ຕົ້ນບີຄວາຍ / Medicinal Kopsia

Use
Medicine
Ornamental
Scientific Name / Family
Kopsia arborea Blume / APOCYNACEAE
Synonyms
Kopsia jasminiflora Pit.
Kopsia lancibracteolata Merr.
Kopsia laxinervia Merr.
Kopsia longiflora Merr.
Kopsia officinalis Tsiang & P.T.Li
Kopsia pitardii Merr.
opsia pruniformis Rchb.f. & Zoll. ex Bakh.f
Kopsia scortechinii King & Gamble
Other Names
ຊື່ໄທ: ພຸດດົງ, ໝາກດີຄວາຍ.
ຊື່ສາມັນ: Medicinal Kopsia, Penang Sloe, Shrub Vinca.
ຊື່ຈີນ: 蕊木
Botanical Description

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 15 ມ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກ້ວາງ 3-8 ຊມ, ຍາວປະມານ 25 ຊມ, ໂຄນໃບຮູບຫຼິ້ມ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ຽງທັງສອງດ້ານ. ກ້ານໃບກົມ, ຍາວ 0.3-1 ຊມ. ຊໍ່ດອກແບບກະຈຸກ, ຜິວກ້ຽງ ຫຼື ມີຂົນອ່ອນນຸ້ມ. ກ້ານດອກຍາວ 2-6 ມມ. ດອກຍ່ອຍມີ 5-10 ດອກ. ກາບດອກມີ 5 ກາບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຍາວ 2-6 ມມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-3.5 ຊມ, ປາຍແຍກອອກເປັນ 5 ແສກ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ຍາວ 0.7-2 ມມ, ສີຂາວ, ປາຍຫຼອດກີບດອກສີບົວ. ເກສອນເພດຜູ້ຈັບກາງຫຼອດກີບດອກ, ຖົງລະອອງຈັບປາຍ, ຍາວ 1.2-1.7 ມມ. ເຕົ້າໄຂ່ຈັບເທິງ, ມີຂົນໜານຸ້ມຈັບຢ່າງໜາແໜ້ນ, ຄໍ່ເຕົ້ົົົົົົົາໄຂ່ຍາວ 2-2.5 ຊມ, ປາຍແຍກອອກເປັນ 2 ແສກ. ໝາກກຸ່ມ, ຮູບຮີບ້ຽວ, ຍາວ 1.5-4 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີດຳ.

Description of Use

ສັບພະຄຸນ: ຮາກ ຊົງນ້ຳດື່ມແກ້ອາການຖອກທ້ອງ, ແກ້ເມື່ອຍຕາມຮ່າງກາຍ. ເປືອກໃຊ້ເປັນຢາສວນທະວານໜັກ. ໃບ ແລະ ໝາກໃຊ້ຮັກສາອາການເຈັບຄໍ ແລະ ຮັກສາຕ່ອມອາບີດານອັກເສບ. ໝາກ: ໃຊ້ປະສົມກັບພິກໄທ, ກິ່ງສະພານຄວາຍ, ເປືອກໝີດົງ ແລະ ຢາດຳໃຊ້ດອງກັບເຫຼົ້າຂາວດື່ມ ຊ່ວຍຈະເລີນອາຫານ, ແກ້ອາການປວດເມື່ອຍຕາມຕົນໂຕ.

ພືດປະດັບ: ເນື່ອງຈາກພຸດດົງເປັນພືດທີ່ມີດອກງາມ, ມີກີ່ນຫອມ ແລະ ປູກງ່າຍຈຶ່ງຖືກນິຍົມນຳມາປູກເປັນພືດປະດັບ.

Contribute