ຕົ້ນສະໂພ / Sa Phro

Use
Energy
Food
Medicine
Ornamental
Scientific Name / Family
Balakata baccata (Roxb.) H.-J.Esser / Euphorbiaceae
Synonyms
Carumbium baccatum (Roxb.) Kurz
Excoecaria affinis Griff.
Excoecaria baccata (Roxb.) Müll.Arg.
Sapium baccatum Roxb.
Sapium dacdece Buch.-Ham. ex Wall.
Sapium hexandrum Wall.
Sapium populifolium Wall. ex Wight
Stillingia baccata (Roxb.) Baill.
Stillingia paniculata Miq.
Other Names
ຊື່ລາວ: ຕົ້ນລັບແລ, ຕົ້ນພະໂພ.
ຊື່ໄທ: ໂພບາຍ, ກະດາດ, ຂ້າວເຢັນ, ເຄືອເປາະ, ມະດີຄວາຍ, ມະມ່ະ, ມະມຸ່, ມັກໝັກ, ມາມະ, ໝ້ຽງນົກຄໍ້, ແມແມະ, ສະລີດົງ, ສະລີນົກ ແລະ ເຍື່ອຈົງ.
Chineses: 浆果乌桕 jiang guo wu jiu
Botanical Description

ຕົ້ນສະໂພຈັດເປັນໄມ້ຢືນຕົ້ນ. ລຳຕົ້ນກົມ, ສູງປະມານ 25 ມ, ພາກສ່ວນແກ່ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ, ອອກວຽນອອກກິ່ງ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 4-6 ຊມ, ຍາວ 8-20 ຊມ, ກົກໃບບ້ຽວ ຫຼື ມົນ, ຂອບໃບເປັນຄື້ນ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີເທົາ, ມີປຸ່ມກະຈາຍຢູ່ທົ່ວ. ມີຫູໃບຮູບຫຼິ່ມ, ຍາວປະມານ 1.5 ມມ, ຫຼົ່ນງ່າຍ. ຊໍ່ດອກແບບກະຈຸກແຍກຂະແໜງ, ກ້ານດອກຍາວປະມານ 1 ມມ. ດອກແຍກເພດໃນຕົ້ນດ່ຽວກັນ, ກາບດອກແຍກອອກເປັນ 2 ແສກ, ບໍ່ມີກີບດອກ. ດອກເພດຜູ້ອອກແບບກະຈຸກ, ມີ 5-6 ດອກ, ເກສອນເພດຜູ້ມີ 2 ອັນ. ດອກແມ່ເປັນດອກດ່ຽວ, ຈັບໃຕ້ດອກເພດຜູ້, ມີ 3-13 ດອກ, ຍາວປະມານ 1 ມມ, ເຕົ້າໄຂ່ມີ 2 ຫອ້ງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຄໍເຕົ້າໄຂ່ສັ້ນ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວ 1-2 ມມ. ໝາກຮູບກົມ ຫຼື ຮູບໄຂ່, ມີເສັ້ນຜ່າສູນກາງຍາວປະມານ 0.8-1 ຊມ, ໝາກສຸກສີແດງ ຫຼື ສີດຳ. ແກ່ນມີ  2-3 ແກ່ນ, ຂະໜາດປະມານ 5 ມມ.

Description of Use

ເປັນອາຫານ: ໝາກສຸກກິນໄດ້, ບາງຄັ້ງໃຊ້ປຸ່ງອາຫານ.

ສັບພະຄຸນ: ໃບ ແລະ ຮາກ ໃຊ້ເປັນຢາຂັບປັດສະວະ, ແກ້ອາການໝາກໄຂ່ຫຼັງອັກເສບ, ແກ້ອາການບວມ ແລະ ຊ່ວຍຂັບພິດ. 

ພືດປະດັບ: ສາມາດນຳມາປູເປັນພືດປະດັບຕາມສວນສາທາລະນາລັດ. ນອກຈາກນີ້ແລ້ວຍັງປູກເປັນໄມ້ບຸກເບີກເພື່ອຟື້ນຟູປ່າ, 

ໃຫ້ພະລັງງານ: ເນື້ອໄມ້ສາມມາດນຳມາເປັນຟື່ນເພຶ່ອເຮັດເປັນເຊື້ອເພືອງໄດ້, ແກ່ນຍັງສາມາດນຳມາກໍໄຟໄດ້ອີກ.

Contribute