນອກຈາກຕົ້ນໝາກເຍົາ ແລະ ປາມນ້ຳມັນ.

ພືດປະດັບ: ເນື່ອງຈາກມີດອກຫຼາຍ ແລະ ງາມບາງຄັ້ງຈຶ່ງຖືກນຳມາປູກເປັນພືດປະດັບ.

Contribute