ຜັກກູດຜັກຊີດຳ / Back Adiantum
APA 6th ed. ຜັກກູດຜັກຊີດຳ / Back Adiantum. (2021, January 15). Retrieved from https://www.phakhaolao.la/kb/0000979
MLA 8th ed. ຜັກກູດຜັກຊີດຳ / Back Adiantum. Pha Khao Lao, 15 January 2021, https://www.phakhaolao.la/kb/0000979.
Chicago 17th ed. Pha Khao Lao. 2021. "ຜັກກູດຜັກຊີດຳ / Back Adiantum." Published January 15, 2021. https://www.phakhaolao.la/kb/0000979.
ຜັກກູດຜັກຊີດຳລຳຕົ້ນເປັນລຳເຫງົ້າສັ້ນ, ຕັ້ງຂຶ້ນ. ເກັດສີນ້ຳຕານທອງ, ຮູບແຖບ, ຍາວ 7-8 ມມ. ໃບປະສົມຂັ້ນສອງ, ອອກເປັນກະຈຸກ, ຜິວກ້ຽງ, ຍາວ 5.5-20 ຊມ. ກ້ານໃບກົມ, ຍາວປະມານ 25 ຊມ, ໂຄນກ້ານໃບມີເກັດ. ໃບຍ່ອຍອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບໃບວີ, ກ້ວາງ 0.5-1 ຊມ, ຍາວ 0.6-1.5 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອງເປັນຄື້ນ, ປາຍມົນ ຫຼື ເປັນຄື້ນ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວດ້ານລຸ່ມສີຂຽວອ່ອນ. ກຸ່ມຖົງສະປໍຈັບຢູ່ບໍໍລິເວນຂອບໃບສ່ວນປາຍຕໍ່ເນື່ອງກັນ, ຮູບແຖບ, ມີ 1-8 ກຸ່ມຖົງສະປໍ, ສີນ້ຳຕານ.
ສັບພະຄຸນ: ໃຊ້ເປັນຢາຮັກສາອາການໄອເນື່ອງຈາກຫອບຫືດ, ແກ້ອາການຈຸກແໜ້ນເອິກ, ຫຼຸດກົດໃນກະເພາະ, ຂັບປັດສະວະ, ແກ້ດີຊານ ແລະ ຮັກສາອາການໜິ້ວອຸດຕັນໃນໝາກໄຂ່ຫຼັງ.
ປູກເປັນພືດປະດັບ: ເນື່ອງຈາກຜັກກູດຜັກຊີດຳເປັນພືດທີ່ງາມ ແລະ ປູກງ່າຍຈຶ່ງຖືກນຳມາປູກປະດັບຕາມສວນສາທາລະນະ, ໜ້າບ້ານ ແລະ ຕາມຮ້ານອາຫານຕ່າງໆ.