ແຈ / Oil Tea
APA 6th ed. ແຈ / Oil Tea. (2020, December 10). Retrieved from https://www.phakhaolao.la/kb/0000960
MLA 8th ed. ແຈ / Oil Tea. Pha Khao Lao, 10 December 2020, https://www.phakhaolao.la/kb/0000960.
Chicago 17th ed. Pha Khao Lao. 2020. "ແຈ / Oil Tea." Published December 10, 2020. https://www.phakhaolao.la/kb/0000960.
Camellia banksiana Lindl. ex Tutcher
Camellia banksiana Lindl. ex Champ.
Camellia biflora (Hayata) Cohen-Stuart
Camellia caudata Griff.
Camellia drupifera f. biflora (Hayata) S.S.Ying
Camellia obscura Nakai
Camellia oleifera var. monosperma Hung T.Chang
Camellia podogyna (H.Lév.) Melch.
Camellia sasanqua Blanco
Thea biflora Hayata
Thea oleifera (C.Abel) Rehder & E.H.Wilson
Thea podogyna H.Lév.
Theaphylla oleifera (C.Abel) Raf.
Theopsis banksiana (Lindl. ex Tutcher) Nakai
ຊື່ຫວຽດນາມ: Sở dầu, Du trà ແລະ Chè dầu.
ຊື່ຈີນ: 油茶, you cha.
ຊື່ສາມມັນ: Oil-seed camellia, Tea oil camellia.
ແຈ ຫຼື ຊາໃບມັນຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ໃບຂຽວຕະຫຼອດປີ. ລຳຕົ້ນສູງສຸດໄດ້ປະມານ 4 ມ, ມີການແຕກກິ່ງກ້ານສາຂາຫຼາຍ, ກິ່ງອ່ອນມີຂົນສາກຊາຫຼາຍກະຈ່າຍຢູ່ທົ່ວຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-4 ຊມ, ຍາວ 4-8 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ ຫຼື ປາຍມົນ, ແຜ່ນໃບໜາຄ້ານຄືໜັງ, ຜິວໃບດ້ານເທິງ ສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບ. ຊໍ່ດອກອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 2-5 ດອກ, ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວ. ກີບດອກມີ 5-9 ກີບ, ຮູບໄຂ່ກ້ວາງ, ປາຍມົນວໍ້າເຂົ້າ, ສີຂາວ. ເກສອນເພດຜູ້ມີຈຳນວນຫຼາຍ, ສີເຫຼືອງ. ໝາກແຫ້ງ, ຮູບກົມ, ເສັ້ນຜ່າສູນກາງ 2-5 ຊມ, ໝາກແກ່ຈະແຕກອອກບໍລິເວນປາຍໝາກເປັນ 3-4 ແສກ. ແກ່ນມີ 1-5 ແກ່ນຕໍ່ແສກ, ສີນ້ຳຕານເຂັ້ມ.
ເປັນອາຫານ: ນ້ຳມັນທີ່ຖືກສະກັດນຳມາປຸງແຕງອາຫານ.
ສັບພະຄຸນ: ນ້ຳມັນສະກັດຈາກຊາໃບມັນມີສັບພະຄຸນຄ້າຍຄືນ້ຳມັນໝາກກອກ, ຊ່ວຍສ້າງລະບົບພູມຄຸ້ມກັນ, ຫຼຸດຄວາມສ່ຽງຕໍ່ການເປັນພະຍາດຫົວໃຈ, ຕ້ານມະເຮັງ, ພະຍາດເບົາຫວານເປັນຕົ້ນ.
ນ້ຳມັນຫອມລະເຫີຍ: ແກ່ນຖືກສະກັດເປັນນ້ຳມັນນຳໃຊ້ອຸປະໂພກ ຫຼື ໃຊ້ເຂົ້າໃນອຸດສາຫະກຳຕ່າງໆ.
ເປັນສິນຄ້າ: ນ້ຳມັນສະກັດຈາກຊາມັນສາມາດນຳໄປຜະລິດເປັນສິນຄ້າຫຼາຍຢ່າງເຊັ່ນ: ເຄື່ອງສຳອາງບຳລຸງເສັ້ນຜົມ, ຄີມ ແລະ ໂລຊັນບຳລຸງຜິວ, ຄີມກັນແດດ, ສະບູ່, ຢາສະຜົມ ຫຼື ນຳໄປປະສົມກັບນ້ຳມັນຫອມລະເຫີຍ.