ຕົ້ນຫາງຫົງ / Hang hong

Use
Medicine
Ornamental
Scientific Name / Family
Hibiscus schizopetalus (Mast.) Hook.f. / Malvaceae
Synonyms
Hibiscus rosa-sinensis var. schizopetalus (Mast.) Dyer
Hibiscus rosa-sinensis f. schizopetalus Mast.
Other Names
ຊື່ລາວ: ດອກສະບາຫ້ອຍ, ດອກສະບາຫາງຫົງ.
ຊື່ໄທ: ຊຸມບາຫ້ອຍ, ພູຣະຫົງ, ພູເຮືອຫົງ, ຫາງຫົງ, ພູຣະໂຫງ.
ຊື່ສາມັນ: Fringed hibiscus, Coral Hibiscus, Japanese Lantern, Spider gumamela.
ຊື່ມາເຣຍເຊຍ: Bunga Raya.
Botanical Description

ຕົ້ນຫາງຫົງຈັດເປັນໄມ້ຟຸ່ມ. ລຳຕົ້ນມີການແຕກກິ່ງກ້ານສາຂາ ແລະ ມັກຫ້ອຍລົງດິນ, ສູງປະມານ 4 ມ, ເປືອກສີເຫຼືອງ, ກິ່ງອ່ອນສີຂຽວ, ມີຢ່າງໜຽວທົ່ວລຳຕົ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 4-6 ຊມ, ຍາວ 6-12 ຊມ, ກົກໃບມົນ ຫຼື ຕັດ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມມັນ. ຫູໃບຮູບຫຼີ່ມແຄບ, ຂະໜາດນ້ອຍ, ຫຼົ່ນງ່າຍ. ກ້ານໃບກົມ, ຍາວ 0.5-2 ຊມ, ມີຂົນຮູບດາວ. ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍຍອດຫ້ວຍລົງ. ກ້ານດອກຍາວ 8-15 ຊມ, ມີຂໍ້ຢູ່ຈຸດເຄິ່ງກາງກ້ານ. ດິ້ວປະດັບດອກມີ 5-8 ອັນ, ຮູບໃບຫອກ, ຍາວ 1-2 ມມ, ຂອບມີຂົນ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-1.5 ຊມ, ມີແສກລົງດ້ານດຽວ, ມີຂົນຮູບດາວກະຈາຍຢູ່ທົ່ວກາບ. ກີບດອກມີ 5 ກາບ, ຍາວ 4-6 ຊມ, ຂອບເປັນຄື້ນເລິກ ແລະ ໂຄ້ງກັບຄ້າຍຂົນນົກ, ສີແດງ. ເກສອນເພດຜູ້ຈັບຢູ່ເສົາເກສອນດຽວກັນຢ່າງໜາແໜ້ນ, ຍາວ 8-10 ຊມ, ມີຖົງລະອອງຈັບປາຍກ້ານຊູຖົງລະອອງ, ສີສົ້ມ. ເກສອນເພດແມ່ຢູ່ໃນເສົາເກສອນ, ຍາວປະມານ 8 ຊມ, ປາຍຮວງຮັບແຍກເປັນ 5 ແສກ, ຢື່ນພົ້ນເສົາເກສອນເພດຜູ້. ໝາກແຫ້ງ, ຮູບຂອບຂະໜານ, ຍາວ 3-4 ຊມ, ຜິວກ້ຽງ, ໝາກແກ່ແລ້ວແຕກ.

Description of Use

ສັບພະຄຸນ: ຮາກ ນຳມາເຜົາໄຟໃຊ້ໃນການເຮັດເຫຼົ້າ. ໃບ ແລະ ຮາກ: ຊ່ວຍແກ້ອາການໄຂ້ສຳລັບເດັກນ້ອຍ, ແກ້ເຈັບຄໍ ແລະ ໄອ. ດອກ: ນຳມາຕຳປະສົມກັບດອກອັນຊັນສະຜົມເຮັດໃຫ້ຜົມບໍ່ຫຼົ່ນ ແລະ ດົກດຳ, 

ພືດປະດັບ: ເນື່ອງຈາກປູກງ່າຍ ແລະ ດອກມີຄວາມສວຍງາມຈຶ່ງນິຍົມນຳມາປູກເປັນພືດປະດັບ. ນອກຈາກນີ້ແລ້ວປະຊາຊົນຍັງນິຍົມປູກເພາະເຊື່ອກັນວ່າດອກຫາງຫົງເປັນດອກໄມ້ມຸງຄູນ.

Contribute