ຕົ້ນນຽມ / Ming Aralia

Use
Food
Income
Oil Extract
Ornamental
Scientific Name / Family
Polyscias fruticosa (L.) Harms / Araliaceae
Synonyms
Aralia fruticosa (L.) L.H.Bailey
Aralia tripinnata Blanco
Nothopanax fruticosus (L.) Miq.
Nothopanax fruticosus var. plumatus (W.Bull ex W.Richards) Merr.
Panax aureus Sander
Panax dissectus G.Nicholson
Panax dumosus W.Bull
Panax fissus W.Bull
Panax fruticosus L.
Panax plumatus Barb.Rodr.
Tieghemopanax fruticosus (L.) R.Vig.
Other Names
ຊື່ໄທ: ຕົ້ນເລັບຄຸດ, ເລັດຄຸດທອດມັນ, ຄຸດເທົ້າເຕ້, ຄຸດໃບເທດ, ຄຸດຜັກຊີ ແລະ ຄຸດໃບຝອຍ.
ຊື່ອັງກິດ: Ming aralia
Botanical Description

ຕົ້ນນຽມຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນຕັ້ງຊື່, ສູງປະມານ 1-2 ມ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່ເປັນສີເທົາ. ໃບປະສົມຂັ້ນສາມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍຈັບກົງກັນຂ້າມກັນ, ຈຳນວນ 5-9 ຄູ່, ຮູບຮີ ຫຼື ຮູບຫອກ, ກ້ວາງ 1-2 ຊມ, ຍາວ 3-5 ຊມ, ໂຄນໃບບ້ຽວ, ຂອບແສກແຂ້ວເລື່ອຍ ຫຼື ເປັນວັກເລິກຄ້າຍກົງເລີ່ອຍ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ. ກ້ານໃບກົມ, ຍາວ 5-7 ຊມ, ສີຂຽວ ຫຼື ສີແດງອົມຂຽວ. ຊໍ່ດອກລວມມີຂະນາດໃຫຍ່, ຍາວ 10-17 ຊມ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ຊໍ່ດອກຍ່ອຍແບບຮູບດິ້ວຄັນຮົ່ມ. ດອກຍ່ອຍຈັບແບບກະຈຸກ, ມີຈຳນວນ 20-40 ດອກ, ດອກສົມບູມເພດ. ກີບດອກມີ 5 ກີບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 0,4-0,7 ຊມ, ຍາວ 1-2 ຊມ, ຂອບລຽບ, ປາຍແຫຼມ, ສີຂຽວປົນສີບົວ. ເກສອນເພດຜູ້ມີ 5 ອັນ, ກ້ານຊູຖົງລະອອງຍາວ 2-3 ມມ, ຖົງລະອອງຈັບປາຍ, ຮູບໝາກໄຂ່ຫຼັງ, ສີຂາວ. ເຕົ້າໄຂ່ຈັບລຸ່ມ, ຮູບກົມ, ຮວງຮັບມີຂະໜາດສັ້ນ. ໝາກກົມ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຮູບກົມ, ສີດຳ.

Description of Use

ໃຊ້ເປັນອາຫານ: ໃບອ່ອນ ແລະ ຍອດໃຊ້ເປັນເຄື່ອງຄຽງກັບລາບ, ໃສ່ແກງອ່ອມໄກ່, ສາມາດນຳມາທອດຮັບປະທານໄດ້ ແລະ ໃບຍັງສາມາດນຳມາບົດທາເນື້ອສັດກ່ອນ ນຳໄປປີ້ງເຮັດໃຫ້ຊີ້ນມີກິ່ນຫອມ.

ສັບພະຄຸນທາງດານການຢາ: ຮາກ ໃສ້ຝົນດື່ມຂັບລົມ, ຂັບປັດສະວະ, ຊ່ວຍຜ່ອນຄາຍ ແລະ ແກ້ປວດຕາມຂໍ້. ລຳຕົ້ນ: ນຳມາຕົ້ມດື່ມຊ່ວຍດັບພິດຮ້ອນ, ຮັກສາອາການຖອກທ້ອງ, ປວດຫົວ, ລົດໄຂ້ ແລະ ແກ່ນຂອງລຳຕົ້ນນຳມາຝົນທາແຜ. ໃບ: ນຳມາຕົ້ມດື່ມແກ້ອາການປວດຫົວ, ແກ້ໄມເກນ, ແກ້ປວດຫົວຂ້າງດຽວ, ຊ່ວຍຜ່ອນຄາຍ, ແກ້ອາການປວດຕາມຂໍ້ຕ່າງໆ, ນຳມາບົດພອກຮັກສາແຜ, ແກ້ແຜອັກເສບ, ຮັກສາຜື່ນຄັນ, ພະຍາດຜິວໜັງ, ຂີ້ກາກ, ຂີ້ເກື້ອນ ຫຼື ນຳມາປິດຮູດັງແກ່ອາການເລືອດດັງອອກ.

ສະກັດນ້ຳມັນຫອມລະເຫີຍ: ໃບມີກິ່ນຫອມສາມາດນຳມາສະກັດເປັນນ້ຳຫອມ ຫຼື ສະກັດເປັນນ້ຳມັນໃຊ້ປະໂຫຍດທາງດ້ານເສີມຄວາມງາມ ເພື່ອເປັນສິນຄ້າສົ່ງອອກ.

ນອກຈາກນີ້ແລ້ວປະຊາຊົນຍັງນິຍົມນຳມາໃຊ້ພິທີທາງສາສະໜາເພາະມີຄວາມເຊື່ອວ່າຕົ້ນນຽມສາມາດຄຸ້ມຄອງ, ປ້ອງກັນໄພອັນຕະລາຍຕ່າງໆ ເຊັ່ນ: ຜີ, ມົນດຳ ແລະ ສິ່ງອັບປະມົງຄົນຕ່າງບໍ່ໃຫ້ມາໃກ້.

Contribute