ຕົ້ນໂພກາບລາງ / Malayan Aspen

Use
Ornamental
Shelter
Scientific Name / Family
Exbucklandia populnea (R.Br. ex Griff.) R.W.Br / Hamamelidaceae
Synonyms
Aeschynanthus esquirolii H.Lév.
Bucklandia populifolia Hook.f. & Thomson
Bucklandia populnea R.Br. ex Griff.
Bucklandia tricuspis (Miq.) Hallier f.
Liquidambar tricuspis Miq.
Symingtonia populnea (R. Br. ex Griff.) Steenis
Other Names
ຊື່ໄທ: ໂພສາມຫາງ.
ອັງກິດ: malayan aspen, Pipli Tree.
ຊື່ຈີນ: Ma ti he.
ຊື່ມາເລຍເຊຍ: Gerok, Derok, Tiga sagi.
ຊື່ອິນໂດເນນເຊຍ: Hapas-hapas, Singadaungdueng, Tapatapa leman.
Botanical Description

ເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 15-30 ມ. ໃບດ່ຽວ, ອອກວຽນອ້ອມຮອບກິ່ງກ້ານ ຫຼື ລຳຕົ້ນ, ຮູບໄຂ່ ຫຼື ຮູບຝາມື, ມີ 3-5 ແສກ, ກ້ວາງ 4-5 ຊມ, ຍາວ 5-10 ຊມ, ໂຄນໃບມົນ ຫຼື ວ້ຳຕື້ນ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ-ມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຍາວ 2-6 ຊມ. ຫູໃບຮູບໄຂ່ປີ້ນ, ຍາວ 1.5-2.5 ຊມ, ຫຼົ່ນງ່າຍ. ຊໍ່ດອກແບບກະຈຸແໜ້ນ, ມີເສັ້ນຜ່າສູນກາງປະມານ 1.5 ຊມ, ກ້ານຊໍ່ດອກຍາວ 1.5-2.5 ຊມ, ບໍ່ມີກາບດອກ. ກີບດອກມີ 2-7 ກີບ, ຮູບແຖບ, ຍາວ 2-3 ມມ. ເກສອນເພດຜູ້ມີ 10-14 ອັນ. ເຕົ້າໄຂ່ຈົບຢູ່ໂຄນວົງກີບດອກ, ມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ປາຍຮວງຮັບເກສອນເປັນ 2 ອັນ. ໝາກແຫ້ງແລ້ວແຕກ, ອອກຕິດກັນເປັນກະຈຸກແໜ້ນ, ແຂງ, ມີ 7-11 ໝາກ, ເສັ້ນຜ່າສູນກາງ 2-2.5 ຊມ. ແກ່ນຮູບຮີ, ມີປີກ.

Description of Use

ພືດປະດັບ: ຖືກນຳມາປູກເປັນພືດປະດັບ ຫຼື ປູກເພື່ອປັບພື້ນທີ່ຄ້ອຍຊັນເພື່ອປ້ອງກັນ ການພັງທະລາຍຂອງດິນ. ແກ່ນໄມ້ມີສີນ້ຳຕານ ຫຼື ສີມ່ວງໃຊ້ເຂົ້າໃນການຍ້ອມສີຜ້າ.

ສິ່ງປຸກສ້າງ: ເນື່ອງຈາກເນື້ອໄມ້ມີຄວາມແຂງປານກາງແຕ່ມີຄວາມໜຽວຈຶ່ງນິຍົມນຳມາໃຊ້ເປັນຟໍນິເຈີຕ່າງໆ.

Contribute