ຕົ້ນມັງຄະ / Katong Laut
APA 6th ed. ຕົ້ນມັງຄະ / Katong Laut. (2021, January 13). Retrieved from https://www.phakhaolao.la/kb/0000984
MLA 8th ed. ຕົ້ນມັງຄະ / Katong Laut. Pha Khao Lao, 13 January 2021, https://www.phakhaolao.la/kb/0000984.
Chicago 17th ed. Pha Khao Lao. 2021. "ຕົ້ນມັງຄະ / Katong Laut." Published January 13, 2021. https://www.phakhaolao.la/kb/0000984.
Cynometra bijuga Span. ex Miq.
Cynometra carolinensis Kaneh.
Cynometra hosinoi Kaneh.
Cynometra neocaledonica Guillaumin
Cynometra ramiflora var. bijuga (Span. ex Miq.) Benth.
Cynometra schumanniana Harms
Cynometra whitfordii Elmer
Limonia diphylla Houtt.
ຊື່ໄທ: ໝາກຄະ,ໝາກຄ່າ, ມັງຄ່າ, ມັງຄະ.
ຊື່ອື່ນໆ: Katong Laut, Belangkan, Kangkatung Bukit, Kangkatong Laut
ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 25 ມ. ໃບປະສົມຂັັ້ນໜຶ່ງ, ກ້ານໃບຍາວ 3-5 ມມ. ໃບຍ່ອຍມີ 1-2 ຄູ່, ຮູບຮີ, ຮູບຂອບຂະໜານ ຫຼື ຮູບເກືອບກົມ, ຍາວ 5-20 ຊມ, ຄູ່ລຸ່ມມີຂະໜາດນ້ອຍກ່ວາຄູ່ເທິງ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ກ້ານໃບຍ່ອຍສັ້ນຫຼາຍ. ຊໍ່ດອກອອກຕາມລຳຕົ້ນ, ກິ່ງກ້ານ ແລະ ປາຍຍອດ, ຍາວ 1.5-2.5 ຊມ. ໃບປະດັບຊໍ່ດອກຮູບຂອບຂະໜານ, ຍາວ 0.3-1 ຊມ. ໃບປະດັບດອກຮູບຂອບຂະໜານ, ຍາວ 3-4 ມມ. ກີບດອກຮູບຫອກ, ຍາວ 5-8 ມມ. ເກສອນເພດຜູ້ມີປະມານ 10 ອັນ, ກ້ານຊູຖົງລະອອງສີຂາວ, ຖົງລະອອງຈັບເທິງຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບຮີ, ມີຂົ້ນສັ້ນນຸ້ມກະຈ່າຍຢ່າງໜາແໜ້ນ, ຄໍເຕົ້າໄຂ່ຍາວປະມານ 5 ມມ. ໝາກຮູບຮີ ຫຼື ຮູບໄຂ່, ຍາວ 2-5 ຊມ, ຜິວບໍ່ລຽບ.
ສັບພະຄຸນ: ຮາກ ໃຊ້ຝົນແລ້ວນຳມາປະສົມກັບເຫຼົ້າດື່ມ ຫຼື ນຳມາຕົ້ມເປັນຢາຖ່າຍ. ເນື້ອໄມ້: ແກ້ພະຍາດພິດ ແລະພະຍາດຜິວໜັງ, ຕົ້ນຮົມອາຍນ້ຳເພື່ອຮັກສາຫົວລິດຊີດວງທະວານໜັກໃຫ້ແຫ້ງລົງໄດ້. ໃບໃຊ້ເປັນຢາຫຼຸດຄວາມອ້ວນ ແລະ ໃຊ້ຮັກສາພະຍາດຜິວໜັງ. ແກ່ນແກ້ອາການຮ້ອນໃນ ແລະ ນ້ຳມັນສະກັດຈາກແກ່ນໃຊ້ເປັນຢາຮັກສາພະຍາດຜິວໜັງ.
ເປັນສິນຄ້າ: ນິຍົມກ້າເບ້ຍນ້ອຍເປັນສິນຄ້າຂາຍ ແລະ ປູກເປັນພືດປະດັບ.